
ເມືອງອະນຸວົງ ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(ວັນທີ 2 ທັນວາ 1975-2 ທັນວາ 2025 ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (ວັນທີ 13 ທັນວາ 1920-13 ທັນວາ 2025) ຂຶ້ນໃນຕອນເຊົ້າຂອງວັນທີ 27 ພະຈິກນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ນາງ ຄໍາສີ ສິດທິວໍລະດາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງ ຕະຫຼອດຮອດ ນາຍບ້ານ 2 ເທດສະບານ, ນ້ອງນ້ອຍເຍົາວະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກ່ອນເລີ່ມພິທີ ໄດ້ຮັບຊົມສາລະຄະດີ ສິບປີແຫ່ງການສ້າງສາພັດທະນາ ແຂວງໄຊສົມບູນ. ໂອກາດນີ້ ທ່ານ ນາງ ຄໍາສີ ສິດທິວໍລະດາ ໄດ້ປາຖະກະຖາສະຖາປະນາ ສາທາລະນັະລັດ ປະທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຊຶ່ງເປັນວັນແຫ່ງໄຊຊະນະຂອງການຕໍ່ສູ້ອັນຍືດເຍື້ອຍາວນານ, ລະອິດລະອ້ຽວ ແລະ ພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ, ພາຍໃຕ້ການຊີ້ນຳ-ນຳພາອັນປີຊາສາມາດຂອງພັກ ປະຊາຊົນປະຕິວັດລາວ, ພັກໄດ້ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ລຸກຮື້ຂຶ້ນຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຢ່າງອົງອາດກ້າຫານ, ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ພ້ອມດຽວກັນນັ້ນ ທ່ານກໍໄດ້ປະຖາກະຖາວັນເກີດປະທານໄກສອນ ພົມວິຫານ ຜູ້ນໍາທີແສນເຄົາລົບຮັກຂອງປວງຊົນລາວເຮົາທັງຊາດ ໂດຍຍົກໃຫ້ເຫັນປະຫວັດ, ຊີວິດການເຄື່ອນໄຫວປະຕິວັດ, ຜົນງານ – ຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ສະຕິປັນຍາອັນສະຫຼາດສ່ອງໃສ ແລະ ບົດຮຽນນຳພາອັນລ້ຳຄ່າຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ແມ່ນໃຫຍ່ຫຼວງທີ່ສຸດ ໃນລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຜູ້ນໍາທີ່ເປັນຄັນທຸງ ແລະ ເປັນແວ່ນແຍງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ. ທັງນີ້ກໍເພື່ອເປັນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານສະມາຊິກພັກ ໄດ້ຮັບຮູ້ເຊື່ອມຊຶມ ປະຫວັດຄວາມເປັນມາ, ມູນເຊື້ອວັນສະຖາປະນາ ສປປ ລາວ ແລະ ຮໍ່າຮຽນເອົາຊີວິດການເຄື່ອນໄຫວປະຕິວັດ, ຜົນງານ, ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງການປະຕິວັດຮຸ່ນກ່ອນມາເປັນແບບຢ່າງໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ບັນລຸເປົ້າໝາຍ.
