
ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແຕ່ວັນທີ 22/3/1955 – 22/3/2025 ໃນຕອນເຊົ້າຂອງວັນທີ 8 ເມສາ 2025 ທີ່ສະໂມສອນຂອງເມືອງ,ໂດຍການປາຖະກະຖາຂອງສະຫາຍ ຈູນດາ ຄຳບູນມີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຮົ່ມ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາ, ຮອງເລຂາໜ່ວຍພັກອ້ອມຂ້າງອ້ອມຂ້າງຂອງເມືອງ ແລະ ສະມາຊິກພັກຂອງເມືອງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ຈູນດາ ຄຳບູນມີ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຊຶ່ງພັກປະຊາຊົນປະຕິວັດລາວແມ່ນພັກທີ່ເດີນຕາມລັດທີ່ມາກ-ເລນີນ, ເປັນພັກທີ່ສືບທອດພາລະກິດຂອງພັກກອມມຸນິດອີນດູຈີນ, ເປັນຕົວແທນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຢ່າງແທ້ຈິງ ພັກໄດ້ຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເປັນທິດນຳພື້ນຖານໃນການເຄື່ອນໄຫວຂອງຕົນ. ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ່ 22 ມີນາ1955 ໂດຍແມ່ນປະທານໄກສອນ ພົມວິຫານ ເປັນເລຂາທິການໃຫຍ,ໃນຕະລອດໄລຍະ 70 ປີຜ່ານມາ ພາຍໃຕ້ການຊິ້ນຳ-ນຳພາ ອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ເຫັນໄດ້ວ່າ ປະເທດລາວໄດ້ຮັບການພັດທະນາຢ່າງຮອບດ້ານ, ຊຶ່ງພັກໄດ້ແບກຫາບພາລະກິດອັນແສນຍຸ້ງຍາກລຳບາກ ແລະ ເສຍສະຫຼະອັນໃຫຍ່ຫຼວງ ນຳພາປວງຊົນລາວທັງຊາດອອກຈາກ ແອກປົກຄອງຂອງຊາວຕ່າງດ້າວ, ນຳເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ມາສູ່ປະຊາຊົນລາວບັນດາເຜົ່າ ແລະ ໄດ້ປະຕິບັດຕາມ 2 ໜ້າທີຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ມີຜົນສຳເລັດເປັນກ້າວໆ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖຶກທິດ ດ້ວຍການຍູ້ແຮງການຫັນເປັນອຸດສາຫະກຳ, ການຜະລິດເປັນສີນຄ້າທີ່ທັນສະໄໝ. ທັງນີ້ກໍ່ເພື່ອເປັນການທົບທວນຫວນຄືນມູນເຊື່ອແຫ່ງໄຊຊະນະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ຜົນສຳເລັດໃນພາລະກິດປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເພື່ອເຮັດໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງບັນດາເຫດການໃນແຕ່ລະໄລຍະຢ່າງລະອິດລະອ້ຽວ ທີ່ເສຍສະຫຼະເລືອດເນື້ອເພື່ອຊາດເພື່ອປະຊາຊົນລາວບັນດາເຜົ່າ ແລະ ພ້ອມກັນສືບຕໍ່ຮັກສາທາດແທ້ມຸນເຊື້ອອັນສະຫງ່າລາສີ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີຂອງຕົນໃຫ້ມີຜົນສຳເລັດເປັນກ້າວໆ.
ໃນຕອນທ້າຍຍັງໄດ້ມອບໃບຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໃຫ້ 31 ໜ່ວຍພັກ ແລະ ມອບໃບຍ້ອງຍໍຂັ້ມແຂວງ, ຂັ້ນເມືອງໃຫ້ພະນັກງານ-ລັດຖະກອນຜູ້ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ.
