ໃນວັນທີ 9 ເມສາ 2025 ນີ້ ເມືອງທ່າໂທມ ຈັດພິທີສະເຫຼີມສະຫຼອງ 3 ວັນປະຫັວດສາດຂອງພັກ, ຂອງຊາດ ຂື້ນທີ່ຫ້ອງປະຊຸມຫ້ອງວ່າການຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955 -22 ມີນາ 2025), ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 14 ເມສາ 1955-14 ເມສາ 2025) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫົງບ ຄົບຮອບ 64 ປີ ( 05 ເມສາ 1961-05 ເມສາ 2025), ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ສຸກສະເຫຼີມ ສົມມະນີ ເລຂາພັກເມືອງ-ເຈົ້າເມືອງທ່າໂທມ, ມີບັນດາສະຫາຍປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າກົມກອງຫ້ອງການ, ພະນັກງານອາວຸໂສບໍານານ, ເລຂາພັກບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດຮອດພະນັກງານພາຍໃນກົມກອງຫ້ອງການເຂົ້າ.
ໃນພິທີດັ່ງກ່າວ ຜູ້ເຂົ້າຮ່ວມ ໄດ້ຮັບຊົມແລະຮັບຟັງການສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງ ສປປ ລາວ ຜ່ານທາງພາບບັນທຶກໃນພິທີໂຮມຊຸມນຸ່ມໃຫຍ່ໃນຄັ້ງວັນທີ 22 ມີນາ 2025 ຜູ້ເຂົ້າຮ່ວມໄດ້ຮູ້ເຖິງກ່ຽວກັບມູນເຊຶ້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີ, ເຊິ່ງພັກປະຊາຊົນປະຕິວັດລາວ ໄດ້ຮັບການ ຂຶ້ນວັນທີ 22 ມີນາ 1955 ມາຮອດປະຈຸບັນກໍ່ຄົບຮອບ 70 ປີພໍດີ. ພັກປະຊາຊົນປະຕິວັດລາວ ກຳເນີດມາຈາກ ພັກກອມມູນິດອິນດູຈີນ, ກອງປະຊຸມໃຫຍ່ ໄດ້ຕົກລົງສ້າງຕັ້ງຄະນະບໍລິຫານງານພັກກອມມູນິດອິນດູຈີນ ປະຈຳພັກແຄວ້ນລາວ ຊຸດທຳອິດ ໃສ່ຊື່ວ່າ: “ຄະນະພັກແຄວ້ນລາວ” ຂຶ້ນ ເພື່ອນໍາພາ-ຊີ້ນໍາການປະຕິວັດໃນລາວ. ພາຍໃຕ້ການນໍາພາ ຂອງພັກກອມມູນິດອິນດູຈີນ ກໍຄື ຄະນະພັກແຄວ້ນລາວ ໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນ ຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ຖືຊາວໄຮ່ນາ ເປັນກຳລັງພື້ນຖານ ຂອງການປະຕິວັດ ເຮັດໃຫ້ຂະບວນການຕໍ່ສູ້ລະເບີດຂຶ້ນແຕ່ຕ່ຳຫາສູງໃນທົ່ວປະເທດ ດ້ວຍຫຼາຍຮູບຫຼາຍສີ, ດຶງດູດເອົາທຸກຊັ້ນຄົນເຂົ້າຮ່ວມການປະຕິວັດ ໄດ້ຢ່າງກວ້າງຂວາງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ມາຮອດວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຈຶ່ງໄດ້ໄຂຂຶ້ນ ຢູ່ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ ໂດຍເອີ້ນຊື່ວ່າ: “ພັກປະຊາຊົນລາວ” ແລະ ປະທານ ໄກສອນ ພົມວິຫານ ກໍ່ໄດ້ຖືກເລືອກຕັ້ງໃຫ້ເປັນເລຂາຄະນະຊີ້ນຳສູນກາງ (ເລຂາທິການໃຫຍ່) ພ້ອມທັງໄດ້ວາງແຜນດຳເນີນງານຂອງພັກ 12 ຂໍ້ ຖືກຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ I ຂອງພັກ ເປັນໂຄງການເມືອງສະບັບທໍາອິດ ເພື່ອແນໃສ່ເຮັດລ້ອນໜ້າທີ່ຂອງພັກໃນໄລຍະໃໝ່, ກາຍເປັນແນວທາງກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຊັກຈູງປະຊາຊົນເຮົາ ດໍາເນີນການຕໍ່ສູ້ຍາດເອົາໄຊຊະນະນັບມື້ນັບໃຫຍ່ຫລວງ, ສາມາດເຕົົ້າໂຮມຄວາມສາມັກຄີທົ່ວປວງຊົນ ສູ້ຊົນເຮັດສຳເລັດພາລະກິດປົດປ່ອຍຊາດ ເຮັດໃຫ້ປະເທດລາວເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ. ປະຈຸບັນ ພັກເຮົາໄດ້ສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື ການປົກປັກຮັກສາແລະສ້າງສາພັດທະນາປະເທດ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຮຸ່ງເຮືອງສີວິໄລຂຶ້ນໄປເລື້ອຍໆ.
ພິທີສະເລີມສະຫຼອງ 3 ວັນປະຫັວດສາດໃນຄັ້ງນີ ສະຫາຍ ສຸກສະເຫຼີມ ສົມມະນີ ເລຂາພັກເມືອງ ເຈົ້າເມືອງທ່າໂທມ ກໍ່ໄດ້ໂອ້ລົມ ແລະ ມີຄໍາເຫັນເຊິ່ງໄດ້ກ່າວວ່າ: ຈຸດປະສົງໃນການສະເຫຼີມສະຫຼອງ 3 ວັນດັ່ງກ່າວ ແມ່ນເພື່ອເປັນການໂຄສະນາເຜີຍແຜ່ທາດແທ້ມູນເຊື້ອອັນສະຫງ່າອົງອາດ, ນໍ້າໃຈເສຍສະຫຼະອັນສູງສົ່ງ ແລະ ຜົນງານ ໄຊຊະນະອັນໃຫຍ່ຫຼວງ ທີ່ພັກ-ລັດ ໄດ້ຮັບການພັດທະນາຢ່າງຮອບດ້ານ, ຊຶ່ງພັກໄດ້ແບກຫາບພາລະກິດອັນແສນຍຸ້ງຍາກລຳບາກ ແລະ ເສຍສະຫຼະອັນໃຫຍ່ຫຼວງ ນຳພາປວງຊົນລາວທັງຊາດອອກຈາກ ແອກປົກຄອງຂອງຊາວຕ່າງດ້າວ, ນຳເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ມາສູ່ປະຊາຊົນລາວບັນດາເຜົ່າ ແລະ ໄດ້ປະຕິບັດຕາມ 2 ໜ້າທີຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ມີຜົນສຳເລັດເປັນກ້າວໆ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖຶກທິດ ດ້ວຍການຍູ້ແຮງການຫັນເປັນອຸດສາຫະກຳ, ການຜະລິດເປັນສີນຄ້າທີ່ທັນສະໄໝ. ທັງນີ້ກໍ່ເພື່ອເປັນການທົບທວນຫວນຄືນມູນເຊື່ອແຫ່ງໄຊຊະນະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ຜົນສຳເລັດໃນພາລະກິດປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເພື່ອເຮັດໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງບັນດາເຫດການໃນແຕ່ລະໄລຍະຢ່າງລະອິດລະອ້ຽວ ທີ່ເສຍສະຫຼະເລືອດເນື້ອເພື່ອຊາດເພື່ອປະຊາຊົນລາວບັນດາເຜົ່າ ແລະ ພ້ອມກັນສືບຕໍ່ຮັກສາທາດແທ້ມຸນເຊື້ອອັນສະຫງ່າລາສີ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີຂອງຕົນໃຫ້ມີຜົນສຳເລັດເປັນກ້າວໆ.