ວັນທີ 20 ມັງກອນ 2026 ທີ່ຜ່ານມານີ້ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ( 20 ມັງກອນ 1949 – 20 ມັງກອນ 2026 ) . ໂດຍການໃຫ້ກຽດປາຖະກະຖາເລົ່າມູນເຊື້ອ ແລະ ຄວາມເປັນມາຂອງກອງທັບ ປະຊາຊົນ ລາວ ຂອງສະຫາຍ ພັ.ອ ສຸດໃຈ ເຈີບົວແພງ ຄະນະປະຈໍາພັກ ຫົວໜ້າ ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ, ມີຄະນະພັກ – ຄະນະບັນຊາ ອົງການ 5 ຫ້ອງ, ພະນັກງານ – ນັກຮົບ ເຂົ້າຮ່ວມ.
ໃນພິທີ ສະຫາຍ ໄດ້ເລົ່າຄືນມູນເຊື້ອການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະຊາຊົນລາວ 20 ມັງກອນ 1949 ແມ່ນວັນໃຫ້ກໍາເນີດກອງທັບ ປະຊາຊົນ ລາວ ໃນປັດຈຸບັນ ເຊີ່ງນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ໄດ້ມີບາດກ້າວການປ່ຽນແປງຫຼາຍດ້ານ ໃນນັ້ນ ໄດ້ຜ່ານໄລຍະການຕໍ່ສູ້ ແລະ ບາດລ້ຽວຂອງການປະຕິວັດ ນັບແຕ່ໄລຍະຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂື້ນ ແລະ ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ຈາກຈັກກະພັດ ຕະຫຼອດໄລຍະການເຕີບໃຫ່ຍຂະຫຍາຍຕົວຂອງກອງທັບນັ້ນ ເຮັດໃຫ້ເຫັນຫຼາຍດ້ານເປັນຕົ້ນຄວາມສາມັກຄີຂອງສະມາຊິກພັກ, ພະນັກງານ – ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ນັ້ນເປັນມູນເຊື້ອອັນສະຫງ່າງາມຂອງກອງທັບ ປະຊາຊົນລາວ ດ້ວຍການເຕີບໃຫ່ຍຈາກການຕໍ່ສູ້ ແລະ ບາດລ້ຽວອັນຫຍຸ້ງຍາກ ແລະ ສັບສົນ ເຮັດໃຫ້ກອງທັບ ມີບົດຮຽນອັນເປັນມູນເຊື້ອ ເຊີ່ງພວກເຮົາ ສະມາຊິກພັກ, ພະນັກງານ – ນັກຮົບ ປັດຈຸບັນຄວນເອົາເປັນແບບຢ່າງ ເປັນຕົ້ນສືບຕໍ່ມູນເຊື້ອອັນຫ້າວຫັນ, ກ້າຫານຂອງພະນັກງານປະຕິວັດ, ນໍ້າໃຈອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີສະຕິຕໍ່ກົນອຸບາຍຂອງກຸ່ມອິດທິປໍລະປັກ ທີ່ຍາມໃດກໍ່ຫວັງມ້າງເພທໍາລາຍຄວາມສາມັກຄີພາຍໃນຊາດ, ພາຍໃນຖັນແຖວກອງທັບ ພ້ອມຮຽກຮ້ອງມາຍັງ ສະມາຊິກພັກ, ພະນັກງານ – ນັກຮົບ ຮຸ້ນລັງ ຈົ່ງເອົາໃຈໃສຮັກສາມູນເຊື້ອກອງທັບໃນເມື່ອກ່ອນ ສືບທອດມູນເຊື້ອປະຕິວັດຫ້າວຫັນ, ຄຽງບ່າຄຽງໄຫຼ່ ກັບປະຊາຊົນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ດຸໝັ່ນສືກສາຄົ້ນຄ້ວາຮໍ່າຮຽນສ້າງສາກົມກອງເຮັດໃຫ້ກອງທັບນັບມື້ເຕີບໃຫ້ເຂັ້ມແຂງ ນັບມື້ກ້າວໜ້າ, ທັນສະໄໝ ໂດຍເອົາມູນເຊື້ອຮັກຊາດ ຮັກປະຊາຊົນ, ນໍ້າໃຈກ້າຫານ ຍອມເສຍສະຫຼະຂອງ ພະນັກງານ – ນັກຮົບ ປະຕິວັດ ໃນເມື່ອກ່ອນ ເປັນບົດຮຽນອັນດີງາມ ແລະ ສົມກຽດ ຂອງກອງທັບ ນໍາເອົາມາຈັດຕັ້ງປະຕິບັດ ໃ ນປັດຈຸບັນ ໃຫ້ກົມກອງມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ ທັງຕັ້ງໜ້າຜັນຂະຫຍາຍມູນເຊື້ອຂອງກອງທັບ ໃຫ້ນັບມືກ້າວຂື້ນລະດັບສູງ ແລະ ກຽມພ້ອມເຮັດສໍາລັດໜ້າທີ່ການເມືອງທີ່ພັກ – ລັດ ແລະ ປະຊາຊົນມອບໝາຍ. ພິທີ ດັ່ງກ່າວ ຍັງໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ແລະ ມອບໃບຍ້ອງຍໍປະເພດຕ່າງໆໃຫ້ນາຍ ແລະພົນທະຫານ ທີ່ມີຜົນງານດີເດັ່ນໃນການປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດ ຈໍານວນ 528 ສະຫາຍ ອີກດ້ວຍ.
