ພິທີ ປາຖະກະຖາວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ສາກົນ ຄົບຮອບ 160 ປີ

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງໄຊສົມບູນ ໄດ້ຈັດພິທີ ປາຖະກະຖາວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ສາກົນ ຄົບຮອບ 160 ປີ (17 ພຶດສະພາ 1865 – 17 ພຶດສະພາ 2025) ຂຶ້ນໃນຕອນເຊົ້າຂອງວັນທີ 28 ພຶດສະພາ 2025 ນີ້ ຢູ່ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີທ່ານ ດົວຊົ່ງ ເລ່ຍໂກ້ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ພ້ອມດ້ວຍບັນດາພະແນກການ ອົງການ ກົມກອງ ອ້ອມຂ້າງແຂວງ ຕະຫລອດຮອດຫົວໜ້າ-ຮອງຫົວໜ້າຫ້ອງການ ເມືອງອະນຸວົງ, ບັນດາບໍລິສັດໂທລະຄົມມະນາຄົມ ສາຂາແຂວງໄຊສົມບູນ ແລະ ພະນັກງານ-ລັດຖະກອນພາຍໃນ ເຂົ້າຮ່ວມ.

ໃນພິທີ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນປາຖະກະຖາ ເພື່ອສະເຫລີມສະຫລອງວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ສາກົນ ຄົບຮອບ 160 ປີ ພາຍໃຕ້ຄຳຂວັນ ການສົ່ງເສີມຄວາມສະເໜີພາບທາງດ້ານດິຈິຕິຕອນລະຫວ່າງຍິງ-ຊາຍ ຊຶ່ງວັນໂທລະຄົມມະນາຄົມ ແລະ ສົ່ງເສີມຂໍ້ມູນຂ່າວສານໂລກ ເນັ້ນໃສ່ຄວາມຈຳເປັນອັນຮິບດ່ວນ ໃນການສ່ົງເສີມ ຄວາມສະເໝີພາບທາງດ້ານດິຈິຕອນລະຫວ່າງຍິງ-ຊາຍ ເພື່ອໃຫ້ແມ່ຍິງ ແລະ ເດັກຍິງ ສາມາດໄດ້ຮັບຜົນປະໂຫຍດ ແລະ ປະກອບສ່ວນເຂົ້າໃນການປ່ຽນແປງດິຈິຕອນ, ການນຳໃຊ້ເຕັກໂນໂລຊີດິຈິຕອນ ເປັນເຄື່ອງມືສຳຄັນໃນການຂັບເຄື່ອນທຸກຂະແໜງການ ເພື່ອສ້າງເສດຖະກິດດິຈິຕອນ ແນ່ໃສ່ປະກອບສ່ວນເຂົ້າໃນການສ້າງເສດຖະກິດຂອງປະເທດເຮົາໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ, ໝັ້ນທ່ຽງ, ຍືນຍົງ ແລະ ໃນຕໍ່ໜ້ານີ້ ການພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ດ້ວຍການສ້າງບາດກ້າວໃໝ່ ນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນຂະແໜງການຕົ້ນຕໍໃນການພັດທະນາເສດຖະກິດ ເພື່ອເຮັດໃຫ້ແຂວງໄຊສົມບູນກາຍເປັນແຂວງມີການພັດທະນາ ມີລາຍຮັບປານກາງ-ສູງ ຕາມເສດຖະກິດພູມປັນຍາສີຂຽວ ແລະ ຍືນຍົງ, ສ້າງພື້ນຖານໂທລະຄົມມະນາຄົມທີ່ເຂັ້ມແຂງ, ສ້າງລະບົບອິນເຕີເນັດຄວາມໄວສູງ ແລະ ຮັບປະກັນໃຫ້ສັນຍານມືຖືລະບົບ 5G, ຫັນການບໍລິຫານ, ການບໍລິການຂອງລັດ ດ້ວຍລະບົບອອນລາຍ, ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ. ທັງນີ້ ກໍເພື່ອເປັນການສ້າງຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງໂທລະຄົມມະນາຄົມ, ຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງບົດບາດ ຄວາມສຳຄັນຂອງວຽກງານໂທລະຄົມມະນາຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ເປັນການປະກອບສ່ວນ ການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດດິຈິຕອນ ໃຫ້ປະກົດຜົນເປັນຈິງ. ພ້ອມດຽວກັນນັ້ນ ໄດ້ມີການຖາມ-ຕອບຄຳຖາມຄວາມຮູ້ທົ່ວໄປກ່ຽວກັບວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ເພື່ອຮັບຂອງລາງວັນ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa