#ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18.5.1959-18.5.2025 ), ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24.5.1960-24.5.2025) ແລະ ວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ (19.5.1890-19.5.2025 ຂຶ້ນ ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ນາງຄຳສີ, ສິດທິວໍລະດາ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກພະນັກງານ, ມີຫົວໜ້າ-ຮອງຫົວໜ້າ 2 ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ຕະຫລອດຮອດ ພະນັກງານ-ສະມາຊິກພັກ, ພະນັກງານ ເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ສຸກຊົ່ງ ຕົງສື ຮອງຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນກ່າວຈຸດປະສົງ ເພື່ອເປັນການປູກຈິດສຳນຶກໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃນສັງຄົມໄດ້ຮັບຮູ້, ເຂົ້າໃຈເຖິງຄວາມໝາຍ-ຄວາມສຳຄັນຂອງວັນດັ່ງກ່າວ ແລະ ເຂົ້າໃຈກ່ຽວກັບມູນເຊື້ອແຫ່ງການຕໍ່ສູ້ພິລະອາດຫານ, ມູນເຊື້ອຄວາມສາມັກຄີເປັນອັນໜຶ່ງອັນດຽວຂອງປະຊາຊົນບັນດາເຜົ່າ, ມູນເຊື້ອຄວາມສາມັກຄີຮ່ວມສຳພັນສູ້ຮົບພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ກໍຄືການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອເປັນການສຶກສາອົບຮົມ, ປຸກລະດົມມະຫາຊົນ, ປະຊາຊົນເປັນເຈົ້າການເສີມຂະຫຍາຍມູນເຊື້ອອັນດີງາມຂອງທ່ານຜູ້ນຳ ຕິດພັນກັບການຝຶກຝົນຫຼໍ່ຫຼອມ ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ, ພະນັກງານ ຍົກສູງນໍ້າໃຈເສຍສະຫຼະ ເຮັດທຸກສິ່ງທຸກຢ່າງ ເພື່ອຜົນປະໂຫຍດລວມຂອງຊາດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ. ຈາກນັ້ນ ທ່ານ ແດງ ປະທຸມທອງ ໄດ້ໃຫ້ກຽດຂຶ້ນປາຖະກະຖາ ເລົ່າມູນເຊື້ອຄວາມໝາຍ ຄວາມສຳຄັນ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ
ຊຶ່ງໄດ້ສ່ອງແສງໃຫ້ເຫັນວ່າການນຳພາຂອງພັກຖືກຕ້ອງສະຫລາດສ່ອງໃສ, ຂະບວນການຕໍ່ສູ້ຂອງພວກເຮົາແມ່ນເປັນທຳ ແລະ ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກຳລັງປະກອບອາວຸດ ທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ທັງເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວເຮົາທີ່ສາມາດຍາດເອົາໄຊຊະນະ ໃນໄລຍະຕໍ່ມາ. ຄະນະພັກ-ຄະນະບັນຊາ, ພະນັກງານ ສະມາຊິກພັກ ຕະຫລອດຮອດນັກຮົບ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມືຂອງພວກເຂົາທີ່ຫວັງດັບມອດກຳລັງປະຕິວັດ ໂດຍສະເພາະແມ່ນ 2 ກອງພັນທີ່ເຂົ້າຮ່ວມກອງທັບແຫ່ງຊາດ ນັ້ນພັງທະລາຍລົງສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາເມລິກາ ແລະລູກແຫຼ່ງຕີນມື ພ້ອມດຽວກັນນັ້ນກໍເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ.