ພິທີ ປາຖະກະຖາ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢູ່ແຂວງໄຊສົມບູນ

ແຂວງໄຊສົມບູນ ໄດ້ຈັດພິທີ ປາຖະກະຖາ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ຂຶ້ນໃນຕອນເຊົ້າຂອງວັນທີ 19 ພະຈິກ 2025 ຢູ່ທີ່ສະໂມສອນແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ພອຍຄຳ ຮຸ່ງບຸູນຍວງ ເລຂາບໍລິຫານງານພັກແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ບັນດາຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ຕະຫລອດຮອດ ພະນັກງານຫລັກແຫລ່ງ ແລະ ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ກ່ອນເລີ່ມພິທີ ໄດ້ຮັບຊົມສາລະຄະດີ ສິບປີແຫ່ງການສ້າງສາພັດທະນາແຂວງໄຊສົມບູນ ແລະ ຊົມການສະແດງສີລະປະ-ວັນນະຄະດີ ຈາກໜ່ວຍສີລະປະສູນວັດທະນະທຳເດັກ ແລະ ສີລະປະກອງບັນຊາການທະຫານແຂວງ. ໃນພິທີ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ຂຶ້ນກ່າວຕ້ອນຮັບ ພ້ອມທັງລາຍງານສະພາບອັນພົ້ນເດັ່ນຂອງແຂວງໄຊສົມບູນ ຊຶ່ງຕະຫລອດໄລຍະທີ່ຜ່ານມາ ເສດຖະກິດ-ສັງຄົມຂອງແຂວງ ໄດ້ຮັບການພັດທະນາຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນລຳດັບ. ພ້ອມດຽວກັນນັ້ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຂຶ້ນປາຖະກະຖາເລົ່າມູນເຊື້ອວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ຫວນຄືນ 50 ປີກ່ອນໜ້ານີ້ ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຕ່າງດ້າວ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງປ່າເຖື່ອນ, ບໍ່ມີສິດເສລີພາບ ແລະ ສິດທະພື້ນຖານ, ໃນປີ 1934 ຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍພັກກອມມູນິດອິນດູຈີນ ມີການຂະຫຍາຍຕົວຢ່າງແຂງແຮງ ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ຈົນສາມາດຍຶດອຳນາດການປົກຄອງ ແລະ ປະກາດເອກະລາດ. ຜົນສຳເລັດທີ່ຍາດມາໄດ້ຕໍ່ເນື່ອງຕະຫລອດໄລຍະ 50 ປີ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃໝ່ໃຫຍ່ຫລວງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ບົນເສັ້ນທາງປະຕິວັດອັນຍືດເຍື້ອຍາວນານ ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບ, ລະອິດລະອ້ຽວ, ມີບາງຄັ້ງເກືອບເອົາຊີວິດບໍ່ລອດ, ເພີ່ນໄດ້ປະຕິບັດບົດບາດເປັນແກ່ນກາງສຳຄັນໃນການນຳພາສ້າງຕັ້ງກອງທັບປະຊາຊົນລາວ ແລະ ສ້າງຕັ້ງພັກປະຊາຊົນລາວ ໄດ້ນຳພາຂະບວນການຕໍ່ສູ້ກູ້ຊາດ ດ້ວຍຫລາຍຮູບການ, ວິທີການ ຕ້ານການຮຸກຮານຂອງຈັກກະພັດຝຮັ່ງ ແລະ ອາເມລິກາ, ຊີວິດ ແລະພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຍາມໃດກໍຕິດພັນສະໜິດແໜ້ນກັບໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ການລຸກຮືຂຶ້ນຍຶດອຳນາດຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ. ການປະຕິບັດ 2 ໜ້າທີ່ຍຸດທະສາດ ມາເປັນເວລາ 50 ປີ ພັກເຮົາສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫລວງ ແລະ ໄດ້ສ້າງຄວາມສະຫວ່າງສະໄຫວ ໃຫ້ແກ່ປະຫວັດສາດອັນຮຸ່ງເຮື່ອງເຫຼືອງເຫຼື້ອມ ຂອງຊາດລາວເຮົາ, ຜົນສຳເລັດ ແລະ ໄຊຊະນະທີ່ຍາດມາໄດ້ໃນໄລຍະຜ່ານມາແມ່ນໃຫຍ່ຫຼວງ ແລະ ບັນດາບົດຮຽນຖອດຖອນມາໄດ້ແມ່ນມີຄຸນຄ່າທີ່ສຸດ ເພື່ອສືບຕໍ່ພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນຊຸ່ມປີຕໍ່ໜ້າ ແລະ ເຮັດໃຫ້ ສປປ ລາວ ສາມາດບັນລຸແຜນພັດທະນາແບບຍືນຍົງ ພວກເຮົາມີຄວາມຈຳເປັນຕ້ອງໄດ້ເສີມຂະຫຍາຍມູນເຊື້ອຂອງວັນຊາດທີ 2 ທັນວາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງຕະຫລອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa