ພິທີ ປາຖະກະຖາ ວັນແມ່ຍິງສາກົນຄົບຮອບ 116 ປີ (08 ມີນາ 1910-08 ມີນາ 2026) ຢູ່ເມືອງລ້ອງຊານ
ຕອນເຊົ້າວັນທີ 6 ມີນາ 2026 ເມືອງລ້ອງຊານ ໄດ້ຈັດພິທີ ປາຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ຂຶ້ນຢູ່ທີສະໂມສອນເມືອງລ້ອງຊານ ພາຍໃຕ້ການເປັນປະທານກອງປະຊຸມ ຂອງທ່ານ ພົມມາ ແກ້ວບົວພາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າໜ້າຫ້ອງການ, ອົງການ, ກົມກອງ, ບັນດາໜ່ວຍແມ່ຍິງ, ເມຍການນຳ ແລະ ແມ່ປ້າອາວຸໂສບຳນານ ເຂົ້າຮ່ວມ.

ໃນພິທີ ທ່ານ ພົມມາ ແກ້ວບົວພາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ ໄດ້ຂຶ້ນເຫຼົ່າມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ 8 ມີນາ 1910 ຊຶ່ງໄດ້ກໍາເນີດຂຶ້ນທ່າມກາງສະພາບເສດຖະກິດຂອງສັກດີນາ ແລະ ນາຍທຶນຂະຫຍາຍຕົວແຮງ ມັນໄດ້ສ້າງຮັ່ງຄູນມີໃຫ້ແກ່ພວກເຂົາ ແຕ່ພັດເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ກໍາມະກອນ ແລະ ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກໍາມະກອນທີ່ເປັນເພດຍິງໃນທົ່ວໂລກ ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ ແມ່ຍິງຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍແຕ່ໄດ້ຮັບຄ່າແຮງງານໜ້ອຍ, ເຮັດວຽກບໍ່ມີການຮັບປະກັນຄວາມປອດໄພ, ບໍ່ມີລະບົບຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ແມ່ຍິງຖືກດູໝິ່ນປະມາດ, ຖືກທຸບຕີທໍລະມານ, ຖືກຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກເວລາຖືພາ, ເກີດລູກ ຫຼື ເວລາເຈັບເປັນບໍໄດ້ຮັບການປິ່ນປົວ. ຕໍ່ໜ້າສະພາບການດັ່ງກ່າວ ວັນທີ 8 ມີນາ 1908 ກໍາມະກອນເພດຍິງຫຼາຍກວ່າ 15 ພັນຄົນ ໄດ້ເດີນປະທ້ວງຢູ່ນະຄອນນິວຢອກ ຂອງສະຫະລັດອາເມລີກາ ເພື່ອທວງໃຫ້ພວກນາຍທຶນລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການຂຸດຮີດແຮງງານເດັກ, ແລະ ທວງໃຫ້ແມ່ຍິງມີສິດອອກສຽງໃນການເລືອກຕັ້ງ ແລະ ຮັບສະໝັກເລືອກຕັ້ງ ປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນໃນທະວີບເອີລົບ. ຍ້ອນແນວນັ້ນກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທຳອິດຈຶ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງປະເທດແດນມາກ ກອງປະຊຸມດັ່ງກ່າວໄດ້ຕົກລົງຮັບຮອງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນເຊິ່ງເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ນຍິງສາກົນໃນການຕໍ່ສູ້ເພື່ອປົດປ່ອຍຕົນເອງອອກຈາກການກົດຂີ່ຂຸດຮີດທີ່ບໍເປັນທຳ, ທວງໃຫ້ມີສິດສະເໝີພາບເທົ່າທຽມກັນກັບເພດຊາຍ. ຫຼັງຈາກນັ້ນ ທ່ານນາງ ຊົງວ່າງ ເລັ່ງຊົ່ງປາວ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງລ້ອງຊານ ກໍໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນໃຫ້ໜ່ວຍແມ່ຍິງຫ້ອງການ, ກົມກອງ, ອົງການ ອ້ອມຂ້າງເມືອງ ແລະ ໜ່ວຍແມ່ຍິງບ້ານ 3 ດີ ເປັນສະຫະພັນແມ່ຍິງໜ່ວຍ 3 ດີ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2025 ຕື່ມອີກ.
