ພິທີ ໂຮມຊຸມນຸມຮັບຊົມການຖ່າຍທອດສົດສະເຫຼີມສະຫຼອງ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ຢູ່ແຂວງໄຊສົມບູນ

ແຂວງໄຊສົມບູນ ໂຮມຊຸມນຸມຮັບຊົມການຖ່າຍທອດສົດ ພິທີສະເຫຼີມສະຫຼອງ ວັນເກີດປະທານໄກສອນ ພົມ ວິຫານ ຄົບຮອບ 105 ປີ ( ວັນທີ 13 ທັນວາ ປີ 1920-ວັນທີ 13 ທັນວາ 2025 ) ຈາກຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ຜ່ານວິດີໂອທາງໄກ ໃນຕອນເຊົ້າຂອງວັນທີ 12 ທັນວາ ນີ້ ທີ່ສະໂມສອນຂອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ປອ ທອງປະເສີດ ໄຊຍະລາດ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີການນໍາພັກ-ລັດ ແຂວງ, ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ພ້ອມດ້ວຍການນໍາເມືອງອະນຸວົງ ຕະຫຼອດຮອດນ້ອງນ້ອຍຮຽນ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຊົມການຖ່າຍທອດສົດການສະແດງສິລະປະ-ວັນນະຄະດີ, ຮ້ອງເພງ ທີ່ສະແດງໃຫ້ເຫັນຄຸນງາມ ຄວາມດີ ຂອງປະທານໄກສອນ ພົມວິຫານ ພ້ອມທັງຮັບຟັງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ກ່າວສູນທອນພົດ ວັນເກີດປະທານໄກສອນ ພົມວິຫານ ທ່ານໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ພາລະກິດປະຕິວັດ ຂອງປະທານໄກສອນ ພົມວິຫານ ເພື່ອສະແດງຄວາມອາໄລຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງສຸດຊຶ້ງ ຕໍ່ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸບຳລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງ ກໍາລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບມາສູ່ປະເທດຊາດ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມ ເສັ້ນທາງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
ປະທານ ໄກສອນ ພົມວິຫານ ກຳເນີດ ແລະ ເຕີບໃຫຍ່ ໃນສະພາບທີ່ປະເທດຊາດຕົກເປັນເມືອງຂຶ້ນ, ສູນເສຍຄວາມເປັນຊາດເອກະລາດ, ປະຊາຊົນລາວບັນດາເຜົ່າ ຕົກເປັນຂ້ອຍຂ້າມ້າໃຊ້, ຖືກກົດຂີ່ຂູດຮີດ ຢ່າງແສນສາຫັດ ຈາກຕ່າງຊາດ ແລະ ລູກແຫຼ້ງຕີນມື ຂອງພວກເຂົາ ຍ້ອນຄວາມຄັບແຄ້ນແໜ້ນໃຈ ທີ່ເຫັນປະເທດຊາດຕົກຢູ່ໃນສະພາບແບບນັ້ນ ເພິ່ນໄດ້ເກີດມີຈິດໃຈຮັກເຊື້ອແພງຊາດ, ມີແນວຄວາມຄຶດຢາກຊອກຫາເສັ້ນທາງຕໍ່ສູ້ກູ້ຊາດ, ຈຶ່ງໄດ້ຮ່ວມກັບເພື່ອນສະຫາຍຈໍານວນໜຶ່ງ ເຄື່ອນໄຫວປິດລັບ ແລະ ສະໝັກໃຈເຂົ້າຮ່ວມຂະບວນການປະຕິວັດ ຕັ້ງແຕ່ຍັງເຍົາໄວ ບົນເສັ້ນທາງປະຕິວັດ ອັນຍຶດເຍື້ອຍາວນານນັ້ນ ປະທານໄກສອນ ພົມວິຫານ ໄດ້ຮ່ວມກັບບັນດາຜູ້ນໍາຂອງພັກເຮົາ ຄົ້ນຄວ້າວາງຍຸດທະສາດການຕໍ່ສູ້ ໂດຍໄດ້ສົມທົບການຕໍ່ສູ້ດ້ວຍຫຼາຍຮູບການໄປພ້ອມໆກັນຢ່າງແໜ້ນແຟ້ນ ຈົນສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ປະທານ ໄກສອນ ພົມວິຫານ ສົມແລ້ວ ທີ່ເປັນວິລະບູລຸດ ທີ່ຍິ່ງໃຫຍ່ ຂອງຊາດລາວ, ເປັນນັກປະຕິວັດທີ່ອົງອາດກ້າແກ່ນ, ນັກຮັກຊາດຜູ້ຍິ່ງໃຫຍ່, ລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດ ຂອງພັກເຮົາ ແລະ ຈະປະທັບຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດໄປ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa