ມອບປຶ້ມ 100 ປີ ຂອງປະທານ ຄຳໄຕ ສີພັນດອນ

ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2024 ນີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ນໍາເອົາປຶ້ມ 100 ປີ ຂອງທ່ານ ຄຳໄຕສີພັນດອນ ຈຳນວນ 1 ຊຸດ ໄປມອບໃຫ້ຫໍພິພິຕະພັນ, ຫໍສະໝຸດ ແລະ ສູນວັດທະນະທຳເດັກ ແຂວງໄຊສົມບູນ ເພື່ອປົກປັກຮັກສາໄວ້ເປັນເອກະລັກຂອງແຂວງ ຊຶ່ງກ່າວຮັບໂດຍ ທ່ານ ຊົ່ງໄຊຮົ່ວ , ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ທັງນີ້ກໍເພື່ອໃຫ້ຮູ້ເຖິງການເຄື່ອນໄຫວປະຕິວັດໄນໄລຍະຜ່ານມາ.

ສະນັ້ນຄະນະພັກສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຈຶ່ງມີການຮຽບຮຽງຄືນ ແລະ ຈັດພິມເພີ່ມເຕີມກ່ຽວກັບປະຫວັດການເຄື່ອນໄຫວປະຕິວັດໂດຍສັງເຂບ ຊຶ່ງປຶ້ມເຫຼັ້ມນີ້ມີຄຸນຄ່າທາງດ້ານທິດສະດີ ແລະ ບົດຮຽນພຶດຕິກຳ ໂດຍສະເພາະແມ່ນເພື່ອໃຫ້ພະນັກງານ ແລະ ຊາວໜຸ່ມເຍົາວະຊົນ ໄດ້ສຶກສາຮໍ່າຮຽນເອົາແບບຢ່າງອັນໃສແຈ້ງ, ຄຸນສົມບັດປະຕິວັດອັນສູງສົ່ງ ແລະ ຄຸນງານຄວາມດີຂອງເພິ່ນຢ່າງທົ່ວເຖິງ ເພື່ອນໍາໄປຝຶກຝົນຫຼໍ່ຫຼອມຕົນເອງ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.

ໂອກາດດັ່ງກ່າວ ທ່ານ ຊົ່ງໄຊຮົ່ວ ກໍໄດ້ສະແດງຄວາມຂອບໃຈມາຍັງການນໍາແຂວງ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານຫໍສະໝຸດ ເວົ້າສະເພາະກໍຄື ແຂວງໄຊສົມບູນຂອງພວກເຮົາ ເພື່ອເຮັດໃຫ້ພະນັກງານ, ຊາວໜຸ່ມເຍົາວະຊົນ ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບມູນເຊື້ອຂອງພັກ ຝຶກຝົນຫຼໍ່ຫຼອມຕົນເອງໃນດ້ານຄຸນສົມບັດສິນທຳປະຕິວັດ ມີຄວາມຕັດສິນໃຈເຮັດລ້ອນໜ້າທີ່ທີ່ພັກໄດ້ມອຍໝາຍໃຫ້ຢ່າງໜັກແໜ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa