ສະພາປະຊາຊົນ ແຂວງໄຊສົມບູນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 8

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ມັງກອນ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີການນຳພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 18, ສະມາຊິກສະພາປະຊາຊົນແຂວງ ແລະ ບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ຕະຫຼອດຮອດ ພະນັກງານອາວຸໂສບຳນານ, ວິສາຫະກິດທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ແດງ ປະທຸມທອງ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມ ຢ່າງເປັນທາງການ ຊຶ່ງກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຟັງການລາຍງານ, ການພິຈາລະນາ,ການຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ຄື: ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຕິດພັນກັບດໍາລັດ 414/ລບ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການລົງທຶນຂອງລັດ ປະຈໍາປີ 2024 ແລະ ແຜນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ປະຈໍາປີ 2025, ບົດລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດລັດ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025 ຕິດພັນກັບແຜນຈັດສັນງົບປະມານແຫ່ງລັດໃຫ້ພະແນກການ, ອົງການອ້ອມຂ້າງແຂວງ ແລະ ບັນດາເມືອງປະຈຳປີ 2025,

ບົດລາຍງານ ຂອງອົງການກວດສອບປະຈຳພາກກາງ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການແກ້ໄຂຜົນການກວດສອບປະຈຳປີ 2023 ແລະ ຜົນການກວດສອບປີ 2024, ບົດລາຍງານ ຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານປະຈຳປີ 2025, ບົດລາຍງານຂອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ຜົນການປະເມີນ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານການພົ້ນທຸກ ແລະ ມາດຕະຖານການພັດທະນາ ທົ່ວແຂວງ ປະຈໍາປີ 2023-2024 ແລະ ການແກ້ໄຂຄວາມທຸກຍາກ ປະຈໍາປີ 2024, ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025, ບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ, ບົດລາຍງານ ຂອງສານປະຊາຊົນແຂວງ, ບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2025 ແລະ ຍັງຈະໄດ້ອອກມະຕິຮັບຮອງເອົາວຽກງານທີ່ສຳຄັນ ຈຳນວນ 9 ສະບັບ ຕື່ມອີກ ພ້ອມນີ້ ຍັງຈະໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກພະແນກການ, ອົງການ ແລະ ກົມກອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາປະຊາຊົນແຂວງ.

ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 22-24 ມັງກອນ 2025 ຈິ່ງຈະສຳເລັດ ບັນດາທ່ານສາມາດສົ່ງຄໍາຄິດຄໍາເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 026 156 ຕະຫຼອດໄລຍະຂອງກອງປະຊຸມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa