ສະມາຄົມນັກຮົບເກົ່າ ແຂວງເຊິນລາ ສສ ຫວຽດນາມ ເຂົ້າພົບປະຢ້ຽມຢາມ ການນໍາແຂວງໄຊສົມບູນ

ເນື່ອງໃນໂອກາດ ທ່ານ ຮວາງ ແມັງ ລອງ, ກໍາມະການຄະນະບໍລິຫານງານສູນກາງນັກຮົບເກົ່າ, ປະທານສະມາຄົມນັກຮົບເກົ່າ ແຂວງເຊິນລາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ທ່ານ ພ້ອມດ້ວຍຄະນະ ໄດ້ຖືໂອກາດດັ່ງກ່າວ ເຂົ້າພົບປະ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ ໃນຕອນບ່າຍຂອງວັນທີ 19 ພະຈິກ 2025 ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ຮວາງ ແມັງ ລອງ ໄດ້ແຈ້ງຈຸດປະສົງ ໃນການມາເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນໃນຄັ້ງນີ້ ໃຫ້ ທ່ານ ເລຂາຄະນະບໍລິຫານງານພັກແຂວງ ໃຫ້ທ່ານເລຂາພັກ ແຂວງໄຊສົມບູນ ໄດ້ຮັບຊາບ ຈຸດປະສົງ ກໍເພື່ອມາເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນປຶກສາຫາລື ແລະ ເຊັນບົດບັນທຶກການຮ່ວມມືຮ່ວມກັນໃນຕໍ່ໜ້າ ລະຫວ່າງສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ກັບ ສະມາຄົມນັກຮົບເກົ່າ ແຂວງເຊິນລາ ພ້ອມນີ້ ທ່ານຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດລາວ-ຫວຽດນາມ, ຫວຽດນາມລາວ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ ດັ່ງບົດກະວີ ຂອງປະທານ ໂຮ່ຈີມິນ ໄດ້ກ່າວໄວ້ວ່າ: ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່ ຫຼາຍນໍ້ໍາໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍດຸ່ງໄປ, ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົງຮາທັງແມ່ຂອງ ບໍ່ເລິກປູນປານໄດ້.
ພ້ອມນີ້ ທ່ານ ພອຍຄໍາ ຮຸງບຸນຍວງ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ຂອງສະມາຄົມນັກຮົບເກົ່າ ແຂວງເຂິນລາ ສສ ຫວຽດນາມໃນຄັ້ງນີ້ ຊຶ່ງມັນສະແດງໃຫ້ເຫັນເຖິງສາຍພົວພັນທີບໍລິສຸດຜຸດຜ່ອງ ຂອງສອງສອງພັກ-ສອງຊາດລາວຫວຽດນາມ ທີມີມາແຕ່ດົນນານ ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດລາວ-ຫວຽດນາມ ໂດຍສະເພາະກໍຄື ສະຫະພັນນັກຮົບແຂວງໄຊສົມບູນ ແລະ ສະມາຄົມນັກຮົບແຂວງເຊິນລາ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ຈາກນັ້ນ, ທັງສອງຝ່າຍ ກໍໄດ້ມອບຂອງຂວັນທີ່ລະນຶກ ໃຫ້ເຊິ່ງກັນ ແລະ ກັນ ຕື່ມອີກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa