ສໍາເລັດຊູດຝຶກອົບຮົມ ກ່ຽວກັບວຽກງານອົບຮົມໃຫ້ແກ່ພະນັກງານຜູ້ທີ່ເຮັດວຽກອົບຮົມ ຢູ່ແຂວງໄຊສົມບູນ

ຊຸດຝຶກອົບຮົມວຽກງານອົບຮົມ ໃຫ້ແກ່ພະນັກງານຜູ້ທີ່ເຮັດວຽກອົບຮົມ ຢູ່ແຂວງໄຊສົມບູນ ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 24 ກັນຍາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ໂດຍການເຂົ້າຮ່ວມຂອງສະຫາຍ ທອງວັນ ທຳມະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ນາງ ຄໍາສີ ສິດທິວໍລະດາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມ ສູນກາງພັກ, ມີວິທະຍາກອນຈາກສູນກາງ, ສໍາມະນາກອນຈາກຄະນະໂຄສະນາອົບຮົມ 5 ເມືອງ ແລະ ກົມກອງ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ ທັງໝົດ 30 ກວ່າຄົນ.
ຕະຫຼອດໄລຍະການຝຶກອົບຮົມ ບັນດາຄູຝຶກ ແລະ ສຳມະນາກອນ ໄດ້ພ້ອມກັນເອົາໃຈໃສ່ສຸມສະຕິປັນຍາຂອງຕົນ ເຂົ້າໃນການຮຽນ-ການສອນ ດ້ວຍຄວາມຮັບຜິດຊອບສູງ ນອກຈາກໄດ້ຮຽນພາກທິດສະດີແລ້ວ ບັນດາສໍາມະນາກອນ ຍັງໄດ້ທົດລອງຂຶ້ນຫ້ອງບັນຍາຍເອກະສານອົບຮົມຕົວຈິງ ແລະ ປະກອບຄໍາຄິດ ຄໍາເຫັນ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ຕື່ມອີກ ເຮັດໃຫ້ບັ້ນຝຶກອົບຮົມໃນຄັ້ງນີ້ ມີຜົນສໍາເລັດຕາມລະດັບຄາດໝາຍ ຊຶ່ງໄດ້ເຮັດໃຫ້ບັນດາສໍາມະນາກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ກ່ຽວກັບວຽກງານອົບຮົມ ເພື່ອຈະໄດ້ນໍາເອົາໄປຈັດຕັ້ງປະຕິບັດໃຊ້ເຂົ້າໃນວຽກງານຕົວຈິງ ກໍຄືນໍາໄປຝຶກອົບຮົມ ໃຫ້ແຕ່ລະເປົ້າໝາຍ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານການເມືອງ-ແນວຄິດ ເນື່ອງຈາກວ່າວຽກງານດັ່ງກ່າວເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ອື່ນໆ.
ຈາກນັ້ນ ກໍໄດ້ມີພິທີມອບໃບຢັ້ງຢືນ ໃຫ້ແກ່ສຳມະນາກອນ ທີ່ໄດ້ສຳເລັດການຝຶກອົບຮົມໃນຄັ້ງນີ້ ໂດຍການມອບຂອງສະຫາຍ ນາງ ຄຳສີ ສິດທິວໍລະດາ ໃນໂອກາດກ່າວປິດຊຸດຝຶກອົບຮົມ ສະຫາຍ ທອງວັນ ທຳມະວົງ ໄດ້ຮຽກຮ້ອງໃຫ້ບັນດາສຳມະນາກອນ ຕ້ອງຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າເນື້ອໃນວຽກງານອົບຮົມເລິກເຊິ່ງ ແລະ ນໍາເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອນໍາໄປຝຶກອົບຮົມ ແລະ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນບັນດາເຜົ່າຮັບຮູ້-ເຂົ້າໃຈ ຕໍ່ແນວທາງຂອງພັກຢ່າງເລິກເຊິ່ງ ແລະ ທົ່ວເຖິງ ເພື່ອພ້ອມກັນບຸກທະລຸທາງດ້ານຈິນຕະນາການ ຢ່າງແຂງແຮງ ເພື່ອໃຫ້ຖືກຕ້ອງຕາມແນວທາງຂອງພັກ ແລະ ໄດ້ຮັບຜົນສໍາເລັດດີຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa