ຫົວໜ້າຄະນະໂຄສະນາອົບຮົມແຂວງ ຈັດຝຶກອົບຮົມໃຫ້ພະນັກງານພາຍໃນຫ້ອງການ

ໃນຕອນເຊົ້າຂອງວັນທີ 24 ກັນຍາ 2024 ທີ່ຫ້ອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ໄດ້ຈັດພິທີຝຶກອົບຮົມ ການຂຽນຂ່າວ, ຂຽນບົດ ແລະ ການຖ່າຍຮູບພາບ ເປັນກຽດຂື້ນຝຶກອົບຮົມໂດຍທ່ານ ນາງ ຄໍາສີ ສິດທິວໍລະດາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ພະນັກງານຢູ່ພາຍໃນຫ້ອງການ ຈຸດປະສົງກໍເພື່ອຍົກລະດັບໃຫ້ວຽກງານ ເວັບໄຊສ໌, ການເກັບກໍາຮູບພາບ, ການຂີດຂຽນ ແລະ ຫຼັກໄວຍະກອນ ໃຫ້ແຕ່ລະຂະແໜງການ ໃນຄະນະໂຄສະນາອົບຮົມແຂວງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ ຕາມຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ການເມືອງ ໃນແຕ່ລະໄລຍະ.

ໃນພິທີຝຶກອົບຮົມໃນຄັ້ງນີ້ ທ່ານ ນາງ ຄໍາສີ ສິດທິວໍລະດາ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ ຂື້ນຝຶກອົບຮົມ ໂດຍມີເນື້ອໃນຫຼັກເປັນຕົ້ນ: ເຕັກນິກການຖ່າຍຮູບພາບ, ການຂຽນຂ່າວ, ການຂຽນບົດ ແລະ ການນໍາໃຊ້ສະຫຼະ, ພະຍັນຊະນະໃຫ້ຖືກກັບຫຼັກໄວຍະກອນ ໃນການຮ່າງເອກະສານຂອງແຕ່ລະຂະແໜງ ໂດຍມີຜູ້ເຂົ້າຮ່ວມທັງໝົດ 10 ທ່ານ, ຍິງ 3 ທ່ານ. ນອກຈາກນັັ້ນ, ແຕ່ລະຂະແໜງການກໍໄດ້ແລກປ່ຽນບົດຮຽນ ເພື່ອໃຫ້ເຂົ້າໃຈກັນຢ່າງເລິກເຊິ່ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa