ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ,ເຂົ້າພົບປະ ແລະ ຢ້ຽມຢາມການນຳ ແຂວງໄຊສົມບູນ

ທ່ານ ປອ ກອງແກ້ວ ໄຊສົງຄາມ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຮອງຫົວໜ້າອະນຸກຳມະການເນື້ອໃນ ໄດ້ເຂົ້າພົບປະ ແລະ ຢ້ຽມຢາມການນຳ ແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ່ 29 ກໍລະກົດ 2024 ນີ້ ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການ ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍ່ວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ແຈ້ງຈຸດປະສົງຂອງການເຂົ້າພົບປະໃນຄັ້ງນີ້ ແມ່ນເພື່ອປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແນໃສ່ຕີລາຄາການໂຄສະນາເຜີຍແຜ່ ແລະ ເຊື່ອມຊຶມລັດຖະທຳມະນູນ ຕິດພັນກັບການສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ຢູ່ໃນທົ່ວແຂວງໄຊສົມບູນ ພ້ອມທັງເປັນການຕີລາຄາ ການຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ນອກຈາກນັ້ນ ຍັງເປັນການຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ໃຫ້ເຫັນໄດ້ຜົນສໍາເລັດ, ດ້ານດີ, ດ້ານອ່ອນ ແລະ ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ, ບົດຮຽນ ຢູ່ແຂວງໄຊສົມບູນ, ເກັບກໍາສັງລວມຄວາມເຫັນ, ຂໍ້ສະເໜີຕ່າງໆ ໃນການປະຕິບັດລັດຖະທຳມະນູນ ແລະ ການປັບປຸງລັດຖະທຳມະນູນ.ໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບລວມໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງແຂວງໄຊສົມບູນ ໃຫ້ທ່ານ ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ພ້ອມດ້ວຍຄະນະ ໄດ້ຮັບຊາບ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa