ຫ້ອງການ ຄອສພ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານວິຊາສະເພາະຄົ້ນຄວ້າ-ສັງລວມ ແລະ ວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2024, ທ່ານ ບົວໄລ ຊົມພູແກ້ວ, ຮອງຫົວໜ້າຫ້ອງການ ຄອສພ ໄດ້ນໍາພາຄະນະວິຊາການລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ເຍ່ຍຊາງ ລ່ອງປາວຈັ້ງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານວິຊາການ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 4 ທ່ານ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມ ເວົ້າລວມ, ເວົ້າສະເພາະ ແມ່ນການເຄື່ອນໄຫວວຽກງານຄົ້ນຄວ້າ-ສັງລວມ ແລະ ການ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ວິທີການເຄື່ອນໄຫວຂອງຕາໜ່າງເພື່ອນຮ່ວມງານ, ກົນໄກປະສານງານ ຂອງບັນດາຂະແໜງການຢູ່ຂັ້ນເມືອງ, ບັນດາພະແນກການອ້ອມຂ້າງແຂວງ ຕິດພັນກັບຂໍ້ຫຍຸ້ງຍາກ-ສິ່ງທ້າທາຍ, ບາງບົດຮຽນຖອດຖອນໄດ້ ແລະ ຂໍ້ສະເໜີແນະບາງດ້ານ ເພື່ອແນໃສ່ປັບປຸງຍົກສູງຄຸນນະພາບວຽກງານຄົ້ນຄວ້າ-ສັງລວມ ແລະ ການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ມີຄວາມລະອຽດຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ວ່ອງໄວທັນກັບສະພາບການ.

ໃນໂອກາດດັ່ງກ່າວ ທ່ານ ບົວໄລ ຊົມພູແກ້ວ, ຮອງຫົວໜ້າຫ້ອງການ ຄອສພ ກໍໄດ້ມີຄວາມຄິດຄວາມເຫັນແລກປ່ຽນ ໂດຍສະເພາະແມ່ນຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນຂອງວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ການຍົກສູງຄຸນນະພາບທາງດ້ານເນື້ອໃນການສ່ອງແສງລາຍງານ ແລະ ວິທີການຈັດຕັ້ງເຄື່ອນໄຫວ ເພື່ອຮັບປະກັນການເປັນເສນາທິການຊ່ວຍຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ສາມາດກໍາໄດ້ສະພາບແນວຄິດ-ຫາງສຽງສັງຄົມ ແລະ ຄວາມເປັນຫ່ວງເປັນໄຍຂອງພະນັກງານ-ລັດຖະກອນ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ຕໍ່ກັບການປະຕິບັດແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ເພື່ອສຶກສາອົບຮົມນໍາພາແນວຄິດ ແລະ ສ້າງຄວາມຮັບຮູ້, ເຂົ້າໃຈເອກະພາບກັບແນວທາງນະໂຍບາຍ ແລະ ການນໍາພາ-ຊີ້ນໍາຂອງພັກ, ການຄຸ້ມຄອງຂອງລັດໃນແຕ່ລະໄລຍະ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa