ຮອງປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຂົ້າພົບປະເຈົ້າແຂວງໄຊສົມບູນ

ເນື່ອງໃນໂອກາດທີ່ ທ່ານ ວຽງວິໄລ ທ່ຽງຈັນໄຊ ຮອງປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ໄດ້ເຂົ້າພົບປະທ່ານ ພອຍຄຳ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 21 ສິງຫາ ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.

ການລົງເຄື່ອນໄຫວວຽກງານຂອງທ່ານຮອງປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນຄັ້ງນີ້ ກໍເພື່ອລົງມາເຜີຍແຜ່ກົດໝາຍ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປັບປຸງປີ 2022 ຢູ່ແຂວງໄຊສົມບູນ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານການແກ້ໄຂຄຳຮ້ອງທຸກ ຢູ່ແຂວງໄຊສົມບູນ ມີຄວາມຖືກຕ້ອງ ແລະ ເຂັ້ມງວດ.

 

ຈາກນັ້ນ ທ່ານເຈົ້າແຂວງ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ຕີລາຄາສູງ ໃນການລົງມາຢ້ຽມຢາມ ແລະ ເຄື່ອນໄຫວຽກງານ ກໍຄືການລົງມາເຜີຍແຜ່ກົດໝາຍ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ພ້ອມນີ້ ທ່ານເຈົ້າແຂວງ ຍັງໄດ້ລາຍງານສະພາບການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງແຂວງໂດຍຫຍໍ້ ໃນໄລຍະຜ່ານມາ ໃຫ້ທ່ານຮອງປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຮັບຊາບ ຊຶ່ງການນຳແຂວງ ກໍໄດ້ເອົາໃຈ ໃນການນຳພາ-ຊີ້ນຳ ປຸກລະດົມປະຊາຊົນບັນເຜົ່າ ແລະ ທຸກພາກສ່ວນ ໃນການປະກອບສວ່ນສ້າງສາພັດທະນາແຂວງ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa