ຮອງປະທານຄະນະກວດກາສູນກາງພັກ ເຂົ້າພົບປະ ແລະ ຢ້ຽມຢາມການນໍາ ແຂວງໄຊສົມບູນ

ທ່ານ ວັນໄຊ ຊົ່ງຊາຢູ ຮອງປະທານ ຄະນະກວດກາສູນກາງພັກ​ ໄດ້ເຂົ້າພົບປະ ແລະ​ຢ້ຽມຢາມການນຳ​ ແຂວງໄຊສົມບູນ​ ໃນຕອນບ່າຍຂອງວັນທີ່​ 23 ກໍລະກົດ​ 2024​ ນີ້​ ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການ ແຂວງໄຊສົມບູນ​ ໂດຍການຕ້ອນຮັບຂອງທ່ານ​ ພອຍຄໍາ ຮຸ່ງບຸນຍ່ວງ​ ເຈົ້າແຂວງໄຊສົມບູນ​ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ​ ເຂົ້າຮ່ວມ.

ຊຶ່ງຈຸດປະສົງການເຂົ້າພົບປະໃນຄັ້ງນີ້​ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ກັບວຽກງານຕິດຕາມ, ກວດກາຂອງພັກ ຕາມທັດສະນະຂອງພັກ ທີ່ວ່າ: ວຽກງານຕິດຕາມ, ກວດກາພັກ ແມ່ນໜຶ່ງໃນພາລະບົດບາດການນໍາພາຂອງພັກ ຂອງຄະນະພັກແຕ່ລະຂັ້ນ​ ທັງເປັນການປັບປຸງພາຍໃນພັກ ໃຫ້ມີຄວາມເປັນເອກະພາບທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ-ວິທີເຮັດວຽກຕາມຫຼັກການຂອງພັກ ບົນພື້ນຖານກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ​ ຄຽງຄູ່ກັບການຊອກໃຫ້ເຫັນດ້ານດີ ເພື່ອສົ່ງເສີມ, ດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອຈຳກັດ ແລະ ແກ້ໄຂໃຫ້ທັນການ, ບໍ່ໃຫ້ມີປະກົດການ ຫຍໍ້ທໍ້ຕ່າງໆເກີດຂຶ້ນໃນການຈັດຕັ້ງພັກ ກໍ່ຄືຖັນແຖວສະມາຊິກພັກ-ພະນັກງານ, ທັງເປັນການປ້ອງກັນພັກ-ພະນັກງານ, ສ້າງໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ​ ພ້ອມດຽວກັນນີ້ ກໍເພື່ອກະກຽມຂໍ້ມູນ ກ່ຽວກັບການນໍາພາລວມ ກໍ່ຄືບຸກຄົນຄະນະບໍລິຫານງານພັກແຂວງ ໃຫ້ແກ່ການດໍາເນີນຊີວິດ ການເມືອງທ້າຍສະໄໝ ແລະ ກະກຽມຄົ້ນຄວ້າ, ເລືອກເຟັ້ນບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ 03 ຂັ້ນຂອງພັກ.​ ໂອກາດນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບລວມໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານ​ຕ່າງໆ ຂອງແຂວງໄຊສົມບູນ​ ໃຫ້​ທ່ານ​ ຮອງປະທານຄະນະກວດກາສູນກາງພັກ​ ພ້ອມດ້ວຍຄະນະ​ ໄດ້ຮັບ​ຊາບ​ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa