ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ.

ເນື່ອງໃນໂອກາດທີ່ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ຄັ້ງນີ້ ທ່ານພ້ອມດ້ວຍຄະນະຍັງເຂົ້າພົບປະທ່ານ ເຈົ້າແຂວງໄຊສົມບູນ ໃນຕອນເຊົ້າ ຂອງວັນທີ 8 ພຶດສະພາ ນີ້ ຢູ່ທີ່່ຫ້ອງຮັບຮອງຂອງຫ້ອງວ່າການແຂວງ ເຊິ່ງຕອນຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ ການເຂົ້າພົບທ່ານເຈົ້າແຂວງໄຊສົມບູນ ຄັ້ງນີ້ ກໍເພື່ອ ແຈ້ງຈຸດປະສົ່ງໃນການລົງເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ ໃຫ້ທ່ານເຈົ້າແຂວງ ແລະ ຄະນະນໍາແຂວງໄດ້ຮັບຮູ້ ຈາກນັ້ນ ທ່ານເຈົ້າແຂວງໄຊສົມບູນ ກໍໄດ້ລາຍງານສະພາບລວມຂອງວຽກງານຕ່າງໆພາຍໃນແຂວງ ໃຫ້ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຮັບຊາບ ຈາກນັ້ນ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຮັດວຽກຮ່ວມກັບສະພາປະຊາຊົນ ແຂວງໄຊສົມບູນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງ ໂດຍການຮ່ວມຂອງທ່ານ ແດງ ປະທຸມທອງ, ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ມີທ່ານຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ ພ້ອມດ້ວຍຫົວໜ້າພະແນກການ, ອົງການ-ກົມກອງ ອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານສະພາປະຊາຊົນ ແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ແດງ ປະທຸມທອງ ໄດ້ຂຶ້ນລາຍງານໂດຍຫຍໍ້ຂອງວຽກງານສະພາປະຊາຊົນແຂວງໄຊສົມບູນ ເຊິ່ງໃນໄລຍະ ຜ່ານມາ ໄດ້ຈັດຕັ້ງການທາບທາມ, ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ທີ່ຈະນໍາເຂົ້າຄົ້ນຄວ້າພິຈາລະນາໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໄດ້ທັງໝົດ 74 ສະບັບສ້າງໃຫມ່ 16 ສະບັບ, ປັບປຸງ 58 ສະບັບ. ນອກຈາກນັ້ນ ສະມາຊິກສະແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ເປັນເຈົ້າການລົງພົບປະ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ຜູ້ມີສິດເລືອກຕັ້ງ ໂດຍການນໍາເອົາແນວທາງນະໂຍບາຍ ຂອງພັກ ລະບຽບກົດໝາຍຂອງລັດ ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ II ຈໍານວນ 8 ຄັ້ງ, ລົງຈັດຕັ້ງເຜີຍແຜ່ ໄດ້ທັງໝົດມີ 377 ຈຸດ ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ເຂົ້າຮ່ວມຮັບຟັງທັງໝົດ 31. 634 ເທື່ອຄົນ ຍິງ 12.972 ເທື່ອຄົນ. ສໍາລັບວຽກໂຄງການກໍ່ສ້າງ ຕຶກສະພາປະຊາຊົນແຂວງໄຊສົມບູນ ນັບຕັ້ງແຕ່ເລີ່ມຕົ້ນກໍ່ສ້າງ ຈົນເຖິິງປະຈຸບັນ ລວມການຈັດຕັ້ງປະຕິບັດໄດ້ທັງໝົດທຽບໃສ່ເປີເຊັນລວມຂອງສັນຍາ 37.48% ເຫັນວ່າ ລື່ນແຜນການທີ່ວາງໄວ້ 5.95% ພ້ອມນີ້ວຽກງານດ້ານອື່ນໆ ກໍຈັດຕັ້ງປະຕິບັດ ສໍາເລັດຕາມຄາດໝາຍ ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານວຽກງານຂອງຕົນ ໃຫ້ແກ່ປະທານກອງປະຊຸມໄດ້ຮັບຟັງ ດ້ວຍຄວາມຮັບຜິດຊອບສູງ ທັງນີ້ ກໍເພື່ອຈະໄດ້ພ້ອມກັນປັບປຸງແກ້ໄຂຈຸດອ່ອນ ແລະ ຂໍ້ຂົງຄ້າງ ຂອງແຕ່ລະໜ້າວຽກ ໃຫ້ສາມາດປະຕິບັດສໍາເລັດຕາມຄາດໝາຍທີ່ວາງໄວ້. ເຊິ່ງການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ຄັ້ງນີ້ ກໍເພື່ອຕິດຕາມ ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ, ບັນດາ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດວຽກງານການຕ່າງປະເທດ, ບັນດາສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ; ທັງເປັນການປະຕິບັດຕາມແຜນ ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ໃນການຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຂະໜາດໃຫຍ່ ທີ່ເປັນບູລິມະສິດຂອງຊາດ, ໂຄງການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ແລະ ສະພາບການຄຸ້ມຄອງໂຄງການຊ່ວຍເຫຼືອລ້າເພື່ອການພັດທະນາ (ODA) ຢູ່ຕາມເຂດຈຸດສຸມພັດທະນາ, ຫ່າງໄກສອກຫລີກ ແລະ ບໍລິເວນຊາຍແດນ. ພ້ອມທັງ, ຕິດຕາມ ຊຸກຍູ້ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການປຸກສ້າງອາຄານສະພາປະຊາຊົນຂັ້ນແຂວງໄຊສົມບູນ ລວມທັງຢ້ຽມຢາມໂຄງການພັດທະນາຈໍານວນໜຶ່ງຢູ່ພາຍໃນແຂວງ ຕື່ມອີກ.

ໃນໂອກາດທີ່ມີຄວາມໝາຍ-ຄວາມສໍາຄັນນີ້ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນ ໂອ້ລົມຕໍ່ກອງປະຊຸມ ເຊິງທ່ານໄດ້ເນັ້ນໝັກໃຫ້ຄະນະນໍາຂອງແຂວງ ຈົ່ງສືບຕໍ່ສຶກສາອົບຮົມ-ການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ ພະນັກງານ ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເປັນປົກກະຕິ, ນໍາພາຈັດຕັ້ງວຽກງານຂອງສະພາປະຊາຊົນແຂວງ ໂດຍສະເພາະສືບຕໍ່ຕິດຕາມໂຄງການກໍ່ສາງຕຶກອາຄານຂອງສະພາປະຊາຊົນແຂວງ ໃຫ້ສໍາເລັດຕາມຄາດໝາຍທີ່ໄດ້ກໍານົດໄວ້. ສືບຕໍ່ຕິດຕາມບັນດາບໍລິສັດທີ່ມາລົງທຶນພາຍໃນແຂວງ ໃຫ້ເປັນປົກກະຕິ ແລະ ຕິດຕາມຄ່າແຮງງານລາວທີ່ເຮັດວຽກຢູ່ບັນດາບໍລິສັດ ໃຫ້ໄດ້ຄ່າແຮງງານ ທີ່ເໝາະສົມ ໄປຄ່ຽງຄູ່ກັບການປັບປຸງກົນຈັກການຈັດຕັ້ງຂອງບັນດາພະແນກການ ທີ່ລັດຖະບານ ແລະ ສະພາແຫ່ງຊາດ ໄດ້ກໍານົດໄວ້ ໃຫ້ສໍາເລັດຕາມຄາດໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa