ຮອງຜູ້ອໍານວຍການທະນາຄານ ການຄ້າຕ່າງປະເທດລາວ ພ້ອມດ້ວຍຄະນະ ເຂົ້າພົບປະເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ.

ເນື່ອງໃນໂອກາດ ທີ່ສະຫາຍ ກົງສັກ ສຸພອນສີ ຄະນະພັກຮາກຖານ ຮອງຜູ້ອໍານວຍການທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ພ້ອມດ້ວຍຄະນະ ລົງມາເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ສະຫາຍ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 2 ຕຸລາ ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ໂດຍມີການນຳແຂວງ ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້ ສະຫາຍ ກົງສັກ ສຸພອນສີ ໄດ້ແຈ້ງຈຸດປະສົງການລົງເຄື່ອນໄຫວວຽກງານ ໃຫ້ສະຫາຍເລຂາຄະນະບໍລິຫານງານພັກແຂວງ ໄດ້ຮັບຊາບ ຊຶ່ງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອເຂົ້າອວຍພອນຜົນສຳເລັດກອງປະຊຸມໃຫຍ່ ອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ 2 ທີ່ໄດ້ສຳເລັດໄປຫວ່າງບໍ່ດົນຜ່ານມານີ້ ພ້ອມນີ້ ກໍເພື່ອມາແນະນຳວຽກງານໃຫ້ຄະນະສາຂາ, ການສ້າງຕັ້ງ ໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ ຂອງທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງໄຊສົມບູນ ເນື່ອງຈາກວ່າມີສະມາຊິກເພີ່ມຂຶ້ນເປັນຈໍານວນຫຼາຍ ເພື່ອຂໍສ້າງຕັ້ງເປັນໜ່ວຍພັກເອກະລາດ ຂອງທະນາຄານການທະນາຄານ ການຄ້າຕ່າງປະເທດລາວ ສາຂາແຂວງໄຊສົມບູນ.
ໃນໂອກາດດັ່ງກ່າວ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ກົງສັກ ສຸພອນສີ ພ້ອມດ້ວຍຄະນະ ທີ່ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນ ແລະ ເຂົ້າອວຍພອນຜົນສຳເລັດກອງປະຊຸມໃຫຍ່ ຂອງອົງຄະນະພັກ ແຂວງໄຊສົມບູນ ພ້ອມນີ້ ສະຫາຍຍັງໄດ້ເນັ້ນໜັກໃຫ້ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກໍຄືສາຂາແຂວງໄຊສົມບູນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ເນື່ອງຈາກວ່າທະນາຄານການຄ້າຕ່າງປະເທດລາວ ມີບົດບາດສຳຄັນຫຼາຍ ໃນການປະກອບສ່ວນພັດທະນາ ແຂວງໄຊສົມບູນ ໂດຍສະເພາະແມ່ນການໃຫ້ບໍລິການທາງດ້ານການເງິນໃຫ້ແກ່ສັງຄົມ. ສຳລັບການຂໍສະເໜີສ້າງຕັ້ງໜ່ວຍພັກແມ່ນໃຫ້ປະຕິບັດຕາມຫຼັກການຂອງພັກວາງອອກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa