ທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ຊຶ່ງໃນຕອນບ່າຍ ຂອງວັນທີ 26 ພຶດສະພາ ນີ້ ທ່ານພ້ອມດ້ວຍຄະນະ ໄດ້ເຂົ້າພົບທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ເທບພະໄທ ພັນກ້າ ໄດ້ແຈ້ງຈຸດປະສົງຂອງການລົງມາເຮັດວຽກ ໃຫ້ທ່ານເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະໄດ້ຮັບຊາບ ຊຶ່ງການລົງມາເຄື່ອນໄຫວວຽກງານຄັ້ງນີ້ ເພື່ອລົງເຜີຍແຜ່ ແລະ ຕິດຕາມວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນ ໃຫ້ແກ່ພະນັກງານຜູ້ທີ່ເຮັດວຽກງານກວດກາ ຢູ່ແຂວງໄຊສົມບູນ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ແລະ ໃຫ້ມີປະສິດທິຜົນສູງ, ຖືກຕ້ອງໄປລວງດຽວກັນ ແລະ ສອດຄ່ອງຕາມກົດ ໝາຍກຳນົດໄວ້,

ຈາກນັ້ນ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ພ້ອມທັງ ລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ຢູ່ແຂວງໄຊສົມບູນ ໃຫ້ເທບພະໄທ ພັນກ້າ ພ້ອມດ້ວຍຄະນະໄດ້ຮັບຊາບໂດຍຫຍໍ້ ຊຶ່ງຕະຫຼອດໄລຍະຜ່ານມາ ການນຳາແຂວງກໍໄດ້ເອົາໃຈໃສ່ການນໍາພາ-ຊີ້ນຳ ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງເອົາໃຈໃສ່ເຮັດວຽກງານກວດກາເຂັ້ມງວດ ແລະ ເປັນປົກກະຕິ ເພື່ອເຕືອນສະຕິພະນັກງານ-ສະມາຊິກພັກ ແລະ ເປັນເຈົ້າການໃນການດຳເນີນການກວດກາ ເມື່ອພົບເຫັນບັນຫາ ກໍໄດ້ມີການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສືບສວນ-ສອບສວນ ຢ້່າງເຄັ່ງຄັດ, ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການ.