ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ບ້ານຖໍ້າໂລ້ ເມືອງອະນຸວົງ

ໃນຕອນເຊົ້າຂອງວັນທີ 29 ສິງຫາ 2024 ນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຮອບດ້ານ ຢູ່ບ້ານຖໍ້າໂລ້ ເມືອງອະນຸວົງ ທີ່ເດີ່ນໂຮງຮຽນປະຖົມສົມບູນຖໍ້າໂລ້ ໂດຍການຕ້ອນຮັບຂອງ ທ່ານ ຮືທໍ່ ເພຼຍຫຼວງ, ເຈົ້າເມືອງອະນຸວົງ, ມີ ທ່ານ ຕົວເຮີ່ ເຮີ່ຈະເລີນ, ນ້າຍບ້ານ-ບ້ານຖໍ້າໂລ້ ພ້ອມດ້ວຍພະນັກງານ ລົງກໍ່ສ້າງຮາກຖານ ຕະຫຼອດຮອດພໍ່ແມ່ປະຊາຊົນ ພາຍໃນບ້ານ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ຕົວເຮີ່ ເຮີ່ຈະເລີນ ນ້າຍບ້ານ-ບ້ານຖໍ້າໂລ້ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງບ້ານ ໃຫ້ທ່ານ ເຈົ້າແຂວງ ໄດ້ຮັບຊາບ ຊຶ່ງບ້ານຖໍ້າໂລ້ ເປັນບ້ານໜຶ່ງທີ່ຕັ້ງຫ່າງໄກຈາກເທດສະບານ ເມືອງອະນຸວົງ 15 ກິໂລແມັດ, ມີເນື້ອທີ່ລວງຮອບທັງໝົດ 24. 642.92 ເຮັກຕາ ໃນນັ້ນ ດິນທໍາການຜະລິດ 67.24 ເຮັກຕາ, ດິນຄັງສັດ 953.85 ເຮັກຕາ ປະກອບດ້ວຍ 7 ໜ່ວຍສາມັກຄີ, ມີ 119 ຫຼັງຄາເຮືອນ, ມີ 104 ຄອບຄົວ, ມີພົນລະເມືອງທັງໝົດ 786 ຄົນ, ຍິງ 368 ຄົນ ໃນນີ້ມີ 3 ຊົນເຜົ່າຢູ່ຮ່ວມກັນ ຄື: ເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າລາວ ຊຶ່ງປະຊາຊົນພາຍໃນບ້ານ ສ່ວນໃຫຍ່ແມ່ນຜະລິດດ້ານກະສິກໍາເປັນຕົ້ນຕໍ ໂດຍສະເພາະ ຖືເອົາການປູກຝັງ-ລ້ຽງສັດ ເປັນອາຊີບຫຼັກ ຊຶ່ງມີສັດລ້ຽງທັງໝົດ 3857 ໂຕ ໃນນັ້ນ ມີຄວາຍ 254 ໂຕ, ງົວ 785 ໂຕ, ໝູ່ 73 ໂຕ, ແບ້ 6 ໂຕ ແລະ ສັດປີກ 2739 ໂຕ ມີເນື້ອທີ່ປູກເຂົ້ານາປີ 58,19 ເຮັກຕາ, ເນື້ອທີ່ປູກສາລີ 2 ເຮັກຕາ, ປູກມັນຕົ້ນ 200 ເຮັກຕາ, ປູກໝາກແຕງ 1 ເຮັກຕາ ແລະ ປູກພືດອື່ນໆຕື່ມອີກ. ນອກນັ້ນ ບ້ານຖໍ້າໂລ້ ຍັງສາມາດເກັບລາຍຮັບເຂົ້າງົບປະມານໄດ້ 23.211.000 ກີບ ໃນນີ້ຈາກພາສີທີ່ດິນ 18.011.000 ກີບ, ຈາກອາກອນ 1.200.000 ກີບ ແລະ ຈາກຄ່າທໍານຽມເຊັນເອກະສານຕ່າງໆ ຂອງບ້ານ 4.000.000 ກີບ. ພ້ອມດຽວກັນນີ້ ບ້ານຖໍ້າໂລ້ ມີໂຮງຮຽນປະຖົມ 1 ແຫ່ງ, ມີຫ້ອງຮຽນ 7 ຫ້ອງ, ມີນັກຮຽນ 145 ຄົນ, ຍິງ 76 ຄົນ ແລະ ມີຄູສອນ 9 ຄົນ, ຍິງ 2 ຄົນ. ນອກຈາກນັ້ນ ກໍໄດ້ເຄື່ອນໄຫວກວດກາ ແລະ ຄຸ້ມຄອງສໍາມະໂນຄົວ 2 ຄັ້ງ, ສ້າງຄອບຄົວປ້ອງກັນຄວາມສະຫງົບດີ 87 ຄອບຄົວ, ຍັງເຫຼືອ 17 ຄອບຄົວ ແລະ ວຽກງານດ້ານອື່ນໆ ກໍສາມາດຈັດຕັ້ງປະຕິບັດໄດ້ເປັນປົກກະຕິ ແລະ ມີສະຖຽນນະພາບດີຂຶ້ນເລື້ອຍໆ. ຈາກນັ້ນ ຕາງໜ້າຄະນະລົງກໍ່ສ້າງຮາກຖານຂັ້ນບ້ານ ກໍໄດ້ລາຍງານວຽກຂອງຕົນ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃຫ້ທ່ານ ເຈົ້າແຂວງ ແລະ ຄະນະ ໄດ້ຮັບຊາບ ຕື່ມອີກ.

ໃນໂອກາດທີ່ມີຄໍາເຫັນໂອ້ລົມ ທ່ານ ເຈົ້າແຂວງໄຊສົມບູນ ໄດ້ເນັ້ນໜັກໃຫ້ຄະນະນໍາຂອງບ້ານ ແລະ ພະນັກງານຮາກຖານ ຈົ່ງຍົກສູງຄວາມເປັນເຈົ້າການຂອງຕົນ ເຂົ້າໃນການຈັດຕັ້ງວຽກງານຮອບດ້ານ ດ້ວຍຄວາມຮັບຜິດຊອບສູງ ໂດຍທ່ານ ໄດ້ຍົກເອົາສາມໂຮມ ເປັນການຊີ້ນໍາໃຫ້ອົງການປົກຄອງບ້ານ ແລະ ພະນັກງານກໍ່ສ້າງຮາກຖານ ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນ ໂຮມກັນຄິດກ່ຽວກັບການວາງແຜນວຽກງານລວມຂອງບ້ານ ໄປຄ່ຽງຄູ່ກັບການໂຮມປຶກສາຫາລື ຢ່າງລວມສູນປະຊາທິປະໄຕ ເພື່ອກໍານົດແນວທາງການເຄື່ອນໄຫວ ໃຫ້ມີປະສິດທິພາບ ໂດຍສອດຫ້ອຍກັບການໂຮມການຈັດຕັ້ງປະຕິບັດຕົວຈິງ ໃຫ້ເປັນຮູບປະທໍາ. ພ້ອມດຽວກັນນີ້ ກໍຕ້ອງສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນພາຍໃນບ້ານ ເປັນບັນຫາກົກ ເພື່ອໃຫ້ເຂົາເຈົ້າກໍາແໜ້ນເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ-ລັດວາງອອກ ຢ່າງເລິກເຊິ່ງ ໂດຍຕິດພັນກັບການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນ ເພື່ອພ້ອມກັນສ້າງສາພັດທະນາບ້ານ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆໃນຕໍ່ໜ້າ. ເນື່ອງໃນໂອກາດລົງຊຸກຍູ້ວຽກງານຮອບດ້ານຢູ່ບ້ານຖໍ້າໂລ້ ເມືອງອະນຸວົງ ທ່ານເຈົ້າແຂວງ ຍັງນໍາເອົາເຄື່ອງນຸ້ງຮົ່ມຈໍານວນໜຶ່ງມາມອບໃຫ້ແກ່ 3 ຄອບຄົວທຸກຍາກ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa