ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ, ການນຳແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ເຂົ້າອວຍພອນ ສະຖານທູດຫວຽດນາມ ປະຈຳ ສປປ ລາວ ໂດຍໄດ້ຮັບການຕ້ອນຮັບ ຈາກ ສະຫາຍ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຄະນະຍັງໄດ້ເຂົ້າອວຍພອນ ຫ້ອງການທູດການທະຫານ ແຫ່ງ ສສ ຫວຽດນາມ ປະຈຳລາວ ແລະ ຫ້ອງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ປະຈຳ ສປປ ລາວ.
ການເຂົ້າອວຍພອນເນື່ອງໃນໂອກາດ ສຳຄັນຕ່າງໆ ຂອງ ສສ ຫວຽດນາມ ກໍ່ເພື່ອເປັນການເສີມຂະຫຍາຍມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສວຍສົດງົດງາມ, ໝັ້ນຄົງທະນົງແກ່ນຕະຫຼອດການລະນານ.
