ເມືອງລ້ອງຊານ ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ໃນວັນທີ 5 ມີນາ 2026 ນີ້ ເມືອງລ້ອງຊານ ໄດ້ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຮອບທີ I ໃຫ້ແກ່ບັນດາຄະນະປະຈໍາພັກ, ກໍາມະການພັກ, ຫົວໜ້າ, ຮອງຫ້ອງການ, ອົງການ, ກົມກອງ, ປະທານ, ຮອງປະທານຕາແສງ, ລັດວິສາຫະກິດ ແລະ ພະນັກງານບໍານານອາວຸໂສ ຊຶ່ງກອງປະຊຸມໄດ້ຈັດຂຶ້ນທີ່ສະໂມສອນເມືອງລ້ອງຊານ ພາຍໃຕ້ການເປັນປະທານໂດຍ ທ່ານ ພົມມາ ແກ້ວບົວພາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 110 ຄົນ, ຍິງ 11 ຄົນ.

ໃນກອງປະຊຸມທ່ານ ພົມມາ ແກ້ວບົວພາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ ໄດ້ເນັ້ນໃຫ້ບັນດາຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຕິດຕາມ, ຮັບຟັງ, ສຸມສະຕິປັນຍາເຂົ້າໃສ່ການເຜີຍແຜ່ເນື້ອໃນ ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ເພື່ອຈະໄດ້ຜັນຂະຫຍາຍເອົາເນື້ອໃນມະຕິດັ່ງກ່າວໄປເປັນແຜນງານ-ໂຄງການເຂົ້າໃສ່ວຽກງານຕົວຈິງຢູ່ໃນຂະແໜງການຂອງຕົນໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນອັນສູງສຸດ. ພ້ອມກັນນີ້ທ່ານໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວໃນຄັ້ງນີ້ເປັນຕົ້ນ ຄໍາຂວັນທີ່ວ່າ “ຍົກສູງບົດບາດການນໍາພາ ທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”; ພິຈາລະນາ ແລະ ຮັບຮອງເອົາໂຄງການ ການເມືອງຂອງພັກ ສະບັບທີ 3 “ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”; ພິຈາລະນາ ແລະ ເປັນເອກະພາບສູງຮັບຮອງເອົາລາຍງານການເມືອງ ຄັ້ງທີ XI ໃນ 5 ປີ ຜ່ານມາ; ກອງປະຊຸມໃຫຍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍລັດຖະບານທີ່ໄດ້ຕັ້ງໜ້າປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຍາດໄດ້ຜົນສໍາເລັດເປັນຢ່າງດີ, ພ້ອມນັ້ນ ກໍສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະເພາະ 6 ເປົ້າໝາຍໃຫຍ່ ຄື: ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ພັດທະນາຊັບພະຍາກອນມະນຸດ, ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ, ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສາມາດເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ, ພັດທະນາການຄຸ້ມຄອງບໍລິຫານລັດ; ຮັບຮອງເອົາກົດລະບຽບພັກປະຊາຊົນປະຕິວັດລາວ (ສະບັບປັບປຸງ); ພິຈາລະນາ ແລະ ຮັບຮອງເອົາ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະ ໄໝທີ XI; ຮັບຮອງເອົາບົດລາຍງານຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະກອບດ້ວຍກໍາມະການສູນກາງພັກ 73 ສະຫາຍ ແລະ ກໍາມະການສໍາຮອງ ຈໍານວນ 15 ສະຫາຍ.

ໃນກອງປະຊຸມເພື່ອເຮັດໃຫ້ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງນັ້ນ ທ່ານ ພົມມາ ແກ້ວບົວພາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ ໄດ້ມອບໝາຍໜ້າທີໃຫ້ຄະນະບໍລິຫານງານພັກເມືອງ ແລະ ຄະນະພັກທຸກຂັ້ນ ເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເປັນແຜນດໍາເນີນງານຂອງຕົນຢ່າງລະອຽດ, ມີການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ແທດເຖິງເປັນປະຈຳໂດຍມີການນໍາພາ-ຊີ້ນໍາຢ່າງແຂງແຮງ; ການເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຮອບທີ I ນີ້ແມ່ນສະເພາະຮອງຫົວໜ້າຫ້ອງການ, ອົງການທຽບເທົ່າ, ກົມກອງ ຂຶ້ນໄປເທົ່ານັ້ນ ຍັງຈະໄດ້ສືບຕໍ່ເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ, ທະຫານ, ຕຳຫຼວດ, ຄູອາຈານ ແລະ ຢູ່ຂັ້ນຕາແສງ ໃຫ້ທົ່ວເຖິງຕື່ມອີກ. ພ້ອມກັນນີ້ຍັງໄດ້ຖືເອົາໂອກາດດັ່ງກ່າວມອບຫຼຽນກາລະນຶກ 70 ປີໃຫ້ພະນັກງານບໍານານອາວຸໂສທີ່ເປັນສະມາຊິກພັກ ແລະ ເງິນຈຳນວນໜຶ່ງ ຊຶ່ງຂຶ້ນມອບໂດຍ ທ່ານ ພົມມາ ແກ້ວບົວພາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລ້ອງຊານ ເພື່ອເປັນການສັນລະເສີນ, ລະນຶກເຖິງຄຸນງາມຄວາມດີໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.