ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງລ້ອງຊານ ແຂວງໄຊສົມບູນ ຄັ້ງທີ IV ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 5 ມີນາ 2025 ນີ້ ທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົມມາ ແກ້ວບົວພາ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ-ເມືອງລ້ອງຊານ ໂດຍການເຂົ້າຮ່ວມຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຮວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂັ້ນແຂວງ, ເລຂາພັກເມືອງ ໃນທົ່ວແຂວງ, ເລຂາພັກເມືອງທ່າພະບາດ ແຂວງບໍລິຄໍາໄຊ ຕະຫຼອດຮອດແຂກຖືກເຊີນ, ພະນັກງານອາວຸໂສບໍານານ ແລະ ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ ເຂົ້າຮ່ວມຈໍານວນ 104 ສະຫາຍ.
ໃນໂອກາດກ່າວໄຂກອງປະຊຸມ ສະຫາຍ ພົມມາ ແກ້ວບົວພາ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ສັງເກດຕີລາຄາຄືນຜົນສໍາເລັດ ແຫ່ງການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກເມືອງ ໃນໄລຍະ 5 ປີ ຜ່ານມາ, ຖອດຖອນໄດ້ບົດຮຽນທີ່ສໍາຄັນ, ຄົ້ນຄວ້າ-ຕົກລົງເປັນເອກະພາບຮ່ວມກັນ, ຮັບຮອງເອົາມະຕິກອງປະຊຸມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີ ຕໍ່ໜ້າ; ພ້ອມນັ້ນ ຍັງຈະໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາປະຊາຊົນບັນດາເຜົ່າ ປະຕິບັດແນວທາງການເມືອງຂອງພັກ ຢູ່ເມືອງລ້ອງຊານ ໃນ 5 ປີ ຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ແຂວງໄຊສົມບູນ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້.
ໃນວາລະກອງປະຊຸມ ທີ່ມີຄວາມໝາຍ-ຄວາມສໍາຄັນ ຄັ້ງນີ້ ຍັງຈະໄດ້ຮັບຟັງຄໍາໂອ້ລົມ ຂອງສະຫາຍ ເລຂາຄະນະບໍລິຫານງານພັກແຂວງ ເພື່ອເປັນທິດຊີ້ນໍາ-ເຍືອງທາງ ໃຫ້ຄະນະບໍລິຫານງານພັກເມືອງ ຊຸດທີ IV ແລະ ບັນດາຜູ້ແທນກອງປະຊຸມ ໄດ້ກໍາແໜ້ນ, ເຊື່ອມຊຶມ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.