ແຂວງໄຊສົມບູນ ຈັດກອງປະຊຸມປືກສາຫາລືແກ້ໄຂບັນຫາການຂາດແຄນແຮງງານ


ທົ່ວແຂວງໄຊສົມບູນ ມີແຮງງານທັງໝົດ 6,800 ກວ່າຄົນ ມີແຮງງານບໍ່ຖືກຕ້ອງກົດໝາຍ 100 ກວ່າຄົນ
ວັນທີ 15 ຕຸລາ 2024 ນີ້ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ຈັດກອງປະຊຸມຮ່ວມກັບຄູ່ຮ່ວມງານ ເພື່ອປືກສາຫາລືແກ້ໄຂບັນຫາການຂາດແຄນແຮງງານພາຍໃນ ມີທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຜ່ານການປະຕິບັດວຽກງານການຈັດຫາງານຢູ່ແຂວງໄຊສົມບູນໄລຍະ 10 ເດືອນຜ່ານມາ ແລະ ທິດທາງ ໃນຕໍ່ໜ້າວ່າ: ແຂວງໄຊສົມບູນມີແຮງງານທັງໝົດ 6,812 ຄົນຍິງ 1,210 ຄົນ ໃນນີ້ແຮງງານຕ່າງປະເທດ 954 ຄົນ, ຍິງ 72 ຄົນ, ລວມມີແຮງງານ ຈີນ 485 ຄົນ, ຫວຽດນາມ 13 ຄົນ, ໄທ 31 ຄົນ, ແລະ ແຮງງານອື່ນໆ 319 ຄົນ, ຍິງ 29 ຄົນ.
ການກວດກາໃນຄັ້ງນີ້ ພົບເຫັນແຮງງານບໍ່ມີເອກະສານຖືກຕ້ອງຕາມລະບຽບການ 77 ຄົນ ສັນຊາດຈີນ 38 ຄົນ ແລະ ຫວຽດນາມ 39 ຄົນ; ແຮງງານ ຈີນເຮັດວຽກຜິດສະຖານ 27 ຄົນ, ຍິງ 01 ຄົນ ເບື້ອງຕົ້ນໄດ້ແນະນໍາເຮັດບົດບັນທຶກໃຫ້ຫົວໜ່ວຍແຮງງານດໍາເນີນເອກະສານໃຫ້ຖຶກຕ້ອງຕາມລະບຽບການ ແລະ ສ້າງບົດບັນທຶກກັບຫົວໜ່ວຍແຮງງານແລ້ວ, ທັງນີ້ກໍເພື່ອຮັບປະກັນໃຫ້ຜູ້ຕ້ອງການຊອກວຽກເຮັດງານທໍາ ໄດ້ເຂົ້າເຖິງຕຳແໜ່ງງານ ແລະ ມີວຽກເຮັດງານທຳ, ໄດ້ປະກອບອາຊີບອິດສະລະ ແລະ ຜູ້ໃຊ້ແຮງງານ ມີແຮງງານບັນຈຸເຂົ້າຕຳແໜ່ງງານ ຕາມຄວາມຕ້ອງການ ຂອງການຈັດຫາງານພາຍໃນປະເທດ.
ພາກສ່ວນທີ່ຂາດແຄນແຮງງານຕ້ອງໃຫ້ມີການປະກາດຮັບສະໝັກ, ສໍາພາດ ແລະ ຄັດເລືອກ ເອົາຜູ້ອອກແຮງງານ ທີ່ມີຄຸນນະພາບ ເຂົ້າໃນຕໍາແໜ່ງງານ ພ້ອມທັງຮັບຜິດຊອບໃນການຝຶກອົບຮົມຜູ້ອອກແຮງງານ ໃຫ້ມີສີມືກ່ອນເຂົ້າເຮັດວຽກ ແລະ ຍົກລະດັບສີມືແຮງງານໃຫ້ມີຄວາມສາມາດໃນການເຮັດວຽກ ຢ່າງຍາວນານ ຄຽງຄູ່ກັບການກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາການຈັດຫາງານ ເພື່ອໃຫ້ເປັນລະບົບ, ເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa