ແຂວງໄຊສົມບູນ ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການພັດທະນາສະໜາມບິນເກົ່າ ຢູ່ ເມືອງລ້ອງແຈ້ງ.

ໃນຕອນບ່າຍຂອງວັນທີ 19 ກຸມພາ 2025 ນີ້ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການພັດທະນາສະໜາມບິນເກົ່າ ຢູ່ເມືອງລ້ອງແຈ້ງ ຂຶ້ນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ, ມີ ທ່ານ ພົຕ ຄຳເຫຼັກ ແສງພະຈັນ, ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍຄະນະ ຕະຫຼອດຮອດຫົວໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ພົຕ ຄຳເຫຼັກ ແສງພະຈັນ ໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ ໃຫ້ທ່ານເຈົ້າແຂວງ ໄດ້ຮັບຊາບ ເພື່ອຂໍທິດຊີ້ນຳ ກ່ຽວກັບການຮ່ວມທຶນພັດທະນາສະໜາມບິນເກົ່າ ຢູ່ເມືອງລ້ອງແຈ້ງ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຊຶ່ງທາງກະຊວງປ້ອງກັນປະເທດ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ລົງມາຄົ້ນຄວ້າເກັບກໍາຂໍ້ມູນຕົວຈິງຢູ່ເດີ່ນບິນເກົ່າລ້ອງແຈ້ງ ແລະ ຄິດໄລ່ມູນຄ່າການປັບປຸງຟື້ນຟູເດີ່ນບິນດັ່ງກ່າວ ຊຶ່ງຕົກເປັນມູນຄ່າ 145,026,569,627 ກີບ ແລະ ກອງບັນຊາການທະຫານອາກາດ ກະຊວງປ້ອງກັນປະເທດ ກໍໄດ້ລົງນາມໃນສັນຍາຮັບເໝົາໂຄງການກໍ່ສ້າງປັບປຸງສະໜາມບິນ ແລະ ທາງເວັ້ນສະໜາມບິນລ້ອງແຈ້ງ ກັບບໍລິສັດ ບຸຜາພັດທະນາກໍ່ສ້າງເຄຫາສະຖານ, ຂົວທາງ ແລະ ສໍາຫຼວດ-ອອກແບບ ຈໍາກັດຜູ້ດຽວ ເປັນທີ່ຮຽບຮ້ອຍແລ້ວ. ພ້ອມນີ້ ທຸກພາກສ່ວນກ່ຽວຂ້ອງ ທີ່ເຂົ້າຮ່ວມ ໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ເພື່ອຄວາມເປັນເອກະພາບ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງ ມີຄວາມຮັດກຸມ ແລະ ຮັບປະກັນທາງປະສິດທິພາບ. ໃນການປັບປຸງຟື້ນຟູສະໜາມບິນເກົ່າລ້ອງແຈ້ງ ຄັ້ງນີ້ ທາງກະຊວງປ້ອງກັນປະເທດ ແລະ ບໍລິສັດທີ່ຮ່ວມທຶນ ກໍໄດ້ສະເໜີໃຫ້ທາງແຂວງ ຄົ້ນຄວ້າແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອປະສານສົມທົບກັບທາງຄະນະຮັບຜິດຊອບກະຊວງປ້ອງກັນປະເທດ ໃນການລົງກຳກັບຂໍ້ມູນຂອງປະຊາຊົນ ທີ່ອາໄສຢູ່ໃນຂອບເຂດດັ່ງກ່າວໃຫ້ລະອຽດຈະແຈ້ງ ເພື່ອໄກ່ເກ່ຍຊົດເຊີຍໃຫ້ແກ່ຄອບຄົວປະຊາຊົນ ແລະ ການຍົກຍ້າຍຈັດສັນໃຫ້ເໝາະສົມ ເພື່ອຈະເຮັດໃຫ້ການປັບປຸງຟື້ນຟູເດີ່ນບິນດັ່ງກ່າວ ໄດ້ຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການທີ່ໄດ້ວາງໄວ້.
ໃນຕອນທ້າຍ ທ່ານ ເຈົ້າແຂວງ ກໍໄດ້ມີຄຳເຫັນຕໍ່ກັບການປຶກສາຫາລື ກ່ຽວກັບການພັດທະນາສະໜາມບິນເກົ່າ ຢູ່ເມືອງລ້ອງແຈ້ງ ໃນຄັ້ງນີ້ ທ່ານ ເຈົ້າແຂວງ ໄດ້ເອກະພາບ ແລະ ເຫັນດີກ່ຽວກັບການປັບປຸງຟື້ນຟູເດີ່ນບິນດັ່ງກ່າວ ແລະ ມອບໃຫ້ທາງບັນດາພະແນກການທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ແລະ ປະສານສົມທົບກັບພະແນກແຜນການ ແລະ ການລົງທຶນ ແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ພະແນກການເງິນ ແຂວງ ເພື່ອຄົ້ນຄວ້າແຜນງົບປະມານໃນໂຄງການປັບປຸງພັດທະນາເດີ່ນບິນເກົ່າລ້ອງແຈ້ງ ໃຫ້ໄດ້ລົງມືຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສັງຄົມ ໃຫ້ໄດ້ກັບມາໃຊ້ຢ່າງເປັນປົກກະຕິ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa