ແຂວງໄຊສົມບູນ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການຈາກໄປຂອງສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ

ອົງຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາເຜົ່າແຂວງໄຊສົມບູນ, ມີຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວການມໍລະນະກໍາ ຂອງສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ໄດ້ເຖີງແກ່ມໍລະກໍາ ໃນວັນທີ 19 ກໍລະກົດ 2024 ຜ່າມານີ້.

ສະຫາຍ ຫງວຽນ ຟູ ຈ້ອງ ເປັນຜູ້ນໍາປະຕິວັດຍຸກສະໄໝໃໝ່, ເປັນຜູ້ສືບທອດ ພາລະກິດ ຂອງປະທານ ໂຮ່ຈີ ມິ້ນ ທີ່ໄດ້ປະກອບສ່ວນ ເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ມາໂດຍຕະຫຼອດ. ການຈາກໄປຂອງສະຫາຍຫງວຽນ ຟູ ຈ້ອງ ເປັນການສູນເພື່ອນສະໜິດມິດສະຫາຍ ທີ່ໃກ້ຊິດ ສະນິດສະໜົມ ຂອງພັກ, ລັດ ແລະ ປະຊາຊົນບັນດາເຜົ່າ, ທັງເປັນການສູນເສຍ ຜູ້ນໍາປະຕິວັດຜູ້ອົງອາດກ້າແກ່ນຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ເຊິ່ງຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ ສະຫາຍໄດ້ອູທິດຊີວີດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະວຽກງານການປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ, ປອດໃສ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງເຮັດໃຫ້ປະເທດຫວຽດນາມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ບົດບາດ ຂອງ ສສ ຫວຽດນາມ ໃນເວທີ ພາກພຶ້ນ ແລະ ສາກົນນັບມື້ໄດ້ຮັບການຍົກສູງຢ່າງຈະແຈ້ງ.

ໃນເວລາອັນໂສກເສົ້າເສຍດາຍນີ້, ອົງຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາເຜົ່າແຂວງໄຊສົມບູນ ຂໍສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ພ້ອມດ້ວຍຄອບຄົວ ຂອງສະຫາຍ ຫງວຽນ ຟູ ຈ້ອງ ດ້ວຍການ ອອກແຈ້ງການ ໃຫ້ບັນດາພະແນກການ, ກົມກອງ, ອົງການ, ບັນດາເມືອງ ທົ່ວແຂວງໄຊສົມບູນ ພ້ອມກັນໄວ້ອາໄລ ເປັນເວລາ 2 ວັນ ນັບແຕ່ວັນທີ 25-26 ກໍລະກົດ 2024 ດ້ວຍການເອົາທຸງລົງເຄິ່ງເສົາ ແລະ ງົດກິດຈະກໍາຕ່າງໆ ທີ່ເປັນ ລັກສະນະມວນຊົນທຸກຮູບແບບ, ພ້ອມດຽວກັນນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກ, ເຈົ້າແຂວງໄຊສົມບູນ ພ້ອມຄະນະນໍາ ຂອງແຂວງ ຈໍານວນ 8 ທ່ານ ໄດ້ເດິນທາງເຂົ້າຮ່ວມ ວ່າງພວງມາລາໄວ້ອາໄລການເສຍຊີວິດ ຂອງ ສະຫາຍ ຫງວຽນ ຟູ ຈ້ອງ ຢູ່ທີ່ສະຖານທູດ ຫວຽດນາມປະຈໍາລາວ ນະຄອນຫຼວງວຽງຈັນ ໃນເວລາ 14ໂມງ 45 ນາທີ ຂອງວັນທີ 25 ກໍລະກົດ 2024 ນອກຈາກນີ້ກໍໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງສະຫາຍ ຫວູ້ ດາຍ ຖັງ ກໍາມະການສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງກວາງບິ່ງ, ສະຫາຍ ຫງວຽນ ວັນ ເກົາ. ກໍາມະການສູນກາງພັກ ເລຂາພັກແຂວງ ບັ໋ກຢາງ, ສະຫາຍ ລໍ່ ມິ່ງ ຮຸ່ງ ຮອງເລຂາພັກ ແຂວງເຊີນລາ, ສະຫາຍ ຖາຍ ແທັງ ກຸຍ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງເຫງະອານ ແລະ ສະຫາຍ ຄະນະພັກ, ຄະນະບັນຊາ ທະຫານເຂດ 4 ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອສະແດງຄວາມໂສກເສົ້າເສົ້າເສຍໃຈ, ອາໄລອາວອນ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບ ຂອງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ໃນຄັ້ງນີ້.

ອົງການປົກຄອງ ແລະ ປະຊາຊົນແຂວງໄຊສົມບູນ ເຊື້ອໜັ້ນວ່າ ພັກ-ລັດ ແລະ ປະຊາຊົນ ສອງປະທດລາວ-ຫວຽດນາມ ອ້າຍນ້ອງ ຈະຫັນເອົາຄວາມໂສກເສົ້າເສຍດາຍນີ້ ກາຍເປັນເຫງົ້າພະລັງແຫ່ງຄວາມສາມັກຄີ ພ້ອມກັນສ້າງສາພັດທະນາ ສອງປະເທດລາວ-ຫວຽດນາມ ອ້າຍນ້ອງ ໃຫ້ມີຄວາມຜາສຸກ ແລະ ສິວິໄລຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa