ແຂວງໄຊສົມບູນ ສ້າງຂະບວນການອອກແຮງງານເພື່ອ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ

ໃນຕອນເຊົ້າວັນທີ 18 ພະຈິກ 2025 ນີ້ ທ່ານ ພອຍຄໍາ, ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ພ້ອມດ້ວຍບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມຂະບວນການການອອກແຮງງານອານາໄມ ແລະ ປະດັບປະດາ ຊຶ່ງທຸກພາກສ່ວນແມ່ນໄດ້ຮ່ວມແຮງຮ່ວມໃຈສ້າງຂະບວນການອອກງານອະນາໄມລວມ ເປັນຕົ້ນແມ່ນ: ໄດ້ຕັດຫຍ້າເລີ່ມແຕ່ທາງເຂົ້າປະຕູໂຂງຂອງສອງຝາກທາງຮອດຂົວນໍ້າຈັ້ງ1 ແລະ ແຕ່ 4 ແຍກໂຮງໝໍຮອດຂົວນໍ້າຈັ້ງ 2 ພ້ອມທັງຕິດທຸງຊາດ,ທຸງພັກແລະ ທຸງທິວ ສໍາລັບພະແນກການ, ອົງການ ທີ່ປະຈໍາຢູ່ຕຶກຫ້ອງວ່າການແຂວງ ພາຍຫຼັງຕັດຫຍ້າລວມແລ້ວ ໃຫ້ແຕ່ລະພາກສ່ວນຕັດຫຍ້າຕາມການຈັດແບ່ງຂອງເຂດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ສຳລັບບັນດາຫ້ອງການ, ກົມກອງທະຫານ, ຕຳຫຼວດ, ອົງການອ້ອມຂ້າງ 5 ເມືອງ ແມ່ນຕັດຫຍ້າສອງຝາກທາງແຕ່ລະເສັ້ນທາງຢູ່ໃນເທດສະບານເມືອງຂອງຕົນ ແລະ ຕິດທຸງຊາດ,ທຸງພັກ ແລະທຸງທິວ, ສ່ວນເມືອງອະນຸວົງແມ່ນໃຫ້ຕັດຫຍ້າສອງຝາກທາງແຕ່ລະເສັ້ນ ນັບແຕ່ຝາກນໍ້າຈັ້ງຢູ່ທິດຕາເວັນອອກເປັນຕົ້ນໄປ.
ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕອນ ວັນສໍາຄັນຕ່າງໆ ຂອງຊາດ ຂອງພັກ ໂດຍສະເພາະແມ່ນ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເພື່ອເຮັດໃຫ້ສະຖານທີ່ສໍານັກງານ, ຫ້ອງການ ແລະ ເທດສະບານ ແຂວງໄຊສົມບູນ ມີຄວາມສະອາດຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍ ທັງເປັນກັານຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ໃຫ້ເປັນຂະບວນການຟົດຟື້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa