
ໃນຕອນເຊົ້າຂອງວັນທີ 25 ກຸມພາ 2026 ນີ້ທີ່ ສະໂມສອນຂອງແຂວງ ແຂວງໄຊສົມບູນ ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່, ເຊື່ອມຊຶມ ມະຕິກອງໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຜ່ານລະບົບວີດີໂອທາງໄກ ໂດຍການເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ສ່ວນແຂວງໄຊສົມບູນເຂົ້າຮ່ວມຮັບຟັງ ໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງໂດຍຜ່ານລະບົບວີດີໂອທາງໄກ ຈາກຫໍປະຊຸມແຫ່ງຊາດ.

ຈຸດປະສົງທີ່ສຳຄັນ ຂອງກອງປະຊຸມໃນຄັ້ງນີ້ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທຸກຂັ້ນ ຕໍ່ກັບເນື້ອໃນຈິດໃຈ, ທິດທາງຄາດໝາຍ ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ເພື່ອແນໃສ່ສ້າງຄວາມເປັນເອກະພາບທາງດ້ານການເມືອງ-ແນວຄິດ: ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ກຳແໜ້ນເນື້ອໃນຈິດໃຈອັນພື້ນຖານ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຢ່າງເລິກເຊິ່ງ ແລະ ຖືກຕ້ອງ ສ້າງໃຫ້ໄດ້ແຜນດໍາເນີນງານ, ແຜນປະຕິບັດງານລະອຽດ ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ທີ່ກຳນົດລະອຽດໜ້າວຽກ, ແຜນຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກໍານົດເວລາ ຊັດເຈນ, ແທດເໝາະກັບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ. ເພື່ອສ້າງໃຫ້ມີກົນໄກ, ລະບອບແບບແຜນການຊີ້ນໍາ, ບັນຊາ, ຕິດຕາມ, ກວດກາ, ການຊຸກຍູ້ ຈັດຕັ້ງປະຕິບັດ ທີ່ຖືກຕ້ອງ, ແທດເຖິງ ແລະ ມີວິທະຍາສາດ, ມີຄວາມເປັນເອກະພາບສູງຢູ່ພາຍໃນ, ມີຄວາມຕັດສິນໃຈອັນເດັດດ່ຽວ, ກ້າຫານ, ປະດິດສ້າງ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສຳຄັນ ເປັນຕົ້ນແມ່ນເຜີຍແຜ່ເນື້ອໃນຈິດໃຈສໍາຄັນຂອງ 3 ເອກະສານຄື: ໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງ, ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ການເຜີຍແຜ່ເນື້ອໃນຈິດໃຈສໍາຄັນ ຂອງແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນຕື່ມວ່າ: ການເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ໃນ ຄັ້ງນີ້ ແມ່ນການສືບຕໍ່ບຸກທະລຸ ທາງດ້ານຈິນຕະນາການ, ຍົກສູງຫຼັກໝັ້ນການເມືອງ ໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ; ຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ພາຍໃນສັງຄົມ ໃຫ້ໜັກແໜ້ນຍິ່ງຂຶ້ນ. ພ້ອມກັນຍູ້ແຮງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ, ເຮັດໃຫ້ກາຍເປັນຂະບວນການອັນກວ້າງຂວາງ ຂອງມະຫາຊົນ, ຂອງທົ່ວສັງຄົມ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາໃຫ້ປະເທດຊາດ ແລະ ປະຊາຊົນ ກໍຄືເຮັດໃຫ້ການນໍາພາປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຖືກຕ້ອງຕາມທິດ ທີ່ໄດ້ກໍານົດໄວ້ ຢ່າງໜັກແໜ້ນ.
