ແຂວງໄຊສົມບູນ ເຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນກິລາ-ກາຍຍະກຳ ແຫ່ງຊາດຄົບຮອບ 58 ປີ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກິດຈະກຳຍ່າງ ເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກິລາ-ກາຍຍະກຳ ແຫ່ງຊາດ ຄົບຮອບ 58 ປີ (13 ກໍລະກົດ 1966 ຫາ 13 ກໍລະກົດ 2024) ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2024 ນີ້ ຢູ່ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍບັນດາການນໍາພັກ-ລັດ, ຄອບຄົວການນຳ ຕະຫຼອດຮອດພະນັກງານ-ລັດຖະກອນ ຈາກພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມ ຢ່າງຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານ ຕົ່ງມົວ ຊົວໂກ້ ໄດ້ກ່າວປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວັນກິລາ-ກາຍຍະກຳ ແຫ່ງຊາດ ໂດຍທ່ານໄດ້ໃຫ້ຮູ້ວ່າ ພາຍຫຼັງທີ່ກອງທັບປົດປ່ອຍປະຊາຊົນລາວ ໂດຍແມ່ນທ່ານ ພົນເອກ ສີສະຫວາດ ແກ້ວບູນພັນ ຫົວໜ້າກອງເສນາທິການສູງສຸດ ໄດ້ປະກາດສ້າງຕັ້ງກອງກິລາຂອງຕົນຂຶ້ນຢ່າງເປັນທາງການ ໃນວັນທີ 13 ກໍລະກົດ 1966 ວັນດັ່ງກ່າວ ຈຶ່ງໄດ້ກາຍເປັນຂີດໝາຍແຫ່ງການກຳເນີດກິລາ-ກາຍຍະກຳລາວ ພ້ອມທັງໄດ້ມີການຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ ຕາມແຕ່ລະຍຸກສະໄໝ ຈົນມາຮອດປັດຈຸບັນ.

ພ້ອມນັ້ນ ທ່ານຍັງໃຫ້ຮູ້ຕື່ມອີກວ່າ ວຽກງານກິລາ-ກາຍະກຳໄດ້ຮັບການເສີມຂະຫຍາຍຍິ່ງກວ່າ ເວລາໃດທັງໝົດ, ກິລາບານເຕະ, ກິລາບານສົ່ງ ຂອງກອງທັບປົດປ່ອຍປະຊາຊົນລາວ ໄດ້ສ້າງຊື່ສຽງ ເປັນແບບຢ່າງນຳໜ້າ ໃຫ້ແກ່ຂະບວນການກິລາຂອງກະຊວງທະບວງກົມ ແລະ ຂະແໜງການຕ່າງໆ ຈາກສູນກາງລົງຮອດທ້ອງຖິ່ນ ການກິລາ-ກາຍຍະກຳ ໄດ້ສ້າງຂະບວນຢ່າງຕໍ່ເນື່ອງ ໄປຄຽງຄູ່ກັບວຽກງານປົກປັກຮັກສາ ແລະ ການສ້າງສາປະເທດຊາດ ພາຍໃຕ້ລະບອບໃໝ່, ບົດບາດການກິລາໄດ້ຮັບການເສີມຂະຫຍາຍອອກໄປສູ່ມະຫາຊົນນັບມື້ກວ້າງຂວາງ, ເຕີບໃຫ່ຍຂະຫຍາຍຕົວ, ເຂັ້ມແຂງ ໄປດ້ວຍປະລິມານ ແລະ ຄຸນນະພາບ ເຊິ່ງຈາກເມື່ອກ່ອນວົງການກິລາເປັນພຽງແຕ່ກົມໜຶ່ງທີ່ຂຶ້ນກັບກະຊວງສືຶກສາ ມາຮອດປີ 1993 ລັດຖະບານຈື່ງໄດ້ເຫັນດີຕົກລົງຍົກຖານະກົມກິລາ ຂຶ້ນເປັນຄະນະກຳມະການກິລາແຫ່ງຊາດ ທີ່ມີຖານະບົດບາດທຽບເທົ່າທະບວງ. ໄປພ້ອມໆກັນກັບການເຕີບໃຫຍ່ທາງດ້ານການການຈັດຕັ້ງ ແລະ ການເຄື່ອນໄຫວ, ຈຳນວນພົນ ແລະ ຈຳນວນປະເພດກິລາຕ່າງໆ ໄດ້ມີການເຄື່ອນໄຫວຈັດການແຂ່ງຂັນເປີດກ້ວາງໄປສູ່ຄຸນນະພາບ ແນໃສ່ການຊຸກຍູ້, ສົ່ງເສີມ ມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມຫັດກາຍຍະບໍລິຫານ, ອອກກຳລັງກາຍ ແລະ ຫຼິ້ນກິລາໃຫ້ເປັນປົກກະຕິໃຫ້ບັນລຸ 50% ເຊິ່ງນອນຢູ່ໃນ 7 ກຸ່ມເປົ້າໝາຍ ໃຫ້ປະກົດຜົນເປັນຈິງ. ສະນັ້ນ, ຂະແໜງກິລາມວນຊົນໄດ້ເປັນເຈົ້າການ ໃນການເຄື່ອນໄຫວໂຄສະນາທິດທາງ, ແນວທາງຂອງພັກ-ລັດ ຕໍ່ວຽກງານກິລາ-ກາຍຍະກໍາມວນຊົນ, ພະລະ ແລະ ສິລະປະສຶກສາ ໃຫ້ບັນດາແຂວງ, ນະຄອນຫຼວງ, ເມືອງ, ບ້ານ, ແລະ ກະຊວງ, ອົງການທຽບເທົ່າ, ບໍລິສັດ, ໂຮງຈັກ-ໂຮງງານ ແລະ ວຽກງານຈັດການແຂ່ງຂັນກິລາປະເພດຕ່າງໆ ຕິດພັນກັບວັນບຸນປະເພນີຂອງປະຊາຊົນລາວບັນດາເຜົ່າ ແລະ ວັນບຸນສໍາຄັນຕ່າງໆຂອງຊາດ,ຂອງສາກົນ ໄດ້ມີຜົນສໍາເລັດ ແລະ ພົ້ນເດັ່ນໃນແຕ່ລະດ້ານ. ຫຼັງຈາກເປີດພິທີສໍາເລັດ ຂະບວນການຍ່າງ ເພື່ອສຸຂະພາບ ກໍໄດ້ເຄື່ອນຂະບວນຈາກຈຸດເຕົ້າໂຮມ ກໍຄືສະໂມສອນເມືອງອະນຸວົງ ອ້ອມໄປທາງພະແນກສຶກສາທິການ ແລະ ກິລາແຂວງ ຫາສີ່ແຍກໜອງປາ ອອ້ມໄປເສັ້ນທາງຫໍຫຼັກເມືອງ ແລ້ວກັບຄືນຈຸດເກົ່າ ຢ່າງເປັນຂະບວນການຟົດຟື້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa