ແຂວງໄຊສົມບູນ ໄຂກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 17 ສະໄໝທີ I

ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 17 ສະໄໝທີ I ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 1 ຕຸລາ 2024 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍເລຂາພັກເມືອງທັງ 5 ເມືອງ ແລະ ເລຂາໜ່ວຍພັກ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ໂອກາດທີ່ມີຄໍາເຫັນກ່າວເປີດກອງປະຊຸມ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງປະກອບ ຄໍາຄິດ-ຄໍາເຫັນ ເປັນຕົ້ນແມ່ນຕໍ່ບັນດາຂໍ້ຄົງຄ້າງຕ່າງໆ ທີ່ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ເພື່ອຊອກຫາວິທີທາງແກ້ໄຂໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີຂຶ້ນກ່ວາເກົ່າ. ຈາກນັ້ນ ສະຫາຍ ອຸດອນ ສິງດາລາ, ຫົວໜ້າຫ້ອງວ່າການ ແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໄລຍະ 9 ເດືອນ ຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2024. ຊຶ່ງໃນໄລຍະ 9 ເດືອນຜ່ານມາ ຄະນະບໍລິຫານງານພັກແຂວງ ແລະ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງຕັ້ງໜ້າ ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ເອົາໃຈໃສ່ນໍາພາ-ຊີ້ນໍາ ການຜັນຂະຫຍາຍ ຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ດຳລັດ 414 ຂອງລັດຖະບານ ຢ່າງແຂງແຮງ ເຮັດໃຫ້ເສດຖະກິດຂອງແຂວງ ມີການຂະຫຍາຍຕົວຢູ່ໃນລະດັບດີສົມຄວນ ການຄຸ້ມຄອງ ແລະ ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ມີບັນຍາກາດທີ່ດີຂຶ້ນ, ການຈັດເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 1,390.02 ຕື້ກີບ, ຄຸ້ມຄອງລາຍຈ່າຍຈັດຕັ້ງປະຕິບັດໄດ້ທັງໝົດ 413,85 ຕື້ກີບ ນອກນີ້ກໍໄດ້ສຸມໃສ່ການຜະລິດກະສິກຳ ເປັນສິນຄ້າທີ່ມີຫຼາກຫຼາຍຮູບແບບ, ມີຄຸນນະພາບ ເພື່ອສ້າງຄວາມໝັ້ນຄົງທາງດ້ານສະບ່ຽງອາຫານ ຄຽງຄູ່ກັບການປັບປຸງແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍການຊຸກຍູ້ສົ່ງເສີມຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ ຂະບວນການປູກສາລີ, ປູກພືດຜັກ, ມັນຕົ້ນ ແລະ ລ້ຽງສັດ ຕ່າງໆ. ນອກນີ້ ວຽກງານອື່ນໆ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຈົນໄດ້ຮັບຜົນສໍາເລັດ. ຈາກນັ້ນ, ບາງຂະແໜງການທີ່ກ່ຽວຂ້ອງ ກໍໄດ້ຂຶ້ນລາຍງານ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນແມ່ນ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານກ່ຽວກັບສະພາບຜົນເສຍຫາຍຈາກ ໄພພິບັດ, ວຽກງານໂຄສະນາ, ຜັນຂະຫຍາຍວຽກງານແນວຄິດ – ການເມືອງ ແລະ ວຽກງານຫາງສຽງທາງສັງຄົມ, ວຽກງານວາລະແຫ່ງຊາດ, ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ, ການກະກຽມເປີດປີທ່ອງທ່ຽວ ແລະ ວຽກງານອື່ນໆ. ຊຶ່ງກອງປະຊຸມ ຈະໄດ້ດຳເນີນເປັນເວລາ 2 ວັນຈຶ່ງສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa