
ວັນທີ 25 ພະຈິກ ນີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງສະຫາຍ ທອງວັນ ທຳມະວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ນາງ ຄໍາສີ ສິດທິວໍລະດາ ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ, ມີຄະນະພັກ, ຄະນະປະເມີນຂັ້ນແຂວງ ພ້ອມດ້ວຍ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ທອງວັນ ທຳມະວົງ ໄດ້ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມ ຊຶ່ງການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ກໍຄືບັນດາຄາດໝາຍ ທີ່ໄດ້ດໍານົດໄວ້ໃນແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ການປະເມີນແມ່ນຈະໃຫ້ແນນ ຕາມ 5 ດ້ານ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນໍາພາ, ການນໍາພາປະຕິບັດໜ້າທີ່ການເມືອງ ແລະ ມີຄວາມເປັນເອກະພາບ ເພື່ອຊອກໃຫ້ເຫັນຈຸດດີ, ຈຸດອ່ອນຂໍ້ຄົງຄ້າງຂອງບັນດາສະມາຊິກພັກແຕ່ລະສະຫາຍໃນໜ່ວຍ ເພື່ອປັບປຸງຈຸດອ່ອນ ແລະ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ.

ຈາກນັ້ນ ສະມາຊິກພັກແຕ່ລະສະຫາຍ ກໍໄດ້ຜ່ານໃບສຳຫຼວດຕົນເອງ ພ້ອມທັງ ໃຫ້ໝູ່ຄະນະປະກອບຄຳເຫັນ ຕຳໜິ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອປັບປຸງແກ້ໄຂຈຸດອ່ອນ ແລະ ທາງດ້ານວຽກງານວິຊາສະເພາະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດີຂຶ້ນກ່ວາເກົ່າໃນຕໍ່ໜ້າ.

ພ້ອມນີ້ ຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຈາກສະຫາຍ ເຍ່ຍຊ່າງ ລ່ອງປ່າວຈັ້ງ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງ, ຊຶ່ງໃຫ້ຮູ້ວ່າ: ພາຍໃນໜ່ວຍພັກ ມີສະມາຊິກພັກ ຈໍານວນ 20 ສະຫາຍ, ຍິງ 10 ສະຫາຍ, ສໍາຮອງ 3 ສະຫາຍ ຕະຫຼອດໄລຍະຜ່ານມາ ຄະນະໜ່ວຍພັກໄດ້ຖືສໍາຄັນຕໍ່ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ດ້ວຍຫຼາຍວິທີການ ເຮັດໃຫ້ສະມາຊິກພັກ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີຄຸນທາດການເມືອງທີ່ໜັກແໜ້ນ ແລະ ມີຄຸນສົມບັດສິນທຳປະຕິວັດ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາ ກໍຄືອຸດົມການຂອງພັກ, ມີສະຕິລະວັງຕົວຕໍ່ກຸ່ມຄົນທີ່ບໍ່ດີ ຫວັງມ້າງເພລະບອບໃໝ່, ຮູ້ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ມີຄວາມສາມັກຄີຢ່າງໜັກແໜ້ນ, ເສຍສະຫຼະເພື່ອສ່ວນລວມ ພ້ອມກັນ ຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະຕາມຄວາມຮັບຜິດຊອບຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ ໂດຍຢຶດໝັ້ນໃນການປັບປຸງກໍ່ສ້າງພັກທາງດ້ານການຈັດຕັ້ງ, ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ ຢ່າງເຂັ້ມງວດ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເປັນໝູ່ຄະນະ, ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃນຄະນະໜ່ວຍພັກຢ່າງຈະແຈ້ງ ແລະ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ບັນດາສະຫາຍສະມາຊິກພັກພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນໄດ້ນຳເອົາ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງ ມາຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ເຮັດໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້-ເຂົ້າໃຈ ໂດຍພື້ນຖານ.
