10 ປີແຫ່ງການສ້າງສາ ແລະ ພັດທະນາ ແຂວງໄຊສົມບູນ (2013 – 2023)

10 ປີແຫ່ງການສ້າງສາ ແລະ ພັດທະນາ ແຂວງໄຊສົມບູນເນື່ອງໃນໂອກາດ ຄົບຮອບ 10 ປີ (13 ທັນວາ 2013 – 2023)

 

ຄະນະໂຄສະນາອົບຮົມແຂວງ ໄຊສົມບູນ

ສົມດາວີ ຄໍາເມືອງຄູນ 020 22336391

 

  • ເມື່ອຫວນຄືນໄປກ່ອນໜ້ານີ້ ທີ່ບໍ່ທັນໄດ້ສ້າງຕັ້ງແຂວງໄຊສົມບູນ, ດິນແດນແຫ່ງນີ້ ຍັງເປັນເຂດຫຍຸ້ງຍາກ, ທຸລະກັນດ້ານ, ເສດຖະກິດ-ສັງຄົມບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ, ເປັນເມືອງວົງປິດ, ເສັ້ນທາງລົດບໍ່ທັນສະດວກ, ໄຟຟ້າ, ນໍ້າປະປາບໍ່ທັນທົ່ວເຖິງ, ປະຊາຊົນບັນດາເຜົ່າດໍາລົງຊີວິດຢ່າງຟືດເຄືອງ, ເວົ້າອີກຍ່າງນຶງກໍແມ່ນຄອບຄົວທຸກຍາກ, ຍ່ອນສາເຫດດິນແດນເຂດນີ້ສ່ວນໜຶ່ງ ຍັງເປັນເຂດເຄື່ອນໄຫວກໍາລັງຕິດອາວຸດຂອງສັດຕູ ແລະ ອິດທິກໍາລັງປໍລະປັກ ເຮັດໃຫ້ເຂດດັ່ງກ່າວບໍ່ມີຄວາມສະຫງົບ, ປະຊາຊົນບໍມີໂອກາດທໍາການພະລິດ. ຍ້ອນເຫັນໄດ້ຄວາມຈໍາເປັນດັ່ງນັ້ນພັກ ແລະ ລັດຖະບານ ກໍໄດ້ສຸມໃສ່ ພັດທະນາເຂດນີ້ ໂດຍສ້າງຕັ້ງເປັນເຂດພິເສດຂອງລັດຖະບານຂຶ້ນ ໃນວັນທີ 6 ມິຖຸນາ 1994 ເຊິ່ງ ເອີ້ນວ່າ: “ເຂດພິເສດໄຊສົມບູນ” ເພື່ອສຸມໃສ່ໃນການພັດທະນາ, ຈົນມາຮອດ ປີ 2006 ພາຍຫຼັງເຫັນວ່າມີຜົນສໍາເລັດ ໃນການພັດທະນາເຂດພິເສດໄຊສົມບູນ ພັກ-ລັດຖະບານ ຈິ່ງໄດ້ປະກາດຍຸບເຂດພິເສດແລ້ວເອົາ 2 ເມືອງຄື: (ເມືອງໄຊສົມບູນ ແລະ ເມືອງຮົ່ມ) ໄປຂຶ້ນກັບແຂວງວຽງຈັນ, ເອົາເມືອງທ່າໂທມໄປຂຶ້ນກັບແຂວງຊຽງຂວາງ, ຕົກມາຮອດປີ 2013 ພັກ ແລະ ລັດທະບານກໍ່ໄດ້ສືບຕໍ່ປະເມີນໝາກຜົນ ແລະ ຄວາມຕ້ອງການໃນການພັດທະນາເສດຖະກິດສັງຄົມແລ້ວ ເຫັນໄດ້ວ່າ ການພັດທະນາຍັງຊັກຊ້າ, ຊີວິດການເປັນຢູ່ຂອງປະຊາຊົນ ຍັງອາໃສທໍາມະຊາດ ເປັນສ່ວນໃຫຍ່, ສະພາບໂດຍລວມຍັງມີຫຼາຍອັນຈະຕ້ອງໄດ້ສຸມໃສ່ແກ້ໄຂຢ່າງຈິງຈັງ, ຍ້ອນເຫັນໄດ້ບັນຫາຄວາມຫຍຸ້ງຍາກຄືແນວນັ້ນ, ພັກ ແລະ ລັດຖະບານ ຈິ່ງໄດ້ນໍາສະ   ເໜີຕໍ່ສະພາແຫ່ງຊາດ, ເພືອຮັບຮອງເອົາ ເມືອງໄຊສົມບູນ, ເມືອງຮົ່ມ ແລະ ເມືອງທ່າໂທມມາໂຮມກັນ ແລະ ປະກາດສ້າງຕັງເປັນແຂວງທີ 17 ຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໂດຍໃສ່ຊື່ວ່າ ແຂວງໄຊສົມບູນ ໃນວັນທີ 13 ທັນວາ 2013 ແລະ ປະກາດຢ່າງເປັນທາງການໃນວັນທີ 31 ທັນວາ 2013. ພາຍຫຼັງສ້າງຕັ້ງເປັນແຂວງແລ້ວ ລັດຖະບານກໍ່ໄດ້ມີການປະກາດ ແລະ ແຕ່ງຕັ້ງບົງຕົວເອົາ ຄະນະບໍລິຫານງານພັກແຂວງໄຊສົມບູນ ຈໍານວນ 21 ສະຫາຍ, ຍິງ 1 ສະຫາຍ, ເພື່ອມາເຮັດໜ້າທີ ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປອງດອງ ເປັນວຽກງານກົກ, ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນບັນຫາຕັດສິນ, ຖືເອົາການພັດທະນາເສດຖະກິດ ເປັນບັນຫາໃຈກາງ ໂດຍສະເພາະ ແມ່ນສຸມໃສ່ການພັດທະນາກໍ່ສ້າງພື້ນຖານໂຄງລ່າງ ເສັ້ນທາງຄົມມະນາຄົມ ຈາກແຂວງຫາເມືອງ, ຈາກເມືອງຫາບ້ານ ແລະ ເສັ້ນທາງເຊື່ອມຈອດກັບບັນດາແຂວງອ້ອມຂ້າງ, ຈາກນັ້ນ ຈຶ່ງເຮັດໃຫ້ແຂວງໄຊສົມບູນ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາແລ້ວ ເຫັນວ່າການພັດທະນາ ເສດຖະກິດ-ສັງຄົມຍັງຊັກຊ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າກໍຍັງທຸກຍາກ, ຟືດເຄືອງ, ອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີຍັງສຸມໃສ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບຢ່າງຕໍ່ເນື່ອງ, ມາຮອດປີ 2017 ສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນໍາພັດທະນາຈຸດສຸມເຂດໃຈກາງໄຊສົມບູນ ໂດຍແມ່ນ ສະຫາຍ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ເປັນຫົວໜ້າ ເພື່ອນໍາພາພັດທະນາ ແຂວງໄຊສົມບູນ ໃຫ້ມີການຫັນປ່ຽນໄວຂຶ້ນ.

  • ມາຮອດວັນທີ 11 ທັນວາ 2018 ກົມການເມືອງສູນກາງພັກ ຈຶ່ງໄດ້ອອກມະຕິ 055 ວ່າດ້ວຍການຮັບຮອງເອົາ ແຂວງໄຊສົມບູນ ເປັນຈຸດຍຸດທະສາດການພັດທະນາເຂດຈຸດສຸມໃຈກາງ ແລະ ໄດ້ມອບໃຫ້ລັດຖະບານ ເປັນຜູ້ຄົ້ນຄວ້າອອກນິຕິກໍາພັດທະນາໄຊສົມບູນ ເປັນອັນສະເພາະ, ດັ່ງນັ້ນລັດຖະບານ ຈິ່ງໄດ້ສະເໜີໄປຍັງຄະນະປະຈໍາສະພາແຫ່ງຊາດ ເພືອຂໍການຄົ້ນຄ້ວາ, ພິຈາລະນາ ແລະ ອອກມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຍົກເວັ້ນການປະຕິບັດບັນດາມາດຕາຂອງກົດໝາຍ ທີພົວພັນກັບດໍາລັດ ຂອງລັດຖະບານ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດຈິ່ງໄດ້ເຫັນດີ ເປັນເອກະພາບອອກມະຕິ ສະບັບເລກທີ 16/ຄປຈ, ລົງວັນທີ 04/03/2020, ວ່າດ້ວຍການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍທີ່ພົວພັນກັບ ດໍາລັດ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດແຂວງໄຊສົມບູນດັ່ງນັ້ນ ລັດຖະບານຈິ່ງໄດ້ອອກດໍາລັດເລກທີ 414/ລບ, ລົງວັນທີ 10 ທັນວາ 2019,  ຢ່າງເປັນທາງການ,  ແລະ ມີອາຍຸການຈັດຕັ້ງປະຕິບັດ 10 ປີ ນັບແຕ່ມື່ອອກດໍາລັດສະບັບນີ້ເປັນຕົ້ນໄປ.
  • ຈຸດປະສົງ 1. ເພືອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 055/ກມສພ, ລົງວັນທີ 11 ທັນວາ 2019 ໃຫ້ເຂົ້າສູ່ການກະທໍາຕົວຈິງ, 2. ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍພິເສດ ເພື່ອສຸກຍູ້ສົ່ງເສີມ ແລະ ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຜູ້ປະກອບການທີ່ມີຄຸນນະພາບ ເຂົ້າມາລົງທຶນ ແລະ ພັດທະນາຢູ່ແຂວງໄຊສົມບູນ ທີ່ເປັນແຂວງຕັ້ງໃໝ່ ໃຫ້ມີລະດັບການພັດທະນາເສດຖະກິດ-ສັງຄົມທຽບທັນກັບບັນດາແຂວງອື່ນໆຂອງ ສປປ ລາວ, 3. ເປັນການທົດລອງແບ່ງຂັ້ນຄຸ້ມຄອງດ້ານງົບປະມານ, ການເງີນ ລະຫວາງສູນກາງ ແລະ ແຂວງໄຊສົມບູນ, ລະຫວ່າງແຂວງຫາເມືອງ, ລະຫວ່າງເມືອງຫາບ້ານ ໃຫ້ກົມກຽວ, ແກ້ໄຂຄວາມທຸກຍາກ ແລະ ສ້າງພື້ນຖານເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ, ເປັນມິດກັບສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ, 4. ຍົກສູງປະສິດທິພາບຂອງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍຢູ່ແຂວງໄຊສົມບູນ, ຍົກສູງປະສິດທິພາບການບໍລິຫານທ້ອງຖີ່ນ, ສ້າງສະພາບເວດລ້ອມທີເອື້ອອໍານວຍໃຫ້ກັລການພັດທະນາ ຢ່າງຍຸຕິທໍາ ແລະ ທົ່ວເຖິງ ທັງຮັບປະກັນສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າຕາມລັດຖະທໍາມະນູນ ແລະ ກົດໝາຍ.
  • ໃນດໍາລັດດັ່ງກ່າວນີ້ ກໍ່ໄດ້ກໍານົດເອົາ 1. ຍະໂຍບາຍສົ່ງເສີມພິເສດ ຕໍການລົງທຶນ ເພື່ອເປັນການສົ່ງເສີມ ການພະລິດ, ການບໍລິການ ເພື່ອຫັນເຫັນອຸດສາຫະກໍາ ຕາມ ເງື່ອນໄຂທ່າແຮງທາງດ້ານເສດຖະກິດຂອງແຂວງໄຊສົມບູນຄື: ກະສິກໍາ-ປ່າໄມ້, ການທ່ອງທ່ຽວ, ພະລັງງານ ແລະ ບໍແຮ່, ການບໍລິການເຊື່ອມຈອດ-ເຊື່ອມໂຍງ, ໂດຍສະເພາະແມ່ນກິດຈະກໍາການລົງທຶນໃສ່ການພະລິດເຕັດໂນໂລຊີສະອາດ ເປັນມິດກັບສິ່ງແວດລ້ອມ ແມ່ນຈະໄດ້ຮັບນະໂຍບາຍພິເສດຕາມດໍາລັດສະບັບນີ້.

  • ຜ່ານຈາກການຈັດຕັ້ງປະຕິບັດດໍາລັດ 414 ຫ້າປີມານີ້ ກໍມີຫຼາຍດ້ານທີເປັ່ນເງື່ອນໄຂ ແລະ ທ່າແຮງອັນສໍາຄັນໃຫ້ແກ່ຄະນະຮັບຜິດຊອບການພັດທະນາເຂດຈຸດສຸມໃຈກາງ ແລະ ຂອງຄະນະພັກ, ຄະນະນໍາ, ແຂວງ ຕໍກັບການສ້າງສາ-ພັດທະນາ ແຂວງໄຊສົມບູນ ເຫັນໄດ້ວາ ມີຫຼາຍດ້ານທີ່ມີອັນປ່ຽນແປງໄປໃນທາງທີ່ດີ ແລະ ສາມາດບັນລຸຜົນສໍາເລັດໄດ້ເຊັ່ນ:
  • ດ້ານການເມືອງ ຜ່ານຂະບວນການຈັດຕັ້ງປະຕິບັດຕົວຈິງມາເຖິງປະຈຸບັນ ເຫັນໄດ້ວ່າສະພາບແນວຄິດຂອງພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າໄດ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ເອົາໃຈໃສ່ຫັນມາເຂົ້າສູ່ຂະບວນການຜະ ລິດ ຍົກລະດັບຊີວິດການເປັນຢູ່ຂອງຄອບຄົວຫຼາຍຂື້ນ, ຫຼາຍຄອບຄົວກໍ່ໄດ້ປຸກສ້າງເຮືອນຢູ່ອາໃສແໜ້ນ ໜາຖາວອນຂື້ນ, ການຜະລິດຂອງປະຊາຊົນກໍ່ເກີດມີໜໍ່ແໜງຜະລິດເປັນສິນຄ້າຫຼາຍຂື້ນ, ພ້ອມກັນນັ້ນ ຫຼາຍພາກສ່ວນ ແລະ ບຸກຄົນກໍໄດ້ມີການປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊສົມບູນ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.
  • ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ພາຍຫຼັງ ແຂວງໄຊສົມບູນ, ໄດ້ຮັບການສ້າງຕັ້ງຂື້ນ, ຄະນະບໍລິຫານງານພັກແຕ່ລະຂັ້ນ, ແຕ່ລະສະໄໝ ກໍ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິ ບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເປັນເຈົ້າການນໍາພາສະກັດກັ້ນ ແລະ ແກ້ໄຂບັນຫາຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນຢ່າງຕໍ່ເນື່ອງ ແລະ ແທດເຖິງ, ໂດຍຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດ ໝາຍ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຕິດພັນກັບວຽກງານ 3 ສ້າງ, ພ້ອມກັນນັ້ນກໍ່ໄດ້ສຸມໃສ່ປັບປຸງ-ກໍ່ສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບແຕ່ຂັ້ນແຂວງ ລົງຮອດຂັ້ນເມືອງ, ກົມກອງ, ຕະຫຼອດຮອດກໍາລັງ ປກຊ, ປກສ ບ້ານ ມີຄວາມເຕີບໃຫຍ່, ເຂັ້ມແຂງ, ໜັກແໜ້ນ, ສາມາດເຄື່ອນໄຫວປະຕິບັດໜ້າທີ່ໄດ້ຢ່າງມີປະສິດທິພາບ, ປະສິດທິຜົນດີຂຶ້ນກວ່າເກົ່າ. ພ້ອມກັນນັ້ນ ກໍ່ໄດ້ສົມທົບກັບຄະນະຮັບຜິດຊອບຊີ້ນໍາພັດທະນາຈຸດສຸມເຂດໃຈກາງ ໃນການປະຕິບັດແຜນພັດທະນາ ແລະ ແຜນການແກ້ໄຂຄວາມບໍ່ສະຫງົບ ຢູ່ແຂວງໄຊສົມບູນ, ອັນຕົ້ນຕໍກໍ່ໄດ້ຫັນເອົາພະນັກງານຂັ້ນແຂວງ, ຂັ້ນເມືອງ ສົມທົບກັບກໍາລັງຂອງກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ລົງປະຈໍາຢູ່ບັນດາບ້ານຈຸດສຸມ ເພື່ອສຸມໃສ່ແກ້ໄຂບັນຫາຄວາມບໍ່ສະຫງົບ, ໄປພ້ອມກັບການແກ້ໄຂ ເລີກຮື້ການຕັ້ງສະໜໍ່າໄຮ່, ຄັງສັດຢູ່ເຂດທຸລະການດານ, ເຂດຫວງຫ້າມ. ນອກນັ້ນ ຍັງໄດ້ເອົາໃຈໃສ່ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທຸກປະເພດຢ່າງຕັ້ງໜ້າ, ເລິກຮື້ ແລະ ກວດກາ, ເກັບກູ້ອາວຸດເສິກ, ອາວຸດລ່າເນື້ອ, ອາວຸດເຖື່ອນໄດ້ຈໍານວນ 2.347 ກະບອກ, ຄຸ້ມຄອງຄົນເຂົ້າ-ອອກເມືອງ, ເປັນຕົ້ນແມ່ນການເຄື່ອນຍ້າຍພູມລໍາເນົາທີ່ບໍ່ຖືກຕ້ອງຂອງປະຊາຊົນຢ່າງເຂັ້ມງວດ. ພ້ອມກັນນັ້ນໄດ້ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ ເທົ່າກັບ 69,66% ຂອງຈໍານວນບ້ານທັງໝົດ, ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 44,94% ຂອງຈໍານວນບ້ານທັງໝົດ. ຈາກການນໍາພາຄືດັ່ງກ່າວ ເຮັດໃຫ້ແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ຖ້າທຽບໃສ່ເມື່ອບໍ່ທັນສ້າງຕັ້ງແຂວງ ເຫັນວ່າປະຊາ ຊົນ ໄດ້ເປັນເຈົ້າການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫຼາຍຂຶ້ນ, ເຊິງໄດ້ກາຍເປັນເງື່ອນໄຂໃຫ້ແກ່ການພັດທະນາແຂວງ ໄດ້ໄວຂື້ນ ແລະ  ເຮັດໃຫ້ການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທືນຢູ່ແຂວງໄຊສົມບູນ, ນັບມື້ນັບເພີ່ມຂຶ້ນເລື່ອຍໆ.

  • ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ: ແຂວງໄຊສົມບູນ, ໄດ້ຖືວຽກງານດັ່ງກາວເປັນວຽກງານຍຸດທະສາດ, ທັງເປັນມາດຕະການພື້ນຖານໃນການຈັດຕັ້ງປະຕິ ບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ຊຶ່ງໄດ້ສຸມໃສ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງແຂງແຮງ ແລະ ຕໍ່ເນື່ອງ. ຜ່ານການນໍາພາຈັດຕັ້ງປະຕິບັດຄືດັ່ງກ່າວ ໄດ້ເຮັດໃຫ້ລະບົບການເມືອງປະຊາທິປະໄຕຢູ່ຂັ້ນບ້ານ ໄດ້ຮັບການປັບປຸງຢ່າງເປັນລະບົບ, ມີຄວາມໜັກແໜ້ນ, ເຂັ້ມແຂງເທື່ອລະກ້າວ, ອົງການປົກຄອງບ້ານໄດ້ຮັບການປັບປຸງຕາມ 5 ໜ່ວຍງານ ແລະ ສາມາດເຄື່ອນໄຫວຕາມພາລະບົດບາດ, ຂອບເຂດສິດຂອງຕົນຢ່າງມີປະສິດທິຜົນ. ໂຄງລ່າງພື້ນຖານດ້ານຄົມມະນາຄົມ ໄດ້ຮັບການພັດທະນາຮອດເຂດຫ່າງໄກສອກຫຼີກຢ່າງທົ່ວເຖິງ, ລະບົບສາທາລະນຸປະໂພກ, ການຜະລິດເປັນສິນຄ້າ ແລະ ການບໍລິການຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ, ຄອບຄົວທຸກຍາກ ໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ຫຼາຍຄອບຄົວກໍໄດ້ກາຍເປັນຄອບຄົວຕົວແບບ, ກຸ່ມການຜະລິດດ້ານຕ່າງໆ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລໍາດັບ ຊຶ່ງໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາແຂວງໄຊສົມບູນ. ໂດຍອີງໃສ່ການປະເມີນ ຕາມດໍາລັດ 348/ລບ ໃນປີ 2020 ທົ່ວແຂວງມີຄອບຄົວທຸກຍາກ 4.397 ຄອບຄົວ ມາຮອດປະຈຸບັນ ອີງຕາມປະເມີນໃນທ້າຍປີ 2022 ທົ່ວແຂວງ ຍັງມີຄອບຄົວທຸກຍາກປະມານ 2.474 ຄອບຄົວ, ເທົ່າກັບ 15,89% ຂອງຈໍານວນຄອບຄົວທັງໝົດ. ສໍາລັບປີ 2023 ກໍາລັງກະກຽມແຜນລົງປະເມີນ ຄາດຄະເນທ້າຍປີ 2024 ໃຫ້ສໍາເລັດ; ປະຈຸບັນມີຄອບຄົວ ພົ້ນທຸກ ຈໍານວນ 13.091 ຄອບຄົວ, ກວມເອົາ 84,11% ຂອງຈໍານວນຄອບຄົວທັງໝົດ, ບ້ານພົ້ນທຸກ 68 ບ້ານ, ກວມເອົາ 76,40% ຂອງຈໍານວນບ້ານທັງໝົດ, ຄອບຄົວພັດທະນາ 10.850 ຄອບຄົວ, ກວມເອົາ 69,71%, ບ້ານພັດທະນາ 19 ບ້ານ, ກວມເອົາ 21,34% ຂອງຈໍານວນບ້ານທັງໝົດ.
  • ວຽກງານຄຸ້ມຄອງ ແລະ ບໍລິຫານອົງການຈັດຕັ້ງລັດ: ຄະນະພັກຄະນະນໍາທຸກຂັ້ນ ກໍ່ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ກະທັດຮັດ, ສົມເຫດສົມຜົນ ແລະ ຫັນເຂົ້າສູ່ລະບົບການບໍລິຫານລັດ ດ້ວຍລະບຽບກົດໝາຍ ເຮັດໃຫ້ການຈັດຕັ້ງແຕ່ລະຂັ້ນ ມີຄວາມເຂັ້ມແຂງ, ໜັກແໜ້ນ, ໂປ່ງໃສ, ເໝາະສົມ ແລະ ແທດເໝາະກັບສະພາບຕົວຈິງຂອງແຂວງ, ສາມາດປະຕິບັດໜ້າທີ່ການເມືອງໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ໂດຍປະຕິບັດຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ ແລະ ຄະນະປັບປຸງກົງຈັກລັດຖະບານ, ໄດ້ຄົ້ນຄວ້າປັບປຸງສັບຊ້ອນການຈັດຕັ້ງຄືນໃໝ່ຈໍານວນໜຶ່ງໃຫ້ສອດຄ່ອງ ແລະ ຮັດກຸມກວ່າເກົ່າ ຊຶ່ງໄດ້ຍຸບ ແລະ ສັບຊ້ອນຫ້ອງການພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກຂອງແຂວງ, ຄະນະກໍາມະການ ແລະ ຄວບຄຸມຢາເສບຕິດແຂວງ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ເດັກຂັ້ນແຂວງ, ອົງການກາແດງແຂວງ, ຫ້ອງການພົວພັນຕ່າງປະເທດແຂວງ ໄປຂຶ້ນກັບບາງພະແນກການ, ຫ້ອງການ, ກົມກອງຂອງແຂວງ ຕາມນິຕິກໍາຂອງຂັ້ນເທິງ. ພ້ອມກັນກັນນັ້ນ, ສະພາປະຊາຊົນແຂວງ ຍັງໄດ້ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ ເຊິ່ງມີລາຍລະອຽດດັ່ງນີ້: ໄດ້ຮັບຮອງເອົາ 16 ພະແນກການ, 2 ກອງບັນຊາການ, 1 ອົງການທຽບເທົ່າ ແລະ 1 ຫ້ອງການ; ໄດ້ສ້າງຕັ້ງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ເຂດ2 ປະຈໍາເມືອງລ້ອງຊານ. ປະຈຸບັນ ໃນລະບົບການເມືອງແຕ່ລະຂັ້ນ ໄດ້ຮັບການປັບປຸງສໍາເລັດຕາມທິດກະທັດຮັດ, ສົມເຫດສົມຜົນ. ໃນນີ້ ໄດ້ປັບປຸງຂັ້ນແຂວງ, ຈາກ 36 ພາກສ່ວນ ຍັງເຫຼືອ 31 ພາກ ສ່ວນ, ຈາກ 214 ຂະແໜງ ຍັງເຫຼືອ 145 ຂະແໜງ, ຂັ້ນເມືອງ, ຈາກ 138 ພາກສ່ວນ 545 ໜ່ວຍງານ ແລະ 113 ຈຸງານ, ຍັງເຫຼືອ 370 ໜ່ວຍງານ ແລະ 73 ຈຸງານ, ໄປພ້ອມກັນນັ້ນ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຊຶ່ງບັນດາຂະແໜງການກ່ຽວຂ້ອງ ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກໍາກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ການແບ່ງສິດ ແລະ ມອບວຽກໃຫ້ແຕ່ລະຂັ້ນຮັບຜິດຊອບຢ່າງຊັດເຈນ. ສໍາລັບການຈັດຕັ້ງປະຕິບັດບັນດາຕົວຊີ້ບອກສ້າງແຂວງເປັນຫົວໜ້າຍຸດທະສາດ ໃນ 7 ດ້ານ, 66 ຕົວຊີ້ບອກ ສາມາດບັນລຸຄາດໝາຍ 3 ດ້ານ, 46 ຕົວຊີ້ບອກ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ໃນ 5 ດ້ານ 47 ຕົວຊີ້ບອກໄດ້ບັນລຸຄື:

ເມືອງອະນຸວົງ ບັນລຸ 4 ດ້ານ, 40 ຕົວຊີ້ບອກ.

ເມືອງລ້ອງແຈ້ງ ບັນລຸ 2 ດ້ານ, 39 ຕົວຊີ້ບອກ.

ເມືອງລ້ອງຊານ ບັນລຸ 4 ດ້ານ, 44 ຕົວຊີ້ບອກ.

ເມືອງທ່າໂທມ ບັນລຸ 2 ດ້ານ, 35 ຕົວຊີ້ບອກ.

ເມືອງຮົ່ມ ບັນລຸ 2 ດ້ານ, 35 ຕົວຊີ້ບອກ.

ສ້າງບ້ານເປັນຫົວໜ່ວຍພັດທະນາ ໃນ 4 ດ້ານ 30 ຕົວຊີ້ບອກ ໄດ້ທັງໝົດ 41 ບ້ານ.

 

  • ວຽກງານກໍ່ສ້າງພັກ-ພະນັກງານ: ພັກເຮົາໄດ້ຍືນຍັນຕະຫຼອດມາວ່າ ພະນັກງານມີບົດບາດຕັດສິນຕໍ່ຜົນໄດ້, ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ວຽກງານພະນັກງານແມ່ນຂໍກຸນແຈສໍາຄັນໃນຂະບວນວິວັດ ໃນການຈັດຕັ້ງປະຕິບັດບົດບາດການນໍາພາຂອງພັກ ຕໍ່ພາລະກິດປະຕິວັດ, ໃນເງື່ອນໄຂ ໃໝ່ ຂອງການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ໃນຍຸກໂລກາພິວັດຂໍມູນຂ່າວສານເຕັກນິກວິດທະຍາສາດທີກ້າວໜ້າທັນສະໄໝ່, ພັກເຮົາຈິ່ງໄດ້ເລັ່ງທວງໃຫ້ຖັນແຖວພະນັກງານ-ສະມາຊິກພັກຈໍາເປັນຕ້ອງໄດ້ພັດທະນາຄວາມຮູ້, ຄວາມສາມາດ, ມີຫຼັກໝັ້ນການເມືອງໝັກແໜນ, ມີຄວາມຈົງຮັກພັກດີຕໍປະເທດຊາດ, ຕໍພາລະກິດປະຕິວັດຂອງພັກ, ເພື່ອຮັບໃຊ້ປະຊາຊົນຢ່າງບໍຮູ້ອິດ-ບໍຮູ້ເມື່ອຍ, ເຮັດໃຫ້ຖັນແຖວພະນັກງານສະມາຊິກພັກ ມີຄວາມກະຕືລືລົ້ນ, ຫ້າວຫັນບຸກບືນສູ້ຊົນຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນເອງ ແລະ ອອກແຮງຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະດັບຄວາມຮູ້ໃນທຸກດ້ານຢ່າງບໍຢຸດຢັ້ງ, ປັດໃຈສໍາຄັນ ແມ່ນຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນວຽກງານພັກ-ພະນັກງານ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການປັບປຸງໄປສູ່ຄຸນນະພາບ ດັ່ງນັ້ນ, ຈິ່ງໄດ້ນໍາເອົານິຕິກໍາ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX, ທີX,  ແລະ XI ຂອງພັກ, ມະຕິ ກອງປະຊຸມຕົວແທນສະມາຊິກພັກ ແຂວງໄຊສົມບູນ, ມະຕິ ກອງປະຊຸມໃຫ່ຍຄັ້ງທີ I ອົງຄະນະພັກແຂວງ ມາເຜີືຍແຜ່ຊື່ມຊືມ ໃຫ້ແກ່ບັນດາສະຫາຍພະນັກງານ ແລະ ສະມາຊິກພັກ ໄດ້ຮັບຮູ້ຢ່າງເລິກເຊິ່ງ ຄ່ຽງຄູ່ກັບການຕັ້ງໜ້າສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ, ຫຼາຍວິທີການ. ຜ່ານການຈັດຕັ້ງເຊື່ອມຊຶມ ເຮັດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ ສ່ວນຫຼາຍ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຮັກສາໄດ້ບົດບາດການນໍາພາຂອງພັກ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງສະມາຊິກພັກ-ພະນັກງານ, ເຮັດໃຫ້ລະບົບການຈັດຕັ້ງຂອງພັກ, ຖັນແຖວສະມາຊິກພັກ, ພະນັກງານໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບ, ສາມາດເປັນແກນນໍາໃນລະບົບການເມືອງແຕ່ລະຂັ້ນ ໄດ້ຢ່າງໜັກແໜ້ນ. ມາຮອດປີ 2023 ແຂວງໄຊສົມບູນປະກອບມີ 5 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການຄື ປກຊ-ປກສ ແຂວງ, ມີ 25 ຄະນະພັກຮາກຖານ, 372 ໜ່ວຍພັກ, ທຽບໃສ່ປີ 2014 ເພີ່ມຂຶ້ນ 163 ໜ່ວຍພັກ, ມີສະມາຊິກພັກທັງໝົດ 5.107 ສະຫາຍ, ທຽບໃສ່ປີ 2014 ມີສະມາຊິກພັກເພີ່ມຂຶ້ນ 2.277 ສະຫາຍ, ໃນນີ້ ຜ່ານການປະເມີນແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ມີໜ່ວຍພັກແຂງທັງໝົດ  235 ໜ່ວຍ, ສະມາຊິກພັກ ປະເພດ (ແຂງ) 4.481 ສະຫາຍ, ຍິງ 1.024 ສະຫາຍ, ປະເພດ (ກາງ) 344 ສະຫາຍ, ຍິງ 59 ສະຫາຍ, ປະເພດ (ອ່ອນ) 16 ສະຫາຍ, ຍິງ 0 ສະຫາຍ, ເສຍທາດຂາດຄຸນ 2 ສະຫາຍ, ບໍ່ໄດ້ຈັດປະເພດ 9 ສະຫາຍ. ໃນນັ້ນ ໄດ້ປະກາດຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ທັງໝົດ 284 ໜ່ວຍພັກ, ກວມ 76,3% ຂອງຈໍານວນໜ່ວຍພັກທັງໝົດ, ຄຽງຄູ່ກັນນັ້້ນ ຍັງໄດ້ສ້າງແຜນກໍານົດພະນັກງານ, ນໍາພາ-ຄຸ້ມຄອງແຕ່ລະຂະແໜງການ ເຮັດໃຫ້ໂຄງປະກອບບຸກຄະລາກອນ ຂອງບັນດາພະແນກການ, ອົງການຂັ້ນແຂວງ ແລະ ຂັ້ນເມືອງ, ໄດ້ຮັບການບັນຈຸເຂົ້າແຕ່ລະຕໍາແໜ່ງງານຢ່າງຄົບຖ້ວນ. ທົ່ວແຂວງມີພະນັກງານ-ລັດຖະກອນ  3.497 ຄົນ, ຍິງ 1.147 ຄົນ, ເປີດຮຽນທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນໃຫ້ເລຂາໜ່ວຍພັກບ້ານ ແລະ ນາຍບ້ານໄດ້ 8 ຊຸດ, ມີຜູ້ເຂົ້າຮຽນ 319 ສະຫາຍ, ຍິງ 30 ສະຫາຍ, ເປີດຮຽນທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ບ້ານ ໄດ້ທັງໝົດ 9 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 386 ສະຫາຍ, ຍິງ 60 ສະຫາຍ, ເປີດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນກາງໄດ້ 1 ຊຸດ, ມີຜູ້ເຂົ້າຮຽນ 60 ສະຫາຍ, ຍິງ 8 ສະຫາຍ.  ນອກຈາກນັ້ນ ຍັງໄດ້ເອົາໃຈໃສ່ສ້າງເງື່ອນໄຂ, ອໍານວຍຄວາມສະດວກ ແລະ ສົ່ງພະນັກງານໄປຝຶກອົບຮົມ, ຍົກລະດັບວິຊາສະເພາະໄລຍະສັ້ນ, ໄລຍະຍາວ ທັງພາຍໃນ ແລະ ຕ່າງປະເທດ ທັງໝົດ 247 ສະຫາຍ, ຍິງ 32 ສະຫາຍ (ບໍ່ນັບພາກສ່ວນໄປຮຽນດ້ວຍທຶນຕົນເອງ). ໄດ້ສົ່ງສະມາຊິກພັກ-ພະນັກງານ ຂັ້ນນໍາພາ-ຄຸ້ມຄອງ ໄປບໍາລຸງທິດສະດີການເມືອງຢູ່ພາຍໃນ ແລະ ຕ່າງປະເທດ ຂັ້ນສູງ ຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ 19 ສະຫາຍ, ຍິງ 2 ສະຫາຍ.
  • ວຽກງານກວດກາ: ໄດ້ເພີ່ມທະວີເອົາໃຈໃສ່ໃນການກວດກາພັກ-ກວດກາລັດ, ຢ່າງແຂງແຮງ ໂດຍການ ດໍາເນີນແບບສະເພາະກິດ ແລະ ແບບເປັນປົກກະຕິ ເຊິ່ງຖືເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ, ຊຶ່ງຜ່ານການກວດກາເຫັນວ່າ ຄະນະພັກ ສ່ວນຫຼາຍ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິ ປະໄຕ, ປະຕິບັດກົດລະບຽບພັກ, ກົດໝາຍຂອງລັດ; ນອກນັ້ນ ຍັງໄດ້ຕິດຕາມ, ກວດກາການປະຕິບັດວິໄນການຈັດຕັ້ງພັກ, ຄະນະພັກ, ສະມາຊິກພັກ ຢູ່ບັນດາຂະແໜງການຂັ້ນແຂວງ ແລະ ຂັ້ນເມືອງ ທັງໝົດ 74 ສະຫາຍ ໃນນີ້ ຂັ້ນກ່າວເຕືອນ 20 ສະຫາຍ, ປົດຕໍາແໜ່ງ 1 ສະຫາຍ, ໂຈະຮ່ວມຊີວິດພັກ 10 ສະຫາຍ, ເອົາອອກຈາກພັກ 43 ສະຫາຍ; ຕິດຕາມ, ກວດກາກວດກາ ໂຄງການລົງທຶນຂອງລັດ ທັງໝົດ 183 ໂຄງການ ຜ່ານການກວດກາພົບເຫັນ ມູນຄ່າທີ່ຕ້ອງໄດ້ຫັກລົບ ຈໍານວນ 83,094 ຕື້ກີບ, ເກັບກູ້ຄືນໃຫ້ລັດແລ້ວ 1,059 ຕື້ກີບ, ເອົາໃຈໃສ່ເຜີຍແຜ່ກົດໝາຍວ່າດ້ວຍການສໍ້ລາດບັງຫຼວງ, ດໍາລັດ ແລະ ຄໍາເເນະນໍາ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງພະແນກການ, ກົມກອງ, ອົງການ ອ້ອມຂ້າງແຂວງ ແລະ 5 ເມືອງ ໄດ້ຈໍານວນ 12 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຝັງຈໍານວນ 1.988 ທ່ານ, ຍິງ 599 ທ່ານ; ພ້ອມນັ້ນ, ໄດ້ດໍາເນີນການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ຈໍານວນ 3.981 ທ່ານ, ຍິງ 1.107 ທ່ານ. ໄດ້ຮັບແຈ້ງແລ້ວ: 3.904 ທ່ານ, ຍິງ 1.104 ທ່ານ. ໄດ້ຮັບຊ່ອງແຈ້ງຊັບສິນຍົກຍ້າຍເຂົ້າຈໍານວນ 3 ທ່ານ, ຍິງ 1 ທ່ານ ແລະ ໄດ້ສົ່ງຊອງແຈ້ງຊັບສິນຍົກຍ້າຍອອກຈໍານວນ 6 ສະບັບ. ຜ່ານການຕິດຕາມ, ກວດກາ ດ້ວຍຫຼາຍຮູບການ ພົບເຫັນພະນັກງານສໍ້ລາດບັງຫຼວງຈໍານວນ: 52 ທ່ານ, ຍິງ 4 ທ່ານ ພົບເງິນທີ່ມີການສໍ້ລາດບັງຫຼວງທັງໝົດ 1.974.837.000 ກີບ, ເກັບກູ້ຄືນໃຫ້ລັດແລ້ວຈໍານວນ 762.837.000 ກີບ.
  • ວຽກງານພົວພັນຕ່າງປະເທດ: ຕະຫຼອດໄລຍະ 10 ປີຂອງການສ້າງຕັ້ງແຂວງ, ພວກເຮົາກໍໄດ້ມີການພົວພັນແບບພິເສດກັບ ສສ ຫວຽດນາມ ໂດຍສະເພາະແມ່ນໄດ້ຮັບການຊ່ວຍເຫຼືອອັນໃຫຍ່ຫຼວງຈາກ ລັດຖະບານ ຫວຽດນາມ ແລະ ບັນດາແຂວງ, ທ້ອງຖິ່ນ, ກົມກອງແຮກສ່ຽວ. ໂດຍສະເພາະແມ່ນໄດ້ມີການປະກອບສ່ວນອັນສໍາຄັນ ຈາກກຸ່ມບໍລິສັດຮ່ວມມື ເສດຖະກິດ (ໂກເອໂກ), ກອງບັນຊາການທະຫານເຂດ 4 ທີ່ປະຕິບັດໜ້າທີ່ກໍ່ສ້າງ ບັນດາໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານຫວຽດນາມ ເຊັ່ນ: ໂຮງຮຽນກິນນອນຊົນເຜົ່າ, ໂຮງຮຽນທະຫານທ້ອງຖິ່ນແຂວງ, ສະຖານີວິທະຍຸ-ໂທລະພາບແຂວງ, ໂຮງໜໍແຂວງ, ຊົນລະປະທານຂະໜາດນ້ອຍ 4 ແຫ່ງ ຢູ່ 2 ເມືອງ (ຢູ່ເມືອງອະນຸວົງ ແລະ ເມືອງທ່າໂທມ), ສ້າງຫໍພັກພະນັກງານ ລວມມູນຄ່າທັງໝົດ 719 ຕື້ດົງ ແລະ 43 ຕື້ກວ່າກີບ, ພ້ອມນັ້ນ, ຍັງໄດ້ສົມທົບກັບອໍານາດການປົກຄອງ ແລະ ບັນດາກົມກອງຈັດຕັ້ງປະຕິບັດບັນດາໂຄງການ ສົ່ງເສີມກະສິກໍາ-ປ່າໄມ້, ສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນໄດ້ຫຼາຍຮ້ອຍຄອບຄົວ, ກໍ່ສ້າງ, ສ້ອມແປງ ບັນດາໂຄງການພື້ນຖານໂຄງລ່າງ, ຊ່ວຍເຫຼືອປະຊາຊົນ ລຶບລ້າງຄວາມທຸກຍາກ, ພັດທະນາເສດຖະກິດ, ປະກອບສ່ວນ ສ້າງສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບປອດໄພໃນພື້ນທີ່ ຂອງສອງໂຮງງານຜະລິດເສັ້ນລ້ອນມັນສາຄູ, ຢູ່ບ້ານນໍ້າຊານ ແລະ ບ້ານອອມ, ແຕ່ລະປີເກັບຊື້ມັນສາຄູຈາກປະຊາຊົນບໍຕໍ່າກ່ວາ 1,500 ໂຕນ, ຊ່ວຍກອງບັນຊາການທະຫານແຂວງໄຊສົມບູນສ້າງຄັງລ້ຽງງົວໄດ້ 1 ແຫ່ງ. ນອກນັ້ນ ຍັງໄດ້ສົມທົບກັບກອງປະຕິບັດງານຂອງ ສສ ຫວຽດນາມ ຊອກຄົ້ນ ຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດປາງສົງຄົມຢູ່ແຂວງໄຊສົມບູນ, ໄດ້ທັງໝົດ 67 ອັດຖິ, ສໍາລັບບັນດາແຂວງແຮກສ່ຽວ ແລະ ແຂວງ ອື່ນໆ ຂອງ ສສ ຫວຽດນາມ ໄດ້ສະໜອງທຶນການສຶກສາທຸກລະດັບໃຫ້ແຂວງໄຊສົມບູນ ທັງໝົດ 196 ທຶນ; ດ້ານງົບປະມານ ແຂວງເຊີນລາ ໄດ້ຊ່ວຍກໍ່ສ້າງເຮືອນພັກການນໍາຂອງແຂວງ 1 ຫຼັງ, ສວນສາທາລະນະໄຊສົມບູນ-ເຊີນລາ ລວມມູນຄ່າຂອງສ່ວນສາທາລະນະທັງໝົດ 10 ຕື້ດົງ; ແຂວງ ບັກຢາງ ຊ່ວຍກໍ່ສ້າງໂຮງຮຽນປະຖົມມິດຕະພາບ ບັກຢາງ-ໄຊສົມບູນ ຢູ່ບ້ານທົ່ງຮັກ-ທົ່ງຄູນ ລວມມູນຄ່າທັງໝົດ 3 ຕື້ດົງ, ຊ່ວຍງົບປະມານຈັດຝຶກອົບຮົມ, ສໍາຫຼວດຊົນລະປະທານ, ສະໜອງແນວພັນປູກ-ລ້ຽງ ແລະ ອື່ນໆ ກ່ຽວກັບດ້ານກະສິກໍາ-ປ່າໄມ້ ລວມມູນຄ່າ 1.894.956.000 ຕື້ດົງ.
  • ວຽກງານດ້ານການສຶກສາທິການ ແລະ ກິລາ: ໄດ້ສຸມໃສ່ພັດທະນາການສຶກສາຕາມ 3 ແຜນງານ, 3 ລັກສະນະ, 5 ຫຼັກມູນ ຂອງກະຊວງສຶກສາທິການ ແລະ ກິລາວາງອອກ ຢ່າງມີປະສິດທິພາບດີຂຶ້ນເປັນລໍາດັບ ໂດຍການປັບປຸງ, ຍົກສະດັບຄຸນນະພາບການຮຽນ-ການສອນ, ໄປພ້ອມກັບການຂະຫຍາຍຫ້ອງຮຽນ ແລະ ກໍ່ສ້າງໂຮງຮຽນແຕ່ລະຊັ້ນເພີ່ມຂຶ້ນ. ມາຮອດປະຈຸບັນທົ່ວແຂວງມີໂຮງຮຽນນັບແຕ່ຊັ້ນອະນຸບານຮອດມັດທະ ຍົມປາຍ 156 ແຫ່ງ, ທຽບໃສ່ປີ 2014 ເພີ່ມຂຶ້ນ 142 ແຫ່ງ, ມີໂຮງຮຽນວິຊາຊີບ 1 ແຫ່ງ. ສໍາລັບບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG)  15 ຕົວຊີ້ບອກຂອງຂະແໜງສຶກສາ ສາມາດບັນລຸ 11 ຄາດໝາຍ. ພົ້ນເດັ່ນເປັນແຂວງປະກາດຈົບຊັ້ນມັດທະຍົມຕົ້ນບໍາລຸງໃນຕົ້ນປີ 2022.
  • ວຽກງານສາທາລະນະສຸກ: ໄດ້ເອົາໃຈໃສ່ປັບປຸງ, ຍົກລະດັບຄຸນນະພາບການບໍລິການປິ່ນປົວຂອງໂຮງໝໍແຂວງ, ໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ໃນທົ່ວແຂວງດີຂຶ້ນເທື່ອລະກ້າວ ໄປພ້ອມກັບການຂະຫຍາຍຕາໜ່າງບໍລິການສາທາລະນະສຸກ ລົງສູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ເຮັດໃຫ້ປະຊາຊົນບັນດາເຜົ່າ ສາມາດເຂົ້າເຖິງການບໍລິການຢ່າງທົ່ວເຖິງ. ທົ່ວແຂວງມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍເມືອງ 4 ແຫ່ງ, ໂຮງໝໍນ້ອຍ 17 ແຫ່ງ, ໂຮງໝໍທະຫານ 1 ແຫ່ງ ແລະ ຫ້ອງກວດພະຍາດເອກະຊົນ 29 ແຫ່ງ, ຮ້ານຂາຍຢາ 58 ຮ້ານ; ໄດ້ນໍາພາຈັດຕັ້ງປະຕິບັດ 11 ຕົວຊີ້ວັດທີ່ກະຊວງສາທາລະນະສຸກວາງອອກ ສາມາດບັນລຸແລ້ວ 9 ຕົວຊີ້ບອກ. ມີບ້ານແບບ ຢ່າງສາທາລະນະສຸກ 85 ບ້ານ, ກວມເອົາ 95,50% ຂອງຈໍານວນບ້ານທັງໝົດ. ນອກຈາກນັ້ນ ຍັງໄດ້ເອົາໃຈໃສ່ວຽກງານໂຄສະນາສຸກຂະອະນາໄມ 3 ສະອາດ, ການຕິດຕາມ, ເຝົ້າລະວັງ ແລະ ປ້ອງກັນພະຍາດລະບາດຕາມລະດູການຢ່າງແຂງແຮງ.
  • ວຽກງານຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ: ກໍໄດ້ເປັນເຈົ້າການນໍາພາຊຸກຍູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ; ນໍາພາພັດທະນາວຽກງານສື່ມວນຊົນ ໃນການເກັບກໍາຂຽນຂ່າວ, ອອກຂ່າວຢ່າງເປັນປົກກະຕິ. ໂດຍສະເພາະການກໍ່ສ້າງ-ປັບປຸງລະບົບໂທລະໂຄ່ງປະຈໍາບ້ານໄດ້ 98 ບ້ານ, ທຽບໃສ່ປີ 2014 ເພີ່ມຂຶ້ນ 49 ບ້ານ, ສໍາເລັດການກໍ່ສ້າງສະຖານີວິທະຍຸເມືອງຮົ່ມ ແລະ ເມືອງລ້ອງແຈ້ງ, ສະຖານີວິທະຍຸ-ໂທລະພາບ ປະຈໍາແຂວງ, ສ້າງຄອບຄົວວັດທະນະທໍາໄດ້ 12.553 ຄອບຄົວ, ສ້າງບ້ານວັດທະນະທໍາໄດ້ 71 ບ້ານ, ກວມເອົາ 79,77% ຂອງຈໍານວນບ້ານທັງໝົດ, ທຽບໃສ່ປີ 2014 ເພີ່ມຂື້ນ 43 ບ້ານ. ໄດ້ຂຶ້ນບັນຊີສະຖານທີ່ທ່ອງທ່ຽວ, ທີ່ສາມາດພັດທະນາເປັນແຫຼ່ງທ່ອງທ່ຽວມີທັງໝົດ 73 ແຫ່ງ, ທ່ອງທ່ຽວທໍາມະຊາດ 57 ແຫ່ງ, ປະຫວັດສາດ 10 ແຫ່ງ, ວັດທະນະທໍາ 6 ແຫ່ງ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ແລ້ວ 4 ບໍລິສັດ, ເຊັນສັນຍາສໍາປະທານ CA ໄດ້ 4 ບໍລິສັດ. ອັນ​ພົ້ນ​ເດັ່ນ: ໄດ້ສໍາເລັດພິທີເບີກຫໍຫຼັກເມືອງ ແລະ ມະຫາພຸດທະພິເສກ ພິທີສະເຫຼີມສະຫຼອງຮູບປັ້ນຫຼໍ່ ແລະ ອຸທິດບຸນກຸສົນຫາເຈົ້າອະນຸວົງ ເພື່ອໃຫ້ເປັນສະຖານທີ່ສຶກສາອົບຮົມຄົນລຸ່ນໃໝ່ໄດ້ສຶກສາຮຽນຮູ້ ມູນເຊື້ອປະຫວັດສາດຂອງບັນພະບູລຸດ ໃນຂະບວນການປະຕິວັດຊາດໄລຍະຜ່ານມາ ແລະ ທັງເປັນສະຖານທີ່ຢ້ຽມຊົມ ຂອງແຂກຄົນພາຍໃນ ແລະ ຕ່າງປະເທດນໍາອີກ.
  • ວຽກງານແຮງງານ ແລະ ສະຫວັດດີການສັງຄົມ: ສໍາລັບແຂວງໄຊສົມບູນ ກໍ່ໄດ້ເອົາໃຈໃສ່ຊຸກຍູ້, ນໍາພາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ນັບມື້ເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ ໃນນີ້, ໄດ້ຊຸກຍູ້, ສົ່ງເສີມຈັດຫາວຽກເຮັດງານທໍາໃຫ້ແກ່ຊາວໜຸ່ມ, ຍິງ-ຊາຍໄດ້ 10.582 ຄົນ, ພ້ອມນັ້ນຍັງໄດ້ສົ່ງເສີມທຸກພາກສ່ວນທີມີເງື່ອນໄຂພັດທະນາສີມືແຮງງານໄດ້ 11.982 ຄົນ. ໄດ້ປັບປຸງວຽກງານປະກັນສັງຄົມຢ່າງເປັນລະບົບ, ເຂັ້ມແຂງ ແລະ ມີປະສິດທິພາບດີຂຶ້ນ, ໄດ້ເກັບກໍາຂໍ້ມູນ, ຄົ້ນຄວ້າສະເໜີຂັ້ນເທິງປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ຕາມດໍາລັດ 272/ລບ ມີຈໍານວນ 743 ທ່ານ, ປະຕິບັດການກວດຄົ້ນເກັບກູ້ລະເບີດສໍາເລັດ 145,64 ເຮັກຕ່າ; ປຸກລະດົມພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມບໍລິຈາກເລືອດແບບສະໝັກໃຈໄດ້ 2.456 ຖົງ.
  • ວຽກງານອົງການສະພາປະຊາຊົນແຂວງ: ກໍ່ໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຕັ້ງໜ້າ ໃນການປະຕິບັດພາລະບົດບາດຂອງຕົນ, ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໃນການ ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງອົງການປົກຄອງແຂວງ ແລະ ອົງການຕຸລາການ ຕາມລັດຖະທໍາມະນູນ ແລະ ກົດໝາຍຢ່າງຕໍ່ເນື່ອງ ພິຈາລະນາຮັບຮອງເອົາບັນຫາສໍາຄັນຕ່າງໆ, ຮັບຮອງເອົາການຈັດຕັ້ງ ແລະ ບຸກຄະລາກອນ, ພິຈາລະນາຮັບຮອງເອົານິຕິກໍາໃຕ້ກົດໝາຍຂອງແຂວງໄດ້ 16 ສະບັບ; ຕິດຕາມ, ກວດກາ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ ແຕ່ລະປີຂອງແຂວງ; ໄດ້ຄົ້ນຄວ້າຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ພ້ອມທັງນໍາສົ່ງໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂຕາມພາລະບົດບາດ ແລະ ກົດໝາຍວາງອອກ. ພ້ອມດຽວກັນນັ້ນ ຍັງໄດ້ລົງເຜີຍແຜ່ແນວທາງນະໂຍບາຍຂອງພັກ, ມະຕິ ກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງແຕ່ລະຄັ້ງໄດ້ 117 ຈຸດ, ມີຜູ້ເຂົ້າຮ່ວມທັງໝົດ 13.627 ຄົນ, ຍິງ 5.158 ຄົນ.
  •  ອົງການໄອຍະການ: ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມ ການຄົ້ນຄວ້າພິຈາລະນາບັນດາ ບັນຫາທີ່ເກີດຂຶ້ນທາງອາຍາ ແລະ ຂໍ້ຂັດແຍ່ງທາງແພ່ງ ເພື່ອນໍາໄປແກ້ໄຂໃຫ້ຖືກຕ້ອງ, ຄົບຖ້ວນ, ຮອບດ້ານ, ພາວະວິໄສ, ໂປ່ງໃສ, ຍຸຕິທໍາ, ທັນຕາມເວລາທີ່ກົດໝາຍກໍານົດໄວ້. ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ວຽກງານຕິດຕາມ, ກວດກາທົ່ວໄປ ແລະ ການປະຕິບັດຄໍາຕັດສິນຂອງສານ, ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ແລະ ການສັ່ງຟ້ອງຂອງຜູ້ຖືກຫາຂຶ້ນສານ, ການປະຕິບັດກົດໝາຍ ໃນການດໍາເນີນຄະດີຢູ່ສານ ແລະ ການປະຕິບັດກົດໝາຍຢູ່ສະຖານທີ່ກັກຕົວ, ກັກຂັງ, ຄ້າຍຄຸມຂັງດັດສ້າງ. ພ້ອມນັ້ນ ຍັງໄດ້ຮັບຄະດີອາຍາຂັ້ນຕົ້ນ ຈໍານວນ 387 ເລື່ອງ, ຖະແຫຼງສັ່ງຟ້ອງຂຶ້ນສານ 380 ເລື່ອງ, ໄດ້ຈັດພິທີໃຫ້ອະໄພຍະໂທດໄດ້ 6 ຄັ້ງ ໃຫ້ແກ່ນັກໂທດຈໍານວນ 56 ຄົນ, ຍິງ 11 ຄົນ.
  • ວຽກງານອົການສານປະຊາຊົນແຂວງ: ໄດ້ເອົາໃຈໃສ່ປັບປຸງແບບແຜນ, ກົນໄກການຄົ້ນຄວ້າພິຈາລະນາຕັດສິນຄະດີ ໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນຄຸນນະພາບ ເຮັດໃຫ້ການພິຈາລະນາຕັດສິນຄະດີຂອງສານຖືກຕ້ອງ, ເປັນທໍາ, ຄູ່ຄວາມຍອມຮັບ ແລະ ພໍໃຈ ຕໍ່ການພິຈາລະນາຕັດສິນຂອງສານດີຂຶ້ນເທື່ອລະກ້າວ, ເຊັ່ນ: ມີຄະດີເຂົ້າຫາສານຂັ້ນຕົ້ນ ແລະ ສານແຂວງທັງໝົດ 590 ເລື່ອງ, ແກ້ໄຂແລ້ວ 568 ເລື່ອງ.
  • ວຽກງານຍຸຕິທໍາ: ໄດ້ນໍາເອົາກົດໝາຍຕ່າງໆລົງໂຄສະນາເຜີຍແຜ່ຜ່ານທາງ ສື່ມວນຊົນໂດຍສະເພາະທາງ ໂທລະໂຄ່ງ, ໄດ້ຫຼາຍກວ່າ 1.771 ຄັ້ງ, ສ້າງຄອບຄົວແບບຢ່າງການປະຕິບັດກົດໝາຍ ໄດ້ 12.811 ຄອບຄົວ, ສ້າງບ້ານແບບຢ່າງການປະຕິບັດກົດໝາຍ 81 ບ້ານ, ກວມເອົາ 91% ຂອງຈໍານວນບ້ານທັງໝົດ, ຄົ້ນຄວ້າປະກອບຄໍາເຫັນເຂົ້າໃສ່ຮ່າງນິຕິກໍາໃຕ້ກົດໝາຍຂອງແຂວງໄດ້ 18 ສະບັບ; ເປີດການຮຽນ-ການສອນກົດໝາຍໄລຍະສັ້ນ 3 ເດືອນ ໃຫ້ພະນັກງານຫຼັກແຫຼ່ງ ຂອງແຂວງ, ເມືອງ ແລະ ບ້ານ ໄດ້ 22 ຊຸດ; ປະຕິບບັດຄຳ​ຕັດສິນ​ຂອງ​ສານ​ທີ່ໃຊ້​ໄດ້​ເດັດຂາດ ກໍ່​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ຢ່າງ​ເຂັ້ມງວດ ​ແລະ ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ.
  • ວຽກງານແນວລາວສ້າງຊາດ: ຜ່ານມາຄະນະກໍາມະການແນວລາວສ້າງຊາດກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານລັດຖະກອນ, ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ເປັນເຈົ້າການປະກອບສ່ວນ ອັນສໍາຄັນໃນການສ້າງສາພັດທະນາປະເທດຊາດໃນໄລຍະໄໝ່ໂດຍສະເພາະແຂວງໄຊສົມບູນ, ພ້ອມນັ້ນ ກໍ່ໄດ້ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ຂອງແນວລາວສ້າງຊາດ, ຈົນກາຍເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນ, ເພດ, ໄວ, ໃຫ້ເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງໄຊສົມບູນ ໄດ້ຢ່າງກວ້າງຂວາງ. ເອົາໃຈໃສ່ເສີມຂະຫຍາຍສິດເປັນເຈົ້າໃນການປົກປັກຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ໃກ້ຊິດຕິດແທດກັບຮາກຖານ, ຮັບຟັງຄໍາຄິດຄໍາເຫັນ, ຄວາມມຸ້ງມາດປາດຖະໜາຂອງປະຊາຊົນບັນດາເຜົ່າ ພ້ອມທັງຕິດຕາມ, ການເຄື່ອນໄຫວຂອງອົງການອໍານາດລັດ ຕາມພາລະບົດບາດຢ່າງເປັນປົກກະຕິ. ໄດ້ນໍາພາຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ 13.706 ຄອບຄົວ ແລະ 80 ບ້ານ, ກວມເອົາ 89% ຂອງຈໍານວນບ້ານທັງໝົດ, ເມືອງສາມັກຄີປອງດອງໄດ້ 1 ເມືອງ.
  • ວຽກງານຊາວໜຸ່ມ: ຄະນະບໍລິຫານງານຊາວໜຸມ ແຕ່ລະຂັ້ນໄດ້ເອົາໃຈໃສ່ ໃນການສຶກສາອົບຮົມການເມືອງແນວຄິດ, ບໍາລຸງສ້າງ ດ້ວຍຫຼາຍຮູບການ, ສຸກຍູ້ການຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ ແລະ ຄໍາຂວັນ 4 ບຸກ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາຢ່າງແທດເຖິງ ສາມາດສ້າງໄດ້ຕົວແບບໜ່ວຍເຍົາວະຊົນ 4 ບຸກ, ເຮັດໃຫ້ຖັນແຖວສະມາຊິກຊາວໜຸ່ມ-ໄວໜຸ່ມ ທຸກຂັ້ນຮັບຮູ້ເຂົ້າໃຈ ຕໍແນວທາງນະໂຍບາຍຂອງພັກ-ລັດ, ຫຼາຍຂື້ນ, ໂດຍສະເພາະໄດ້ນໍາເອົາ ມະຕິ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ່ງທີ VI  ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ I, ຄັ້ງທີ II ຂອງຄະນະບໍລິຫານງານຊາວໜຸ່ມແຂວງໄຊສົມບູນ ລົງໄປສູ່ຮາກຖານ, ກົມກອງ ພ້ອມທັງປັບປຸງກົງຈັກການຈັດຕັ້ງຮາກຖານຊາວໜຸ່ມແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ມາຮອດປີ 2023 ທົ່ວແຂວງ ມີຮາກຖານຊາວໜຸ່ມ 9 ຮາກຖານ, 267 ໜ່ວຍຮາກຖານຊາວໜຸ່ມ ທຽບໃສ່ປີ 2014 ເພີ່ມຂື້ນ 117 ໜ່ວຍ, ມີສະມາຊິກຊາວໜຸ່ມ 10.929 ສະຫາຍ, ຍິງ 4.301 ສະຫາຍ, ເພີ່ມຂື້ນ 4.607 ສະຫາຍ. ພົ້ນເດັ່ນສາມາດປະກາດຮັບຮອງ​ເປັນແຂວງຊາວໜຸ່ມ 4 ບຸກໃນປີ 2022 ແລະ 2023 ຄ່ຽງຄູ່ກັນນັ້ນ ຄະນະບໍລິຫານງານຊາວໜຸ່ມຍັງໄດ້ເອົາໃຈໃສ່ສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ຄົນຮຸ້ນໜຸ່ມໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ, ໄປພ້ອມກັບການປຸກລະດົມ, ເຕົ້າໂຮມຄວາມສາມັກຄີຊາວໜຸ່ມລາວບັນດາເຜົ່າໃຫ້ເປັນປຶກແຜ່ນ, ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊາວໜຸ່ມໄດ້ເປັນຢ່າງດີ, ປຸກລະດົມຊາວໜຸ່ມທຸກຂັ້ນປະຕິບັດຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກຢ່າງເປັນຂະບວນຟົດຟື້ນ.
  • ວຽກງານສະຫະພັນແມ່ຍິງ: ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຂອງອົງການສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ໜັກແໜ້ນ, ເຂັ້ມແຂງ ໄປພ້ອມກັບການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ແມ່ຍິງບັນດາເຜົ່າໃນທົ່ວແຂວງ ຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງ, ປະຕິບັດຂໍ້ແຂ່ງຂັນ 3 ດີ ຢ່າງເປັນຂະບວນຟົດຟື້ນ. ນອກນັ້ນ ຍັງໄດ້ເອົາໃຈໃສ່ ຂະຫຍາຍ ແລະ ປຸກລະດົມແມ່ຍິງບັນດາເຜົ່າ ເຂົ້າຮ່ວມຢູ່ໃນອົງການຈັດຕັ້ງສະຫະພັນແມ່ຍິງ ນັບມື້ເພີ່ມຂຶ້ນ, ມາຮອດປີ 2023 ທົ່ວແຂວງມີສະມາຊິກສະຫະພັນແມ່ຍິງທັງໝົດ 19,336 ສະຫາຍ, ກວມ 69% ຂອງແມ່ຍິງເກນອາຍຸ 15 ປີຂຶ້ນໄປ, ມີໜ່ວຍສະຫະພັນແມ່ຍິງ 246 ໜ່ວຍ, ສະຫະພັນແມ່ຍິງບ້ານ 89 ໜ່ວຍ. ພົ້ນເດັ່ນສາມາດປະກາດຮັບຮອງ ເປັນແຂວງແມ່ຍິງ 3 ດີໃນປີ 2023; ພ້ອມນັ້ນຍັງໄດ້ສົ່ງເສີມການສ້າງຕັ້ງກຸ່ມທ້ອນເງິນເພື່ອການປ່ຽນແປງ ແລະ ກຸ່ມທ້ອນເງິນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທົ່ວແຂວງ ໄດ້ທັງໜົດ 107 ກຸ່ມ, ມີສະມາຊິກ 8,124 ຄົນ, ຊາຍ 1,249 ຄົນ, ມີເງິນທ້ອນທັງໝົດ 10,825,624,000 ກີບ ( ສິບຕື້ແປດຮ້ອຍຊາວຫ້າລ້ານຫົກແສນຊາວສິ່ພັນກີບ ).
  • ວຽກງານສະຫະພັນກໍາມະບານ: ສະຫະພັນກໍາມະບານ ແຕ່ລະໜ່ວຍ ກໍ່ໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ມີຄຸນທາດການເມືອງໜັກແໜ້ນ, ມີຫຼັກໝັ້ນມິດ-ສັດຕູ ຢ່າງຈະແຈ້ງ, ມີຄວາມສາມັກຄີ ແໜ້ນແຟ້ນ. ພ້ອມກັນນັ້ນ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວແຂວງ. ນອກນັ້ນ, ຍັງໄດ້ເປັນເຈົ້າການປຸກລະດົມປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງເປັນຂະບວນການຟົດຟື້ນ. ທົ່ວແຂວງມີສະມາຊິກກໍາມະບານ 3.943 ສະຫາຍ, ຍິງ 1.270 ສະຫາຍ, ຢັ້ງຢືນກົມກອງ 5 ເປັນເຈົ້າໄດ້ 5 ສະຫະພັນກໍາມະບານເມືອງ ແລະ 23 ກໍາມະບານຮາກຖານ, ກວມເອົາ 100%. ມີສະມາຊິກກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ 2.677 ສະຫາຍ, ຍິງ 925 ສະຫາຍ, ມີເງິນກອງທຶນ 147.063.000 ກີບ, ຈ່າຍປະຕິບັດນະໂຍບາຍຕໍ່ສະມາຊິກ 96.625.000 ກີບ, ຍັງເຫຼືອ 46.792.000 ກີບ.
  • ວຽກງານສະຫະພັນນັກຮົບເກົ່າ: ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຕ່ລະຂັ້ນໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດຂອງຕົນໄດ້ເປັນຢ່າງດີ ເປັນຕົ້ນແມ່ນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ແຕ່ລະຂັ້ນເກັບກໍາບັນຊີຈໍານວນນັກຮົບເກົ່າທີເສຍສະຫຼະຊີວິດໃນປາງສົງຄາມ ນັບທັງຜູ້ທີເສຍຊີວິດ ແລະ ຍັງມີຊີວິດ ເພື່ອສະເໜີຂັ້ນເທິງຄົ້ນຄວ້າພິຈາລະນາ, ປະຕິບັດນະໂຍບາຍ ປະຈຸບັນ ທົ່ວແຂວງມີນັກຮົບເກົ່າທັງໝົດ 1.073 ສະຫາຍ, ຍິງ 92 ສະຫາຍ, ມີສະມາຊິກນັກຮົບເກົ່າສົມບູນ 611 ສະຫາຍ, ຍິງ 52 ສະຫາຍ. ຄ່ຽງຄູ່ກັນນັ້ນຍັງໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງແຂງແຮງໃນການສຶກສາອົບຮົມ ການເມືອງ-ແນວຄິດ, ໃຫ້ແກ່ສະມາຊິກນັກຮົບເກົ່າ ມີຄວາມໜັກແໜ້ນກວ່າເກົ່າ, ເພີ່ມຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກສູງຂຶ້ນ, ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອການປະຕິວັດໄດ້ດີ ໄປພ້ອມກັບການປັບປຸງກົງຈັກການຈັດຕັ້ງ, ປຸກລະດົມຂົນຂວາຍ, ເຕົ້າໂຮມຖັນແຖວນັກຮົບເກົ່າ ເຂົ້າໃນການຈັດຕັ້ງ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊຸກຍູ້ສ້າງຂະບວນການແຂ່ງຂັນ 3 ດີ 6 ຮັກສາ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງເປັນຂະບວນການຟົດຟື້ນພໍສົມຄວນ.
  • ວຽກງານເສດຖະກິດ: ຕະຫຼອດໄລຍະ 10 ຜ່ານມາ ​ເຖິງ​​ວ່າແຂວງໄຊສົມບູນຈະ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆນາໆກໍ່ຕາມ ຄະນະພັກທຸກຂັ້ນທຸກສະໄໝກໍຍັງພ້ອມກັນຕັ້ງໜ້າຂຸດຄົ້ນ, ຊອກຫາ, ຈຸດ​ພິ​ເສດ ແລະ ທ່າແຮງຂອງ​ແຂວງ ເພື່ອເປັນເງື່ອນໄຂທີ່ຊ່ວຍ​ເຮັດ​ໃຫ້​ເສດຖະກິດຂອງແຂວງ ຂະຫຍາຍຕົວຂື້ນຢ່າງຕໍ່ເນື່ອງ, ໝັ້ນທ່ຽງໄດ້ໃນລະດັບທີດີ ສະເລ່ຍບໍ່ຫຼຸດ 7% ຕໍ່ປີ. ສໍາລັບປີ 2023 ເສດຖະກິດຂະຫຍາຍຕົວໃນລະດັບ 7,5%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 2.335,93 ຕື້ກີບ, ສະເລ່ຍຕໍ່ຫົວຄົນປະມານ 23.120.000 ກີບ ຕໍ່ຄົນ, ຕໍ່ປີ. ທຽບໃສ່ປີ 2014 ລວມຍອດຜະລິດຕະພັນພາຍໃນ (GDP) ມີພຽງແຕ່ 806,5 ຕື້ກີບ, ລື່ນ 1.529,43 ຕື້ກີບ; ສະເລ່ຍໃສ່ຫົວຄົນ 9.650.000 ກີບ, ລື່ນ 13.470.000 ກີບ.
  • ວຽກງານການເງິນ ແລະ ການລົງທຶນ: ໄດ້ຮັບໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ແຂວງຄຸ້ມຄອງ ທັງໝົດ 111 ໂຄງການ, ທຽບໃສ່ປີ 2014 ເພີ່ມຂຶ້ນ 101 ໂຄງການ, ມູນຄ່າການລົງທຶນ 410,97 ຕື້ກີບ ແລະ 593 ລ້ານໂດລາສະຫະລັດ ຄຽງຄູ່ກັນນັ້ນ ຍັງໄດ້ເອົາໃຈໃສ່ສຸ່ກຍູ້ວຽກງານການເງິນພາຍໃນແຂວງ ໃຫ້ເຂັ້ມແຂງ ສາມາດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານໃນແຕ່ລະປີໄດ້ຢ່າງມີປະສິດທິພາບ, ເຮັດໃຫ້ສະພາບການເງິນງົບປະມານ ຂອງແຂວງມີສະຖຽນລະພາບ, ມີຄວາມໝັ້ນຄົງ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ  ເຖິງວ່າເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ ແຕ່ສາມາດຈັດເກັບລາຍຮັບເຂົ້າງົບປະມານເພີ່ມຂຶ້ນທຸກໆປີ ນັບແຕ່ປີ 2020 ເປັນຕົ້ນມາ ແຂວງໄຊສົມບູນ, ກໍ່ໄດ້ປະຕິບັດຕາມ ດໍາລັດ 414/ລບ ເປັນການປະຕິບັດວຽກງານການເງິນແບບໃໝ່ ເຮັດໃຫ້ມີລາຍຮັບກ້າວກະໂດດ; ສະເພາະປີ 2023 ແຜນຈັດເກັບລາຍຮັບເຂົ້າງົບປະມານ ທັງໝົດ 473.40 ຕື້ກີບ, ແຈ້ງເພີ່ມມາເປັນ 678.62 ຕື້ກີບ ໝົດປີໄດ້ 1.187,11 ຕື້ກີບ, ເທົ່າກັບ 174,93% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂື້ນ 80,12%, ທຽບໃສ່ປີ 2014 ເກັບລາຍຮັບໄດ້ພຽງແຕ່ 56,48%; ແຜນລາຍຈ່າຍປະຈໍາປີ 2023 ແຜນເບື້ອງຕົ້ນ 382.44 ຕື້ກີບ, ດັດແກ້ເພີ່ມມາເປັນ 626.58 ຕື້ກີບ, ຄາດຄະເນຈະສາມາດຄຸ້ມຄອງລາຍຈ່າຍງົບປະມານໄດ້ທັງໝົດ 626.58 ຕື້ກີບ, ເທົ່າກັບ 100% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂື້ນ 4,3%, ທຽບໃສ່ປີ 2014 ລາຍຈ່າຍປະຕິບັດໄດ້ 197,64 ຕື້ກີບ, ສັງລວມແລ້ວການປະຕິບັດ ລາຍຮັບງົບປະມານໃນ 10 ປີ ມີແຜນລວມ 2.356,62 ຕື້ກີບ ປະຕິບັດໄດ້ 3.254,75 ຕື້ກີບ ເທົ່າກັບ 138,11% ຂອງແຜນ 10 ປີ;​ ຄຸ້ມຄອງລາຍຈ່າຍຕາມແຜນສະພາຮັບຮອງໄດ້ 3.257,75 ຕື້ກີບ, ໃນໄລຍະ 10 ປີ ແຂວງໄຊສົມບູນມີງົບປະມານຂາດດຸ່ນ 3 ຕື້ກີບ.
  • ວຽກງານກະສິກໍາ-ປ່າໄມ້: ກໍ່ແມ່ນຂະແໜງການໜຶ່ງທີມີຄວາມສໍາຄັນ ແລະ ນອນຢູ່ໃນໂຄງປະກອບເສດຖະກິດແຫ່ງຊາດ, ເປັນຂະແໜງການທີ່ຕອບສະໜອງທາງດ້ານສະບຽງອາຫານໃຫ້ແກ່ສັງຄົມ, ສະໜອງວັດຖຸດິບເຂົ້າໂຮງຈັດໂຮງງານອຸດສາຫະກໍາຕ່າງໆ ນັບທັງເຂົ້າປາອາຫານໃນຊີວິດປະຈໍາວັນ ຂອງຄອບຄົວ ແລະ ສັງຄົມ ຍ່ອນແນວນັ້ນພັກ ແລະ ລັດຖະບານ ຍາມໃດກໍຖືເອົາວຽກງານກະສິກໍາເປັນຂະແໜງໜຶ່ງທີສໍາຄັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ກໍ່ໄດ້ກໍານົດເອົາຍຸດທະສາດການພັດທະນາ ເພື່ອຫັນເປັນເສດຖະກິດ ທີສາມາດສ້າງລາຍຮັບເຂົ້າໃນຄອບຄົວຂອງຊາວກະສິກອນໄດ້ດີພໍສົມຄວນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າເປັນຕົ້ນຕໍ ສໍາລັບແຂວງໄຊສົມບູນ ກໍໄດ້ກໍານົດເອົາເປັນຂະແໜງການໜຶ່ງທີສໍາຄັນນອນຢູ່ໃນ 5 ທ່າແຮງໃນການພັດທະນາ ຂອງແຂວງໄຊສົມບູນ ດັ່ງນັ້ນ ແຂວງຈຶ່ງໄດ້ເອົາໃຈໃສ່ ສຸມທືນຮອນເຂົ້າໃສ ໂດຍສະເພາະແມ່ນ ການປັບປຸງດ້ານໂຄງລ່າງພື້ນຖານທາງດ້ານກະສິກໍາ, ເປັນຕົ້ນລະບົບຊົນລະປະທານ, ອ່າງເກັບນໍ້າ, ສູນບໍລິການດ້ານເຕັກນິກ-ແນວພັນ ຈົນສາມາດຕອບສະໜອງ ການຜະລິດ ກະສິກໍາ ຂອງປະຊາຊົນໄດ້ດີຂຶ້ນເປັນລໍາດັບ, ເຮັດໃຫ້ແຂວງໄຊສົມບູນ ສາມາດຜະລິດສະບຽງອາຫານສະ    ໜອງຢູ່ພາຍໃນ ແລະ ຕ່າງແຂວງໄດ້ຫຼາຍພໍສົມຄວນ. ປະຈຸບັນ ທົ່ວແຂວງ ມີເນື້ອທີ່ປູກເຂົ້າທັງໝົດ 12.365,97 ເຮັກຕາ, ສະມັດຕະພາບ 3,28 ໂຕນ/ຮຕ,  ຜົນຜະລິດໄດ້ 40.546,25 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 384 ກິໂລ/ຄົນ/ປີ, ທຽບໃສ່ປີ 2014 ໄດ້ແຕ່ 246 ກິໂລ/ຄົນ/ປີ, ມີສັດລ້ຽງທັງໝົດ 496.650 ໂຕ, ທຽບໃສ່ປີ 2014 ເພີ່ມຂື້ນ 159.338 ໂຕ, ນອກນັ້ນ ຍັງໄດ້ຊຸກຍູ້, ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ, ອັນພົ້ນເດັ່ນແມ່ນ ປູກພືດຜັກອິນຊີໄດ້ 941,20 ໂຕນ, ມູນຄ່າ 14.800.000.000 ກີບ, ສາລີຫວານ 103,20 ໂຕນ, ມູນຄ່າ 750.000.000 ກີບ, ສາລີແຂງ 1316,30 ໂຕນ, ມູນຄ່າ 3.700.000.000 ກີບ, ໝາກເດືອຍ 138 ໂຕນ, ມູນຄ່າ 228.000.000 ກີບ, ມັນຕົ້ນ 132.793,35 ໂຕນ, ມູນຄ່າ 262.300.000.000 ກີບ, ມັນສະຄູ 1252,53 ໂຕນ, ມູນຄ່າ 1.500.000.000 ກີບ, ໝາກກ້ຽງ  740 ໂຕນ, ມູນຄ່າ 6.200.000.000 ກີບ, ກາເຟ 40 ໂຕນ, ມູນຄ່າ 1.600.000.000 ກີບ, ໝາກນັດ 1.081 ໂຕນ, ມູນຄ່າ 3.700.000.000 ກີບ, ຢາງພາລາ 4.333,91 ໂຕນ, ມູນຄ່າ 1.169.910.000.000 ກີບ, ມີຊົນລະປະທານທັງໝົດ 544 ແຫ່ງ, ທຽບໃສ່ປີ 2014 ເພີ່ມຂື້ນ 33 ແຫ່ງ. ສາມາດສະໜອງນ້ຳເຂົ້າສູ້ການພະລິດໃນລະດູຝົນ​ໄດ້ 6.979,97 ເຮັກຕ່າ; ລະດູ​ແລ້ງໄດ້ 1.197,50 ເຮັກຕ່າ.
  • ຂົງເຂດອຸດສາຫະກໍາ ແລະ ການຄ້າ: ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມ ວຽກງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາຢ່າງຕັ້ງໜ້າ. ປະຈຸບັນທົ່ວແຂວງ ມີໂຮງງານປຸງແຕ່ງທັງໝົດ 115 ໂຮງງານ ທຽບໃສ່ປີ 2014 ຫຼຸດລົງລົງຈໍານວນ 44 ໂຮງງານ, ລວມຍອດມູນຄ່າຜະລິດຕະພັນ ອຸດສາຫະກໍາປຸງແຕ່ງ ປະຈໍາປີ 2023 ບັນລຸໄດ້ 15.873.819.000 ກີບ ທຽບໃສ່ປີ 2014 ມີມູນຄ່າຈໍານວນ 26.904.000.000 ກີບ ຫຼຸດລົງ 11,030,181,000 ກີບ, ເທົ່າກັບ 40,99%, ສາເຫດທີ່ພາໃຫ້ຈຳນວນໂຮງງານ ແລະ ມູນຄ່າອຸດສາຫະກຳປຸງແຕ່ງມີການຫຼຸດລົງ ເນື່ອງຈາກວ່າໄດ້ມີການດັດສົມໂຮງງານ ແລະ ໄດ້ມອບ-ຮັບໂຮງງານອຸດສາຫະກຳປຸງແຕ່ງ 11 ລາຍການ ໃຫ້ແກ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນຜູ້ຄຸ້ມຄອງ, ຕາມບົດບັນທຶກຂອງ 2 ກະຊວງ ໃນຄັ້ງວັນທີ 11 ພະຈິກ 2021. ປະຈຸບັນທົ່ວແຂວງ ມີ 13 ກຸ່ມຫັດຖະກໍາ. ໃນນັ້ນ, ໄດ້ຮັບຮອງເປັນສິນຄ້າ ODOP ຈຳນວນ 09 ກຸ່ມ ( ຫັດຖະກໍາຈັກສານຫວາຍ-ໄມ້ປ່ອງ 03 ກຸ່ມ, ຕໍ່າຫູກ-ທໍໄໝ 06 ກຸ່ມ, ຕີພ້າ-ມີດ 01 ກຸ່ມ, ກຸ່ມຜະລິດໄຄແຜ່ນ 01 ກຸ່ມ, ກຸ່ມຜະລິດກາເຟ 01 ກຸ່ມ, ກຸ່ມຜະລິດຊາຂີງຂາວ, ດຳ 01 ກຸ່ມ, ລວມຍອດມູນຄ່າຜະລິດຕະພັນຫັດຖະກຳ ບັນລຸໄດ້ 6,110,119,000 ກີບ, ທຽບ ໃສ່ປີ 2014 ຈໍານວນ 1.387.500.000 ກີບ ເພີ່ມຂື້ນ 4.722.619.000 ກີບ ເທົ່າກັບ 240,36%. ມີຕະຫຼາດໃຫຍ່-ນ້ອຍທັງໝົດ  14 ແຫ່ງ. ໃນນັ້ນ, ຕະຫຼາດໃຫຍ່ 01 ແຫ່ງ, ຕະຫຼາດກາງ 03 ແຫ່ງ, ຕະຫຼາດນ້ອຍ 01 ແຫ່ງ; ມູນຄ່າ ການນໍາເຂົ້າ-ສົ່ງອອກສິນຄ້າໃນ 10 ປີ, ມີຈໍານວນ 128.729.756,16 ໂດລາສະ ຫະລັດ, ທຽບໃສ່ປີ 2014 ໄດ້ເພີ່ມຂຶ້ນ 126.131.527,69 ໂດລາສະຫະລັດ. ບັນດາວິສາຫະກິດ ຂະໜາດນ້ອຍ, ຂະໜາດກາງ ນັບມື້ເພີ່ມຂຶ້ນ, ທົ່ວແຂວງ ມີຫົວໜ່ວຍວິສາຫະກິດທັງໝົດ 2.568 ຫົວໜ່ວຍ. ນອກຈາກນັ້ນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຕ້ານ ແລະ ຄຸ້ມຄອງການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ຕາມຄຳສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ ໄປພ້ອມກັບການດັດສົມ-ປັບປຸງໂຮງເລື່ອຍ, ໂຮງງານປຸງແຕ່ງໄມ້ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
  • ວຽກງານໂຍທາທິການ-ຂົນສົ່ງ: ໄດ້ສຸມທຶນຮອນເຂົ້າໃນການກໍ່ສ້າງລະບົບໂຄງລ່າງເສັ້ນທາງຄົມມະນາຄົມຢູ່ແຂວງ ເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ໂດຍສະເພາະ ແມ່ນການກໍ່ສ້າງເສັ້ນທາງ ແຕ່ແຂວງຫາເມືອງ, ເມືອງຫາບ້ານ, ບ້ານຕໍ່ບ້ານ ແລະ ເສັ້ນທາງເຊື່ອມຈອດກັບແຂວງອ້ອມຂ້າງ, ມາເຖິງປະຈຸບັນ ແຕ່ລະບ້ານໃນທົ່ວແຂວງມີເສັ້ນທາງເຂົ້າເຖິງທຸກບ້ານ, ສາມາດທຽວໄດ້ຕະຫຼອດປີ. ພົ້ນເດັ່ນແມ່ນໄດ້ສໍາເລັດການກໍ່ສ້າງເສັ້ນທາງ 3 ເສັ້ນ ບູລິມະສິດ ຂອງລັດຖະບານ, ທາງເບຕົ່ງຖະໜົນເພຍຫຼວງ, ຖະໜົນໄຊຊະນະ, ຖະໜົນອະນຸວົງ, ໂຄງການພັດທະນາແຄມນໍ້າຈັ້ງ ຊ່ວງ 1 ຊ່ວງ 2 ແລະ ຊ່ວງ 3, ການສໍາຫຼວດ ແລະ ຮັບຮອງເອົາຜັງເມືອງ 4 ເມືອງຄື: ເມືອງອະນຸວົງ, ເມືອງລ້ອງຊານ, ເມືອງຮົ່ມ ແລະ ເມືອງລ້ອງແຈ້ງ, ການກໍ່ສ້າງສໍານັກງານປົກຄອງແຂວງ ແລະ ຫ້ອງການກົມກອງຂອງແຂວງ, ເມືອງ, ຫໍພັກພະນັກງານ ຈໍານວນຫຼາຍພໍສົມຄວນ, ເພື່ອສ້າງເງື່ອນອໍານວຍຄວາມສະດວກໃຫ້ແກ່ການເຮັດວຽກ ແລະ ພັກອາໄສຂອງພະນັກງານດີຂື້ນ. ພ້ອມກັນນັ້ນ, ໄດ້ສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ສ້າງນິຕິກຳ ໄດ້ຈໍານວນໜຶ່ງ ເຊັ່ນ: ຂໍ້ຕົກລົງ ຂອງທ່ານເຈົ້າແຂວງໄຊສົມບູນ ສະບັບເລກທີ 1116/ຈຂ.ຊບ,​ ລົງວັນທີ 02 ຕຸລາ 2023 ວ່າດ້ວຍການກໍານົດຫົວໜ່ວຍລາຄາແຮງງານ ແລະ ວັດສະດຸກໍ່ສ້າງເຄຫາສະຖານ ຂອງໂຄງການລົງທຶນຂອງລັດ ພາຍໃນແຂວງໄຊສົມບູນ; ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊສົມບູນ ສະບັບເລກທີ 1057/ຈຂ.ຊບ,​ ລົງວັນທີ 12 ກັນຍາ 2023 ວ່າດ້ວຍ ກອງທຶນບູລະນະຮັກສາ ແລະ ສ້ອມແປງທາງ ພາຍໃນແຂວງໄຊສົມບູນ; ຮ່າງ ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊສົມບູນ ວ່າດ້ວຍການຄຸ້ມຄອງ ແລະ ບໍລິຫານຕົວເມືອງເທດສະບານແຂວງ ແລະ ບ້ານເທດສະບານເມືອງ, ປະຈຸບັນກໍາລັງຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງພັດທະນາສາຍນໍ້າຈັ້ງຂອບເຂດບໍລິເວນຕະຝັ່ງເຈື່ອນນໍາອີກ.
  • ວຽກງານພະລັງງານ-ບໍ່ແຮ່: ເປັນຂະແໜງການໜຶ່ງທີ່ສໍາຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ຊຶ່ງໄດ້ສ້າງລາຍຮັບໃຫ້ແກ່ແຂວງ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນບັນດາເຜົ່າ ເປັນຈໍານວນບໍ່ໜ້ອຍ, ໃນ 10 ປີ ຜ່ານມາ, ລັດຖະບານໄດ້ອະນຸຍາດໃຫ້ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ມາລົງທຶນພັດທະນາເຂື່ອນໄຟຟ້າຂະໜາດໜ້ອຍ, ຂະໜາດກາງ, ຂະໜາດໃຫຍ່ ລວມທັງໝົດມີ 16 ໂຄງການ. ມີຫົວໜ່ວຍກິດຈະການ ທີ່ໄດ້ຮັບການອະນຸຍາດຊອກຄົ້ນ-ສໍາຫຼວດ, ປຸງແຕ່ງແຮ່ທາດຕ່າງໆ 41 ໂຄງການ, ໂຄງການທົດລອງຕາມຂໍ້ຕົກລົງ 61/ນຍ, ມີຈໍານວນ 6 ໂຄງການ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງ ຕາມດໍາລັດ 414/ລບ, ມີ 05 ໂຄງການ.
  • ວຽກງານຊັບພະຍາກອນທໍາມະຊາດ-ສິ່ງແວດລ້ອມ: ກໍ່ໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມແຂງຮອບ ດ້ານໃນການຄຸ້ມຄອງທີ່ດິນ ແລະ ປົກປັກຮັກສາສິ່ງແວດລ້ອມ, ທັງເປັນຂະແໜງການໜຶ່ງ ທີ່ສ້າງລາຍຮັບທີ່ໝັ້ນຄົງ, ໃນ 10 ປີຜ່ານມາ ສາມາດອອກໃບຕາດິນຖາວອນໄດ້ 19.361 ຕອນ, ຈັດສັນການນໍາໃຊ້ທີ່ດິນ 8 ປະເພດຂັ້ນບ້ານ ໄດ້ຈໍານວນ 60 ບ້ານ, ໄດ້ອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຈໍານວນ 73 ກິດຈະການ; ລົງຊຸກຍູ້ສົ່ງເສີມສິ່ງແວດລ້ອມຕົວເມືອງຕາມທິດສີຂຽວ, ສະອາດ, ງາມຕາໄດ້ 28 ບ້ານ.
  • ວຽກງານເຕັກໂນໂລຊີ ແລະ ການສື່ສານ: ໄດ້ສຸມໃສ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍສັນຍານໂທລະສັບ, ປັດຈຸບັນສັນຍານໄດ້ຄວບຄຸມເອົາ 100% ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ, ທຽບໃສ່ປີ 2014 ມີພຽງແຕ່ 73​ ບ້ານ, ອິນເຕີເນັດກວມເອົາ 100% ຂອງຈໍານວນບ້ານທັງໝົດ ໃນນີ້ 3G ກວມເອົາ 76 ບ້ານ, 4G ກວມເອົາ 85 ບ້ານ, 4,5 G ກວມເອົາ 2 ບ້ານ, ປັບປຸງ ແລະ ຂະຫຍາຍການບໍລິການດ້ານໄປສະນີ ກວມເອົາ 5 ເມືອງ, ມີ 31 ຈຸດບໍລິການ, ທຽບໃສ່ປີ 2014 ມີ 3 ເມືອງ ແລະ 7 ຈຸດບໍລິການ, ພ້ອມນັ້ນການໄຫວດ້ານເຕັກໂນໂລຊີ ແລະ ການສື່ສານ ກໍ່ໄດ້ມີການພັດທະນາ ແລະ ເຄື່ອນໄຫວສອດຄ່ອງກັບລະບຽບກົດໝາຍ, ປັດຈຸບັນພາກສ່ວນທີ່ເຄື່ອນໄຫວດ້ານເຕັກໂນໂລຊີ ແລະ ການສື່ສານ ມີ 79 ພາກສ່ວນ, ນອກຈາກນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້, ສົ່ງເສີມບັນດາຂະແໜງການໃນການຫັນເປັນລັດດິຈີຕ໋ອນ ປັດຈຸບັນທົ່ວແຂວງມີລະບົບກອງປະຊຸມທາງໄກ 12 ພາກສ່ວນ, ກວມເອົາ 36,36%, ຂະຫຍາຍລະບົບ G-Chat, G-share ແລະ G-drive ໄດ້ 9 ພາກສ່ວນ, ມີ 971 ບັນຊີ ທຽບໃສ່ຈຳນວນລັດຖະກອນທັງໝົດທົ່ວແຂວງ ເທົ່າກັບ 27,76%.

ທີມາຂອງມູນຈາກ

     ບົດສະຫຼຸບ 10 ປີແຫ່ງການສ້າງສາພັດທະນແຂວງໄຊສົມບູນ 2013-2023

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa