ຄະນະໂຄສະນາອົບຮົມແຂວງ ເຂົ້າພົບປະ, ຕິດຕາມ, ຊຸກຍູ້ວຽກງານຮອບດ້ານກັບ ຄະນະໂຄສະນາອົບຮົມເມືອງ ລ້ອງຊານ

ໃນຕອນບ່າຍຂອງວັນທີ​ 15 ກໍລະກົດ​ 2024​ ນີ້​ ຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າພົບປະ ສະຫາຍເລຂາພັກເມືອງລ້ອງຊານ ແລະ ເຮັດວຽກກັບຄະນະໂຄສະນາອົບຮົມ ເມືອງລ້ອງຊານ, ເພື່ອຕິດຕາມ, ຊຸກຍູ້ວຽກງານຮອບດ້ານຂອງຄະນະໂຄສະນາອົບຮົມເມືອງ.

ຈຸດປະສົງການເຂົ້າພົບປະໃນຄັ້ງນີ້​ ເພື່ອຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານໂຄສະນາປາຖະກະຖາ ແລະ ແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນລະຫວ່າງຄະນະໂຄສະນາອົບຮົບແຂວງ ແລະ ເມືອງ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ໂຄສະນາ-ປາຖະກະຖາ ເລົ່າມູນເຊື້ອວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ສາກົນ ເພື່ອໃຫ້ວຽກງານຂອງຄະນະໂຄສະນາອົບຮົມທຸກຂັ້ນ ໃຫ້ມີປະສິດທິພາບ ແລະ ໄດ້ຮັບມາກຜົນດີຂຶ້ນ ແລະ ຍັງເປັນການຝຶກອົບຮົມ ແລະ ຍົກສູງຄຸນນະພາບໃຫ້ ນັກໂຄສະນາ-ປາຖະກະຖາ ເພື່ອນໍາໄປຈັດຕັ້ງປະຕິບັດຫັນມາເປັນແຜນການ, ໂຄງການອັນລະອຽດ ໃຫ້ບັນລຸຕາມລະດັບຄາດໝາຍທີ່ໄດ້ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa