ພິທີ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ຂອງເມືອງອະນຸວົງ ແຂວງໄຊສົມບູນ

ເມືອງອະນຸວົງໄດ້ຈັດພິທີ ໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ ປີ 1955-22 ມີນາ 2025 ) ຂື້ນໃນຕອນເຊົ້າຂອງວັນທີ 25 ມີນາ 2025 ນີ້ ຢູ່ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພັດທະນາ ສີສົມພອນ ຮອງເລຂາພັກເມືອງ, ຮັກສາການຄະນະປະທານອົງການປົກຄອງເມືອງ, ມີການນຳພັກ-ລັດເມືອງ, ຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງ, ພະນັກງານ-ລັດຖະກອນ, ສອງບ້ານເທດສະບານ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອແຫ່ງການຕໍ່ສູ່ປົດປ່ອຍປະເທດຊາດ ຂອງນັກຮົບປະຕິວັດ, ມູນເຊື້ອແຫ່ງການນຳພາ-ຊີ້ນຳ ອັນສະຫລາດສ່ອງໃສ ຂອງພັກ ປະຊາຊົນ ປະຕິວັດລາວ ໃນໄລຍະຜ່ານມາ ຮອດປັດຈຸບັນ ຊຶ່ງກ່ອນໜ້ານີ້ 70 ປີ ຄື: ວັນທີ 22 ມີນາ 1955 “ພັກປະຊາຊົນລາວ” ປັດຈຸບັນ ແມ່ນ “ພັກປະຊາຊົນປະຕິວັດລາວ” ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ເຂດຖານທີ່ໝັ້ນປະຕິວັດແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ, ທັງເປັນຜູ້ນໍາພາສູງສຸດ ຂອງພັກ, ການກໍາເນີດຂອງພັກປະຊາຊົນລາວ ຊຶ່ງເປັນພັກການເມືອງ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງຂະບວນການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ.
ຕະຫລອດໄລຍະ 70 ປີຜ່ານມາ ພາຍໃຕ້ການນຳພາ-ຊີ້ນໍາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັັດລາວ ຊຶ່ງເຫັນໄດ້ວ່າປະເທດຊາດ ໄດ້ຮັບການພັດທະນາຢ່າງຮອບດ້ານ ພັກປະຊາຊົນປະຕິວັດລາວ ໄດ້ນຳພາການປະຕິວັດຊາດ-ປະຊາທິປະໄຕ, ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນ ແລະ ພວກລູກມື ນຳເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ສາມາດລຶບລ້າງລະບອບສັກດີນາ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ນັບແຕ່ນັ້ນມາ ປະຊາຊົນລາວບັນດາເຜົ່າ ໄດ້ກາຍເປັນເຈົ້າຂອງທີ່ແທ້ຈິງ ຂອງປະເທດຊາດ ທີ່ມີເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ, ເປັນແກນນໍາໃນລະບົບການເມືອງ ແລະ ນໍາພາທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ມີຜົນສຳເລັດເປັນກ້າວໆ ຍາມໃດກໍຈົງຮັກພັກດີຢ່າງສຸດຊຶ້ງ ຕໍ່ຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນ, ສະໜິດຕິດພັນກັບມະຫາຊົນ, ເອົາມະຫາຊົນເປັນກຳລັງແຮງ, ມີຄວາມສາມັກຄີ, ເອກະພາບເປັນປຶກແຜ່ນແໜ້ນໜາ, ເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຄິດປະດິດສ້າງ ໃນການວາງແນວທາງ, ແຜນນະໂຍບາຍ ແລະ ນໍາພາ-ຊີ້ນຳ ພາລະກິດປະຕິວັດ ຢ່າງຕໍ່ເນື່ອງຕະຫລອດມາ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ ດ້ວຍການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງ ຍົກລະດັບດີຂຶ້ນ, ການພົວພັນຮ່ວມມືກັບວົງຄະນາຍາດສາກົນ ໄດ້ຮັບການເປີດກວ້າງອອກ ແລະ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ຈາກນັ້ນ ສະຫາຍ ພັດທະນາ ສີສົມພອນ ກໍໄດ້ເລົ່າຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ເມືອງອະນຸວົງ ຕະຫຼອດໄລຍະ 10 ກວ່າປີ ຜ່ານມາ ພ້ອມທັງເຜີຍແຜ່ເຊື່ອມຊືມເອກະສານສູນທອນພົົດຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa