ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ກຸ່ມບ້ານໄຊຈະເລີນ ເມືອງທ່າໂທມ ແຂວງໄຊສົມບູນ

ໃນຄັ້ງວັນທີ 14 ພິດສະພາ 2025 ນີ້ ຄະນະໂຄສະນາອົບຮົມແຂວງໄຊສົມບູນ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມເມືອງທ່າໂທມ  ລົງຈັດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ກຸ່ມບ້ານໄຊຈະເລີນ ເມືອງທ່າໂທມ ແຂວງໄຊສົມບູນ ໂດຍເປັນປະທານ ຂອງທ່ານ ນາງ ຄໍາສີ ສິດທິວໍລະດາ, ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ ແລະ ທ່ານ ສຸພີ ສີລີລັດ, ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງເມືອງທ່າໂທມ, ມີທ່ານ ບຸນໜັກ ຈັນທະແສງ, ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງທ່າໂທມ ມີບັນດາທ່ານນາຍບ້ານ, ຄະນະບ້ານກຸ່ມບ້ານໄຊຈະເລີນ, ມີກອງກໍ່ສ້າງຮາກຖານປະຈໍາບ້ານ ແລະ ມີບັນດາຂະແໜງການຂອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ

ພິທີຝຶກອົບຮົມຄັ້ງນີ້ເອກະສານ 4 ບົດ, ໃນນັ້ນໄດແບ່ງຄວາມຮັບຜິດຊອບຄື: ທ່ານ ສຸພີ ສີລີລັດ, ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງເມືອງທ່າໂທມ ຮັບຜິດຊອບ ບົດທີ 1 ຊາດລາວຄົນລາວ, ມູນເຊື້ອອັນສະຫງ່າລາສີ, ທ່ານ ບຸນໜັກ ຈັນທະແສງ, ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງທ່າໂທມ ຮັບຜິດຊອບ ບົດທີ 2 ລະບົບການເມືອງ-ການປົກຄອງຢູ່ສປປລາວ ແລະ ທ່ານ ນາງ ຄໍາສີ ສິດທິວໍລະດາ, ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ ຮັບຜິດຊອບບົດທີ 3 ຍົກສູງຄວາມສາມາດການນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ບົດທີ 4 ແກ້ໄຂຄວາມທຸກຍາກດ້ວຍການຜະລິດເປັນສີນ,  ຫຼັງຈາກນັ້ນ ຍັງໄດ້ສົນທະນາແລກປ່ຽນບົດຮຽນກ່ຽວກັບຈຸດດີ,ຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງບ້ານ ແລະ ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ ທີ່ເຂົ້າຮ່ວມ.

ທ້າຍນີ້ ຄະນະປະທານ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຄະນະພັກບ້ານ ຕ້ອງໄດ້ຍົກສູງບົດບາດການນໍາພາຂອງພັກ, ມີຄວາມເຄົາລົບພາຍໃນພັກ ພ້ອມທັງເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກຕົນ, ການເຮັດວຽກມີການປຶກສາຫາລືເປັນໝູ່ຄະນະເຕົ້າໂຮມຄວາມສາມັກຄີປອງດອງ ແລະ ເສີມຂະຫຍາຍມູນເຊື້ອອັນດີງານຂອງປະຊາຊົນບັນດາເຜົ່າພາຍໃນບ້ານໃຫ້ມີຄວາມສາມັກຄີໄປເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa