ກິດຈະກໍາ ແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງໄຊສົມບູນແຂວງໄຊສົມບູນ

ແຂວງໄຊສົມບູນ ສໍາເລັດກິດຈະກໍາ ແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງໄຊສົມບູນແຂວງໄຊສົມບູນ ໄດ້ສຳເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານ ເຈົ້າແຂວງໄຊສົມບູນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງໄຊສົມບູນ, ໄດ້ປິດລົງໃນວັນທີ 7 ກັນຍາ 2025 ນີ້ ທີ່ເດີ່ນກິລາ ຂອງແຂວງ ໂດຍການເຂົ້າຮ່ວມຂອງ ການນຳຂັ້ນແຂວງ ພ້ອມດ້ວຍຄະນະ ແລະ ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງຕະຫຼອດຮອດພະນັກງານ, ທະຫານ-ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຊົມການແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນ.
ການຈັດກິດຈະກຳແຂ່ງຂັນໃນຄັ້ງນີ້ ກິລາບານເຕະ ມີທັງໝົດ 20 ທີມ ຄື: ລຸ້ນອາວຸໂສ ມີ 6 ທີມ, ລຸ້ນທົ່ວໄປ ມີ 14 ທີມ ແລະ ກິລາເປຕັງມີ ທັງໝົດ 62 ທີມ, ຍິງ 21 ທີມ. ໃນນີ້ການແຂ່ງຂັນແມ່ນເລີ່ມແຕ່ ວັນທີ່ 22 ສິງຫາ- ວັນທີ 7 ກັນຍາ 2025. ຜ່ານການແຂ່ງຂັນຄັດເລືອກໃນໄລຍະຜ່ານມາ ກິລາບານເຕະລຸ້ນອາວຸໂສ ໄດ້ຜູ້ຊະນະເລີດທີ່ 1 ໄດ້ແກ່ ທີມ ຂາແຂງເທດສະບານແຂວງ ໄດ້ຮັບລາງວັນ 3,000,000 ກີບ ພ້ອມຂັນໜຶ່ງໜ່ວຍ, ອັນດັບ 2 ໄດ້ແກ່ ເມືອງທ່າໂທມ ໄດ້ຮັບລາງວັນ 2,000,000 ກີບ, ອັນດັບ 3 ໄດ້ແກ່ທີມອາວຸໂສ ກອງບັນຊາການທະຫານແຂວງ ໄດ້ຮັບລາງວັນ 1,500,000 ກີບ ແລະ ລາງວັນຊົມເຊີຍໄດ້ແກ່ທີມ ອາວຸໂສ ຂາແຂງ 1 ໄດ້ຮັບລາງວັນເງິນສົດ ຈຳນວນ 1.000.000 ກີບ, ກິລາບານເຕະຊາວໜຸ່ມລຸ້ນທົ່ວໄປ ໄດ້ຜູ້ຊະນະເລີດທີ່ 1 ໄດ້ແກ່ ທີມ ກອງບັນຊາທະຫານແຂວງ ໄດ້ຮັບລາງວັນ 4.000.000 ກີບ ພ້ອມຂັນໜຶ່ງໜ່ວຍ, ອັນດັບ 2 ໄດ້ແກ່ ທີມ ກອງພັນໃຫຍ່ 101 ໄດ້ຮັບລາງວັນ 3.000.000 ກີບ, ອັນດັບ 3 ໄດ້ແກ່ ທີມຮ້ານສ້ອມແປງ ເອັມຊີ ໄດ້ຮັບລາງວັນ 2.000.000 ກີບ ແລະ ລາງວັນຊົມເຊີຍໄດ້ແກ່ ທີມ ຫໍພັກ (family) ໄດ້ຮັບລາງວັນເງິນສົດ 1.000.000 ກີບ, ສໍາລັບກິລາເປຕັງຍິງ ລາງວັນຊະນະເລີດທີ 1 ໄດ້ແກ່ ກອງພັນໃຫຍ່ 101 ໄດ້ຮັບເງິນລາງວັນ ຈຳນວນ 3,000,000 ກີບ ພ້ອມຂັນລາງວັນ 1 ໜ່ວຍ, ລາງວັນທີ 2 ໄດ້ແກ່ທີມ ກອງພັນໃຫຍ່ 101 ໄດ້ຮັບເງິນລາງວັນ ຈໍານວນ 2.000,000 ກີບ, ລາງວັນທີ 3 ໄດ້ແກ່ທີມກອງບັນຊາການປ້ອງກັນຄວາມສະຫງົບ ໄດ້ຮັບເງິນ ຈຳນວນ 1.500,000 ກີບ ແລະ ລາງວັນຊົມເຊີຍ ໄດ້ແກ່ທີມ ສະຫະພັນກໍາມະບານແຂວງ ໄດ້ຮັບເງິນສົດ ຈຳນວນ 1.000,000 ກີບ,
ສ່ວນກິລາເປຕັ່ງ ຊາຍ ທີມຊະນະເລີດລາງວັນທີ 1 ໄດ້ແກ່ ທີມກອງພັນໃຫຍ່ 101 ໄດ້ຮັບເງິນລາງວັນ ຈຳນວນ 3,000,000 ກີບ ພ້ອມຂັນລາງວັນ 1 ໜ່ວຍ, ລາງວັນທີ 2 ໄດ້ແກ່ ທີມ ທະນາຄານສົ່ງເສີມກະສິກໍາ ໄດ້ຮັບເງິນຈຳນວນ 2.000,000 ກີບ, ລາງວັນທີ 3 ໄດ້ແກ່ທີມກອງບັນຊາການທະຫານແຂວງ ໄດ້ຮັບເງິນ ຈຳນວນ 1.500,000 ກີບ ແລະ ລາງວັນຊົມເຊີຍ ໄດ້ແກ່ທີມຮ້ານເຊົ່າໂຕະຕັ່ງຄໍາຮັກ ໄດ້ຮັບເງິນສົດ ຈຳນວນ 1.000,000 ກີບ. ໂດຍການຂຶ້ນມອບຂັນ ແລະ ເງິນລາງວັນໃຫ້ກັບທີມກິລາບານເຕະລຸ້ນອາວຸໂສ ຈາກ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ ແລະ ຂຶ້ນມອບຂັນລາງວັນໃຫ້ກັບທີມ ກິລາບານເຕະລຸ້ນທົ່ວໄປ ຈາກທ່ານ ຕົ່ງມົວ ຊົວໂກ້ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໄຊສົມບູນ, ຂຶ້ນມອບຂັນກິລາເປຕັງຍິງ ຈາກທ່ານ ທອງວັນ ທໍາມະວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ກິລາເປຕັງຊາຍ ຂຶ້ນມອບ ຈາກທ່ານ ຢົງຢີ ລີເຍ່ຍວື, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa