ກອງປະຊຸມເຜີຍແຜ່ ມະຕິກອງປະຊຸມໃຫ່ຍຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ກອງປະຊຸມໃຫ່ຍຜູ້ແທນໄຊສົມບູນ ຄັ້ງທີ II ຢູ່ເມືອງທ່າໂທມ

ກອງປະຊຸມເຜີຍແຜ່ ມະຕິກອງປະຊຸມໃຫ່ຍຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ກອງປະຊຸມໃຫ່ຍຜູ້ແທນໄຊສົມບູນ ຄັ້ງທີ II ແລະ ສ້າງຄວາມເຂັ້ມແຂວງໃຫ້ສະຫະພັນແມ່ຍິງຂັ້ນເມືອງທ່າໂທມ ແຂວງໄຊສົມບູນ.
ໃນຕອນເຊົ້າວັນທີ່ 10 ພະຈິກ 2025 ທີ່ຜ່ານມານີ້ ຢູ່ທີ່ສະໂມສອນທະຫານເມືອງທ່າໂທມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜີຍແຜ່ ມະຕິກອງປະຊຸມໃຫ່ຍຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ກອງປະຊຸມໃຫ່ຍຜູ້ແທນໄຊສົມບູນ ຄັ້ງທີ II ແລະ ສ້າງຄວາມເຂັ້ມແຂວງໃຫ້ສະຫະພັນແມ່ຍິງຂັ້ນເມືອງ ໂດຍການເປັນປະທານຮ່ວມຂອງສະຫາຍນາງ ບຸນທະວີ ສິງວິໄລ ກໍາມະການປະຈໍາພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີ ສະຫາຍ ສຸພີ ສີລິລັດ ກໍາມະການປະຈໍາພັກເມືອງ , ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາຫົວໜ້າ- ຮອງຫົວໜ້າຫ້ອງການ, ກົມ,ກອງ ແລະ ແມ່ຍິງຈາກບັນດາໜ່ວຍອອ້ມຂ້າງເມືອງ ຕະຫຼອດຮອດເອື້ອຍນ້ອງແມ່ຍິງບ້ານ 3 ບ້ານເທດສະບານເຂົ້າຮ່ວມ.
ໃນໂອກາດນີ້ທ່ານນາງ ບຸນທະວີ ສິງວິໄລ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມພ້ອມທັງໄດ້ເໜັ້ນໃຫ້ບັນດາຜູ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ເປັນຕົ້ນແມ່ເອື້ອຍນ້ອງແມ່ຍິງເຮົາຈົ່ງເອົາໃຈໃສ່ຍົກສູງສະຕິປັນຍາຮັບຟັງເອົາເນື້ອໃນຈິດໃຈເນື້ອໃນການ IX ເຜີຍແຜ່ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ, ຈາກນັ້ນໄດ້ຮັບຟັງ ສະຫາຍນາງ ປູນາ ໂພທິລາດ ຮອງຂະແໜງບໍລິຫານ ເຜີຍແຜ່ມະຕິກອງປະຊຸມໃຫ່ຍຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເຊິ່ງໄດ້ຮັບຮອງເອົາວິໃສທັດ ຮອດປີ 2035, ແຜນພັດທະນາແມ່ຍິງລາວ 5 ປີ( 2026-2030)ໂດຍມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ, ຮັບຮອງເອົາກົດລະບຽບ ແລະ ຄໍາຂັວນຂໍ້ແຂ່ງຂັນ ຂອງສະຫະພັນແມ່ຍິງລາວສະໄໝທີ IXຄື: 1. ຄໍາຂັວນ: ພັດທະນາຄວາມສະເໝີພາບຍິງ – ຊາຍຕິດພັນກັບການພັດທະນາປະເທດຊາດ, 2. ຂໍ້ແຂ່ງຂັນ 3 ດີ: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ແລະ ໄດ້ຮັບຮອງເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ IX ຈໍານວນ 61 ສະຫາຍ ໃນນີ້ສະຫາຍນາງ ບຸນທະວີ ສິງວິໄລ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊສົມບູນກໍ່ໄດ້ຖືກຮັບຮອງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ IX ອີກດ້ວຍ, ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝ IX ໄດ້ເປັນເອກະສັນຮັບຮອງເອົາຄະນະປະທານສູງກາງສະຫະພັນແມ່ຍິງລາວຈໍານວນ 4 ສະຫາຍຄື: ສະຫາຍນາງ ອາລີ ວົງໜໍ່ບຸນທໍາເປັນປະທານ, ສະຫາຍນາງ ທໍາມາ ເພັດວິໄຊ ເປັນຮອງປະທານ, ສະຫາຍນາງ ພັນຈິນດາ ເລັ່ງສະຫັວດ ເປັນຮອງປະທານ, ສະຫາຍນາງ ຜາສຸກ ວົງວິຈິດ ເປັນຮອງປະທານ, ເຊິ່ງກອງປະຊຸມໃຫ່ຍຜູ້ແທນແມ່ຍິງແຂວງໄຊສົມບູນ ຄັ້ງທີ II ໄດ້ຮັບຮອງເອົາຄະນະບໍລິຫານງານສະຫະພຫນແມ່ຍິງແຂວງໄຊສົມບູນ ຈໍານວນ 21 ສະຫາຍ;1 ສະຫາຍນາງ ບຸນທະວີ ສິງວິໄລ ເປັນປະທານ, 2. ສະຫາຍນາງ ຮົວຢ່າງ ໄຟດ່າຢ່າງ ເປັນຮອງປະທານ, 3. ສະຫາຍນາງ ພິຕາວັນ ແກ້ວວິໄລ ເປັນຮອງປະທານ, ຈາກນັ້ນໄດ້ມີພິທີຝຶກອົບຮົມທັກສະນະການເປັນພິທີກອນ ຫຼື ວິທະຍາກອນ, ການບັັນຍາຍສິດສອນຕໍ່ໜ້າເວທີ, ເພື່ອສ້າງຄວາມເຂັ້ມແຂວງໃຫ້ສະຫະພັນແມ່ຍິງຂັ້ນເມືອງໄດ້ຮຽນຮູ້ຕື່ມອີກ.
ໃນຕອນທ້າຍປະທານທັງສອງສະຫາຍຍັງໄດ້ຮຽກຮ້ອງໃຫ້ສະຫະພັນແມ່ຍິງເມືອງທ່າໂທມຈົ່ງເປັນເຈົ້າການເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ເປັນຖັນແຖວສະມາຊິກແມ່ຍິງທີ່ເປັນພະນັກງານ-ລັດຖະກອນໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ ມີສະຕິຕື່ນຕົວຈັດຕັ້ງປະຕິບັດໜ້າວຽກງານວິຊາສະເພາະ ທີ່ທັງຂັ້ນເທິງໝອບໝາຍໃຫ້ມີຄວາມສໍາເລັດ, ເປັນເຈົ້າການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໂດຍສະເພາະແມ່ນແມ່ຍິງໄວໜຸ່ມທີ່ກໍາລັງຫຼົງໄຫຼນໍາບັນຫາຢາເສບຕິດ.
ກອງປະຊຸມໄດ້ດຳເນີນເປັນເວລາ 1 ຕອນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa