
ໃນຕອນເຊົ້າຂອງວັນທີ 13 ພະຈິກ 2025 ນີ້ ຄະນະໂຄສະນາອົບຮົມເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດ ພິທີປາຖະກະຖາວັນສະຖາປານາ ສປປລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ຢູ່ທີສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ໄທວ່າງ ໜາວເນັ້ງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານ ອົງການຈັດຕັ້ງມະຫາຊົນ, ມີບັນດາ ຫົວໜ້າ, ຮອງຫົວໜ້າຫ້ອງການ, ມີພະນັກງານລັດຖະກອນ, ກົມກອງອອ້ມຂ້າງ ແລະ ຕະຫຼອດຮອດຄູອາຈານ ເຂົ້າຮ່ວມ.

ໃນພິທີ ທ່ານ ໄທວ່າງ ໜາວເນັ້ງ ໄດ້ຫວນຄືນມູນເຊື້ອ 50 ປີກອ່ນປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຝຣັ່ງ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂຸດຮິບຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີສິດເສລີພາບ ແລະ ສີດພື້ນຖານ, ລະບົບການບໍລີຫານແມ່ນຖືກຄວບຄຸມບັນຊາດ້ວຍຂ້າລາດຊາການຝຣັ່ງ ແລະ ຜູ້ທີ່ມີອໍານາດຢູ່ແຕ່ລະທ້ອງຖີ່ນ; ເສດຖະກິດພົບຄວາມຫຍຸ້ງຍາກ, ການສຶກສາຍັງຈໍາກັດຫຼາຍ, ລະບົບໂຮງຮຽນມີແຕ່ສໍາລັບລູກຫຼານຂອງຜູ້ທີມີຖານະໃນສັງຄົມ, ພື້ນຖານໂຄງລ່າງພາຍໃນປະເທດຖືກສົງຄາມທໍາລາຍຢ່າງໜັກໜວ່ງ, ຜົນສໍາເລັດທີ່ຍາດມາໄດ້ຕໍ່ເນື່ອງຕະຫຼອດໄລຍະ 50 ປີໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍຊີ້ນໍາ-ນໍາພາມາແຕ່ລະໄລຍະ, ໄລຍະທີ ໜຶ່ງ: ພວກເຮົາສາມາດຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ ດ້ານການເມືອງຢ່າງໜັກແໜ້ນ, ຄວາມເປັນເອກະລາດ, ອໍານາດອະທີປະໄຕ, ຜືນແຜ່ນດີນອັນຄົບຖ້ວນ ແລະ ໝາກຜົນ ຂອງການປະຕິວັດໄດ້ຮັກການປົກປ້ອງຢ່າງເຂັ້ມແຂງ. ໄລຍະທີ່ ສອງ: ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານສຶບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຕິດພັນກັບການສຶບຕໍ່ ຜັນຂະຫຍາຍ ວຽກງານກໍ່ສ້າງບ້ານ ແລະ ກຸ່ມບ້ານສູ້ຮົບຕິດລຽນ ກໍ່ຄືການປັບປຸງກໍາລັງປ້ອງກັນຄວາມສະຫງົບຂັ້ນບ້ານ ແລະ ຊຸມຊົນຢ່າງຕັ້ງໜ້າ ປະສົມກົມກຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມ 4 ເນື້ອໃນ 4 ຄາດໝາຍຢູ່ເຂດຈຸດສຸມຕ່າງໆ. ໄລຍະທີ່ ສາມ: ໃນການພັດທະນາເສດຖະກິດເຖີງວ່າຈະປະເຊີນກັບຄວາມຫຍູ້ງຍາກອັນໜັກໜ່ວງດ້ານການເງີນ-ອັດຕາ ແລະ ບັນຫາໜີ້ສີນ ທີ່ສະສົມມາຍາວນານ ບວກກັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດ ໂຄວິດ 19, ແຕ່ພວກເຮົາກໍ່ສາມາດຢັ້ງຢືນ ການເກີດວິກິດການຮ້າຍແຮງດ້ານເສດຖະກິດ, ທັງສາມາດຮັກສາການເຕີບໂຕໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2,664 ໂດລາ(ປີ 2020), ທຽບໃສ່ປີ 1985 ເພີ່ມຂຶ້ນ 2550 ໂດລາ. ໄລຍະທີສີ່: ການພັດທະນາໃນຂົງເຂດວັດທະນະທໍາ-ສັງຄົມ ກໍມີຜົນສໍາເລັດທີ່ສໍາຄັນ, ພື້ນຖານວັດຖຸ-ເຕັກນິກອັນສໍາຄັນນັບແຕ່ການກໍ່ສ້າງອາຄານ ແລະ ປະກອບວັດຖຸ-ເຕັກນິກຢູ່ໂຮງໝໍໃຫ່ຍ, ການສ້າງໂຮງຮຽນ ແລະ ສູນຝຶກວິຊາຊີບ. ໄລຍະທີ່ ຫ້າ: ບັນດາອົາການອໍານາດລັດ ລ້ວນແຕ່ໄດ້ຮັບການປັບປຸງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບການເຄື່ອນໄຫວ ຄຽງຄູ່ກັບການສ້າງ, ປັບປຸງກົດໝາຍ ແລະ ບັນດານິຕິກໍາ ໃຫ້ເປັນພຶ້ນຖານອັນເຂັ້ມແຂງໃຫ້ແກ່ການຫັນໄປສູ່ການຄຸ້ມຄອງລັດຕາມກົກໝາຍ ແລະ ການຈັດຕັ້ງປະຕິບັດສອດຄ່ອງກັບເປົ້າໝາຍສ້າງລັດປະຊາທິປະໄຕປະຊາຊົນ ເປັນລັດທີ່ປົກຄອງດ້ວຍກົດໝາຍ. ໄລຍະທີ່ ຫົກ: ການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນ ໄດ້ຮັບການເປິດກວ້າງ, ການພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດ ຂະຫຍາຍຕົວສູ່ລະດັບອັນໃໝ່.
