ພີທີ ປາຖະກະຖາວັນສໍາຄັນຂອງຊາດ ຂອງພັກ ແລະ ສາກົນ ໃນເດືອນ ພຶດສະພາ

ພິທີປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ ແລະ ສາກົນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມປາຖະກະຖາຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ ຕະຫຼອດຮອດພະນັກງານຫຼັກແຫຼງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການປາຖະກະຖາ ວັນເກີດຂອງປະທານ ໂຮຈີມິນ ຄົບຮອບ 134 ປີ(19.5.1890-19.5.2024), ວັນກຳມະກອນສາກົນ ຄົບຮອບ 138 ປີ(1.5.1886-1.5.2024), ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ(18.5.1959-19.5.2024) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ(24.5.1960-24.5.2024). ເຊິ່ງ 4 ວັນດັ່ງກ່າວນີ້ ລ້ວນແລ້ວແຕ່ມີຄວາມໝາຍ, ຄວາມສຳຄັນທາງປະຫວັດສາດຂອງຊາດລາວເຮົາ ຍາມໃດພັກ-ລັດເຮົາກໍ່ຖືເປັນສິ່ງສຳຄັນຊຶ່ງສະແດງໃຫ້ເຫັນມູນເຊື້ອແຫ່ງການປະຕິວັດ ຂອງທ່ານ ໂຮຈີມິນ ໃນຂະບວນການນໍາພາ 3 ຊາດອິນດູຈີນ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້, ຊຶ່ງໃນນັ້ນໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານຢູ່ບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອຮຽກຮ້ອງຄວາມເປັນທໍາ, ສິດ ແລະ ຜົນປະໂຫຍດອັນຊອບທໍາ, ກຽດສັກສີ, ຄວາມໝັ້ນຄົງ, ຄວາມຍຸຕິທຳ, ສຸຂະພາບ ແລະ ຄວາມປອດໄພ ໃນການອອກແຮງງານມາສູ່ກໍາມະກອນ ແລະ ປະຊາຊົນທຸກຊັ້ນຄົນໃນສັງຄົມ,ມູນເຊື້ອອັນພິລະອາດຫານຂອງກອງພັນທີ 2 ວິລະຊົນ ແລະ ການເຄື່ອນໄຫວປະຕິວັດຢ່າງມີຄວາມປິຊາສາມາດ, ມີໄວພິກ, ພິລະອາດຫານໃນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນເມື່ອກ່ອນກໍຄືໃນປັດຈຸບັນ. ສະນັ້ນ ການຈັດພິທີປາຖະກະຖາ ກໍເພື່ອເປັນການປູກຈິດສໍານຶກໃຫ້ ສະມາຊິກພັກພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນທຸກຊັ້ນຄົນໃນສັງຄົມ ໄດ້ຮັບຮູ້, ເຂົ້າໃຈ ເຖິງຄວາມໝາຍ, ຄວາມສຳຄັນຂອງ 4 ວັນປະຫວັດສາດດັ່ງກ່າວ ເພື່ອນໍາໄປເປັນແບບຢ່າງໃນການປະຕິບັດວຽກງານຂອງຕົນ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa