ກອງປະຊຸມເຜີຍແຜ່-ເຊື່ອມຊຶມ ເອກະສານ ຂອງສະພາປະຊາຊົນ ແຂວງໄຊສົມບູນ

ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2024 ນີ້ ສະພາປະຊາຊົນ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ 9 ເອກະສານທີ່ສຳຄັນ ໃຫ້ພະນັກງານຫຼັກແຫຼ່ງຂອງຕົນ ຂຶ້ນທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ທ່ານ ຄຳພູທອນ ວົງພະຈັນ, ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນສະພາ ເຂົ້າຮ່ວມ.

ບັນດາເອກະສານສຳຄັນ ທີ່ນໍາມາເຜີຍແຜ່-ເຊື່ອມຊຶມ ໃນຄັ້ງນີ້ ປະກອບມີ 9 ເອກະສານ ຄື: ເອກະສານຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານສະມາຊິກພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 15 ສະໄໝທີ I, ມູນເຊື້ອຄວາມໝາຍຄວາມສຳຄັນ ວັນຜ່າວົງປິດລ້ອມ ຂອງກອງພັນທີ II ວິລະຊົນ ທີ່ໄຫຫີນຊຽງຂວາງ ຄົບຮອບ 65 ປີ (18 ພຶດສະພາ 1959- 18 ພຶດສະພາ 2024), ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຮັກຊາດ ຄົບຮອບ 64 ປີ (24 ພຶດສະພາ 1960- 24ພຶດສະພາ 2024) ວັນກຳມະກອນສາກົນຄົບຮອບ 138 ປີ ແລະ ວັນເກີດປະທານໂຮ່ຈິມິນ ຄົບຮອບ 134 ປິ (19 ພຶດສະພາ 1890- 19 ພຶດສະພາ 2024).

ຊຶ່ງໃນນີ້ ກໍເພື່ອໃຫ້ພະນັກງານຂອງຕົນ ໄດ້ຮັບຮູ້ເຂົ້າໃຈ ແລະ ສາມາດກໍາໄດ້ເນື້ອໃນຈິດໃຈ ຂອງບັນດາເອກະສານດັ່ງກ່າວ ເປັນຕົ້ນແມ່ນຂັ້ນຕອນການດໍາເນີນກອງປະຊຸມໃຫຍ່ 3 ຂອງພັກ, ມູນເຊື້ອອັນພິລະອາດຫານຂອງກອງພັນທີ 2 ວິລະຊົນ ແລະ ການເຄື່ອນໄຫວປະຕິວັດ ຢ່າງມີຄວາມປິຊາສາມາດ, ມີໄວພິກ, ພິລະອາດຫານໃນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກມູນເຊື້ອແຫ່ງການປະຕິວັດ ຂອງປະທານ ໂຮຈີມິນ ໃນຂະບວນການນໍາພາ 3 ຊາດອິນດູຈີນ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ປະຫວັດຄວາມເປັນມາ ແລະ ການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານຢູ່ບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານຕົວຈີງ ໃຫ້ມີປະສິດທິພາບ ແລະ ປະສິດທິພົນສູງຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa