ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານ ຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊສົມບູນ

ໃນວັນທີ 30 ພຶດສະພາ 2024 ນີ້ ພະແນກໂຍທາທິການ ເເລະ ຂົນສົ່ງ ແຂວງໄຊສົມບູນ ເຜີຍແຜ່-ເຊື່ອມຊຶມ ເອກະສານທີ່ສຳຄັນຕ່າງໆ ຂອງພັກ-ຂອງລັດ ໃຫ້ພະນັກງານພາຍໃນພະແນກ ແລະ ລັດວິສາຫະກິດນ້ຳປະປາ ແຂວງໄຊສົມບູນ ຂຶ້ນທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ທ່ານ ໄຊສົມພັນ ລີເຕັ່ງເບຼ່ຍຈື້, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີທ່ານ ພູໂຂງ ພົມມະໄຊສີ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງ ພ້ອມດ້ວຍຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານວິຊາການພາຍໃນພະແນກ ແລະ ລັດວິສາຫະກິດນ້ຳປະປາ ເຂົ້າຮ່ວມ.

ເອກະສານສຳຄັນ ທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ປະກອບມີ ເອກະສານຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານສະມາຊິກພັກ, ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ຜົນສຳເລັດກອງປະຊຸມ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ເເກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ປະຈຳປີ 2023 ແລະ ທິດທາງຈຸດສຸມ 2024 ແລະ ເອກະສານອື່ນໆອີກຈຳນວນໜຶ່ງ.

ຊຶ່ງທັງນີ້ ກໍເພື່ອໃຫ້ພະນັກງານ ສາມາດກຳໄດ້ເນື້ອໃນເອກະສານດັ່ງກ່າວ ພ້ອມທັງເປັນເຈົ້າການນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ບົນພື້ນຖານຄວາມຮັບຮູ້ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ເພື່ອປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມາດໃນການນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ ທີ່ເປັນປັດໄຈຫຼັກ ໃນການຕັດສິນໄຊຊະນະ ເພື່ອຮັບປະກັນໃຫ້ພະນັກງານສະມາຊິກພັກມີຫຼັກໝັ້ນທີ່ໜັກແໜ້ນ, ສາມາດແກ້ໄຂປະກົດການຫໍ້ທໍ້ຕ່າງໆ ໃນຖັນແຖວພະນັກງານ ທັງຍັງເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາພະນັກງານຫຼັກແຫຼ່ງຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ມີປະສິດທິພາບ ແລະ ຖືກຕ້ອງຕາມລະບຽບຫຼັກການ ທີ່ກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa