ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 51 ປີ

ແຂວງໄຊສົມບູນ ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 51 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດຄົບຮອບ 25 ປີ ຂຶ້ນໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2024 ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານ ຂອງທ່ານ ພອຍຄໍາ ຮຸງບຸນຍວງ, ເຈົ້າແຂວງໄຊສົມບູນ, ທ່ານ ພູແກ້ວ ອິນທະວົງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າ ພະແນກການ, ອົງການ, ກົມກອງອອ້ມຂ້າງແຂວງ ພ້ອມດ້ວຍ ຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມ ຢ່າງເປັນຂະບວນການຟົດຟື້ນ.

ໃນພິທີ ໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາ ແລະ ຄວາມສໍາຄັນ ຂອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ທີ່ໄດ້ມູນວຽນມາຄົບຮອບ 51 ປີ, ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 25 ປີ, ຂອງ ສປປ ລາວ, ຊຶ່ງໄດ້ຖືເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກແຫ່ງຊາດ ເພື່ອເສີມສ້າງຈິດສໍານຶກ, ແລະ ຍົກລະດັບຄວາມຕຶ່ນຕົວ ໃນການປົກປັກຮັກສາສິ່ງແວດລ້ອມໃຫ້ຊຸມຊົນໃນແຕ່ລະປີ ແຕ່ສູນກາງຮອດທ້ອງຖິ່ນ, ໄດ້ສ້າງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວດ້ວຍຫຼາຍຮູບແບບ, ຫຼາຍກິດຈະກໍາແຕກຕ່າງກັນໄປ ນັບແຕ່ປີ 1999 ເປັນຕົ້ນມາ ຊຶ່ງປັດຈຸບັນ ບັນຫາການບຸກລຸກທໍາລາຍປ່າ, ທີ່ດິນປ່າໄມ້, ການຖາງປ່າ, ຈູດປ່າແບບຊະຊາຍ ແລະ ໄຟໄໝ້ລາມປ່າ ຢູ່ປະເທດເຮົາໂດຍສະເພາະຢູ່ແຂວງໄຊສົມບູນແມ່ນມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ, ເພື່ອແນໃສ່ການຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ, ຮັບປະກັນໄດ້ຄວາມຍືນຍົງຂອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄວ້ໃຫ້ລູກຫຼານໃນອະນາຄົດ ແລະ ພ້ອມກັນແກ້ໄຂບັນຫາດັ່ງກ່າວນີ້ໃຫ້ໄດ້ຢ່າງເດັດຂາດ. ຊຶ່ງຄໍາຂັວນປີນີ້ແມ່ນ: ຮ່ວມໃຈກັນຢຸດທໍາລາຍປ່າໄມ້, ຈູດປ່າແບບຊະຊາຍ ເພື່ອພື້ນຟູດິນ ແລະ ຕ້ານໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ

ໂອກາດນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຈົ່ງຢຸດຕິການຖາງປ່າ, ຈູດປ່າ ແລະ ຈູດຂີ້ເຫຍື້ອແບບຊະຊາຍ ແລະ ຫັນມາປູກຕົ້ນໄມ້ໃຫ້ໄດ້ຢ່າງໜອຍຜູ້ລະ 1 ຕົ້ນ ພ້ອມທັງບົວລະບັດຮັກສາໃຫ້ເຕີບໃຫຍ່ ແລະ ຮ່ວມແຮງຮ່ວມໃຈຮັກສາຄວາມສະອາດ, ເກັບມ້ຽນຂີ້ເຫຍື້ອຕາມ 3 ຫຼັກການ, ຫຼຸດປະລິມານນໍາໃຊ້, ນໍາເອົາສິ່ງທີ່ໃຊ້ແລ້ວມານໍາໃຊ້ຄືນ ແລະ ນໍາເອົາໄປຜະລິດຄືນໃໝ່ ໄປພ້ອມໆ ກັບການອະນາໄມຕົວເມືອງ ເພື່ອເຮັດໃຫ້ແຂວງໄຊສົມສົມບູນຂອງພວກເຮົາໃຫ້ຂຽວສະອາດງາມຕາ. ຈາກນັ້ນ ຍັງໄດ້ສ້າງຂະບວນການຍ່າງເພື່ອສຸຂະພາບ ແລະ ມອບອຸປະກອນຖັງຂີ້ເຫຍື້ອຈໍານວນໜຶ່ງໃຫ້ແກ່ບາງຂະແໜງການ ທີເຫັນວ່າເປັນຈຸດລວມສຸມໂດຍສະເພາະໂຮງຮຽນ ມສ ໄຊສົມບູນ, ໂຮງຮຽນປະຖົມຜາສະຫງົບ, ໂຮງຮຽນປະຖົມສົມບູນພູຫົວຊ້າງ ແລະ ຫ້ອງວ່າການປົກຄອງເມືອງອະນຸວົງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa