ຫົວໜ້າກົມກວດກາ ກະຊວງພາຍໃນ ເຂົ້າພົບປະ ແລະ ຢ້ຽມຢາມການນຳ ແຂວງໄຊສົມບູນ

ທ່ານ ຕ໋ອງ ພູມມີພັນ ຄະນະພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ ກະຊວງພາຍໃນ ໄດ້ເຂົ້າພົບປະ ແລະ ຢ້ຽມຢາມການນຳ ແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2024 ນີ້ ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການ ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍ່ວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ຕ໋ອງ ພູມມີພັນ ຫົວໜ້າກົມກວດກາ ກະຊວງພາຍໃນ ໄດ້ແຈ້ງຈຸດປະສົງ ຂອງການມາເຄື່ອນໄຫວເຮັດວຽກ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ກໍແມ່ນເພື່ອຈັດຝຶກອົບຮົມ ການຈັດຕັ້ງປະຕິບັດວຽກງານກວດກາຂອງຂະແໜງການພາຍໃນ ໃຫ້ແກ່ພະນັກງານ-ລັດຖະກອນ ຜູ້ທີ່ຮັບຜິດຊອບວຽກງານກວດກາ ພາຍໃນແຂວງ ແລະ ເມືອງ ທົ່ວແຂວງໄຊສົມບູນ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວຽກງານກວດກາ ທັງເປັນການເຮັດໃຫ້ກົງຈັກມີຄວາມສອດຄ່ອງ ຖືກຕ້ອງກັບເງື່ອນໄຂຕົວຈິງ ແນ່ໃສ່ເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ, ມີຄຸນນະພາບ, ການບໍລິຫານລັດມີຄວາມວ່ອງໄວ ແລະ ໂປ່ງໃສ. ພ້ອມດຽວກັນນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບລວມໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານກວດກາ ຂອງແຂວງໄຊສົມບູນ ໃຫ້ທ່ານຫົວໜ້າກົມກວດກາ ກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ຮັບຊາບ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa