ຫ້ອງການ ຄອສພ ສົມທົບກັບ ຄະນະໂຄສະນາອົບຮົແຂວງ ລົງຕິດຕາມ, ຊຸກຍູ້ວຽກງານຄົ້ນຄວ້າ-ສັງລວມ ແລະ ວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ເມືອງ ລ້ອງຊານ

ໃນຕອນເຊົ້າຂອງວັນທີ 1 ສິງຫາ 2024, ຫ້ອງການ ຂອງຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງ ໄດ້ນໍາພາຄະນະວິຊາການລົງເຄື່ອນໄຫວເຮັດວຽກຢູ່ເມືອງ ລ້ອງຊານ ແຂວງໄຊສົມບູນ ມີບັນດາຫົວໜ້າ-ຮອງຫົວໜ້າ ແລະ ພະນັກງານວິຊາການ ຂອງຄະນະໂຄສະນາອົບຮົມເມືອງ ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 3 ທ່ານ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມ ເວົ້າລວມ, ເວົ້າສະເພາະ ແມ່ນການເຄື່ອນໄຫວວຽກງານຄົ້ນຄວ້າ-ສັງລວມ ແລະ ການ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ວິທີການເຄື່ອນໄຫວຂອງຕາໜ່າງເພື່ອນຮ່ວມງານ, ກົນໄກປະສານງານ ຂອງບັນດາແຕ່ລະຂັ້ນ ຕິດພັນກັບຂໍ້ຫຍຸ້ງຍາກ-ສິ່ງທ້າທາຍ, ບາງບົດຮຽນຖອດຖອນໄດ້ ແລະ ຂໍ້ສະເໜີແນະບາງດ້ານ ເພື່ອແນໃສ່ປັບປຸງຍົກສູງຄຸນນະພາບວຽກງານຄົ້ນຄວ້າ-ສັງລວມ ແລະ ການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ມີຄວາມລະອຽດຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ວ່ອງໄວທັນກັບສະພາບການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa