ຫ້ອງການ ຄອສພ ສົມທົບກັບ ຄະນະໂຄສະນາອົບຮົແຂວງ ລົງຕິດຕາມ, ຊຸກຍູ້ວຽກງານຄົ້ນຄວ້າ-ສັງລວມ ແລະ ວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຢູ່ເມືອງ ອະນຸວົງ

ໃນຕອນບ່າຍຂອງວັນທີ 31 ກໍລະກົດ 2024 ສະຫາຍ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ ໄດ້ລົງຢ້ຽມຢາມ ແລະ ພົບປະການນໍາເມືອງອະນຸວົງ ທີຫ້ອງປະຊຸມຂອງສະຫາຍ ເຈົ້າເມືອງອະນຸວົງ ໂດຍການຕ້ອນຮັບຂອງສະຫາຍ ຮືທໍ່ ເພຍຫຼວງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອະນຸວົງ, ມີສະຫາຍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ສະຫາຍ ຮືທໍ່ ເພຍຫຼວງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອະນຸວົງ ໄດ້ກ່າວຕ້ອນຮັບຄະນະທີມງານທີມາຈາກສນກາງຢ່າງອົບອຸ່ມ ແລະ ສະຫາຍ ກໍ່ໄດ້ລາຍງານສະພາບການກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບແນວຄິດລວມຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນທົ່ວເມືອງອະນຸວົງ ໂດຍຫຍໍ້ ໃຫ້ສະຫາຍ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຊາບ. ຈາກນັ້ນ ສະຫາຍ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕາງໜ້າຄະນະທີມງານ ກ່າວຂອບໃຈໃຫ້ສະຫາຍ ເຈົ້າເມືອງອະນຸວົງ ທີຕ້ອນຮັບດ້ວຍຄວາມອົບອຸ່ມ. ພ້ອມທັງລາຍງານຈຸດປະສົງໃນການລົງມາເຮັດວຽກໃນຄັ້ງນີ້ ກໍ່ເພື່ອເປັນການຕິດຕາມ, ເກັບກໍາສະພາບແນວຄິດ ແລະ ການຫາງສຽງສັງຄົມ. ເພື່ອມາແລກປ່ຽນຄວາມຄິດເຫັນ ເປັນການຖອດຖອນບົດຮຽນ ລະຫວ່າງສູນກາງກັບທ້ອງຖິ່ນ ກ່ຽວກັບວຽກງານຕິດຕາມ, ເກັບກໍາສະພາບແນວຄິດ ແລະ ຫາງສຽງສັງຄົມຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືຂອງເມືອງອະນຸວົງ ທີຈະໄດ້ພ້ອມກັນແກ້ໄຂບັນຫາຕ່າງໆໃຫ້ທັນກັບສະພາບການ, ແທດເໝາະກັບເປົ້າໝາຍ ແລະ ໜ້າທີ່ເປັນເສນາທີການໃຫ້ແກ່ຄະນະພັກຂັ້ນຂອງຕົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa