ການຄົ້ນຄວ້າທິດສະດີການເມືອງເປັນສິ່ງສໍາຄັນ ແລະ ຈໍາເປັນ

ການ​ສຶກສາ​ຄົ້ນຄວ້າທິດສະດີການເມືອງ ແລະ ການປົກຄອງ ມີຄວາມສໍາຄັນໃນການກໍ່ສ້າງ ແລະ ບໍາລຸງ ພະນັກງານ ທີ່ເປັນຫົວຈັກຫຼັກແຫຼ່ງກໍ່ຄື ຜູ້ບໍລິຫານລະດັບຕ່າງໆ​, ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ​ເຂົ້າ​ໃຈ, ຄວາມ​ເປັນ​ເອກະ​ພາບຕໍ່​​ແນວທາງນະໂບຍາຍຂອງ​ພັກ ​ໂດຍຍຶດໝັ້ນລັດທິມາກ-ເລນິນ,​ ​ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນ​ພື້ນຖານແນວຄິດ, ທິດສະດີຂອງພັກ ແລະ ​ເປັນ​ເຂັມຊີ້ທິດ​ເຍືອງ​ທາງ, ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງສັງຄົມນິຍົມ.

ໃນຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ, ຮຸ່ນທີ I ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ນີ້ໄດ້ດໍາເນີນຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ຂອງແຂວງໄຊສົມບູນ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງໄຊສົມບູນ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ II ຂອງແຂວງໄຊສົມບູນ, ຕິດພັນກັບການຈັດຕັ້ງປະຕິບັດ ດໍາລັດ 414/ລບ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ ຢູ່ແຂວງໄຊສົມບູນ, 2 ວາລະແຫ່ງຊາດ ແລະ ສຸມໃສ່ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຢູ່ແຂວງໄຊສົມບູນ ຢ່າງເປັນຂະບວນຟົດຟື້ນ.

ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ, ຮຸ່ນທີ I ປະຈໍາປີ 2024 ນີ້ ປະກອບມີຄູ-ອາຈານ ທັງໝົດ 25 ສະຫາຍ, ຍິງ 3 ສະຫາຍ, ໃນນັ້ນ, ຄູ-ອາຈານຮັບເຊີນ ມີ 17 ສະຫາຍ, ຍິງ 3 ສະຫາຍ, ຄູ-ອາຈານພາຍໃນໂຮງຮຽນ ມີ 8 ສະຫາຍ, ຍິງ 0 ສະຫາຍ; ມີນັກສືກສາ ຈໍານວນ 60 ສະຫາຍ, ຍິງ 9 ສະຫາຍ; ມາຈາກບັນດາພະແນກການ, ອົງການ, ກົມກອງ ຂອງແຂວງ 35 ສະຫາຍ, ຍິງ 7 ສະຫາຍ; ມາຈາກບັນດາຫ້ອງການ, ອົງການ, ກົມກອງ ຂອງເມືອງ 25 ສະຫາຍ, ຍິງ 2 ສະຫາຍ. ໃນນັ້ນ, ກຸ່ມວິຊາຮຽນ ມີ 06 ກຸ່ມວິຊາໃຫຍ່, ມີ 11 ວິຊາຍ່ອຍ ແລະ ກຸ່ມວິຊາບັງຄັບ 5 ຫົວຂໍ້ ດັ່ງນີ້:

– ກຸ່ມວິຊາ ປັດຊະຍາ ມາກ-ເລນີນ ມີ 7 ບົດ;

– ກຸ່ມວິຊາ ເສດຖະສາດການເມືອງ ມາກ-ເລນີນ ມີ 9 ບົດ;

– ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ, ສັງຄົມສາດ ລວມ ມີ 12 ບົດ. ໃນນັ້ນ, ລັດທິສັງຄົມນິຍົມວິທະຍາສາດ ມີ 4 ບົດ, ການເມືອງວິທະຍາ ມີ 4 ບົດ ແລະ ສັງຄົມສາດ ມີ 4 ບົດ;

– ກຸ່ມວິຊາ ແນວຄິດໄກສອນ ພົມວິຫານ ມີ 5 ບົດ;

– ກຸ່ມວິຊາ ການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະ ກົດໝາຍ, ເຕັກນິກບໍລິຫານ ລວມມີ 7 ບົດ.

– ການຄຸ້ມຄອງບໍລິຫານລັດ ມີ 3 ບົດ, ທິດສະດີລັດ ແລະ ກົດໝາຍ ມີ 2 ບົດ ແລະ ເຕັກນິກບໍລິຫານ ມີ 2 ບົດ;

– ກຸ່ມວິຊາ ປະຫວັດສາດພັກ ແລະ ກໍ່ສ້າງພັກ ລວມມີ 10 ບົດ. ໃນນັ້ນ, ປະຫວັດສາດພັກ ມີ 3 ບົດ, ກໍ່ສ້າງພັກ ມີ 7 ບົດ;

– ກຸ່ມວິຊາບັງຄັບ ເຊິ່ງມີ 05 ຫົວຂໍ້ລາຍງານເພີ່ມ ມີຄື: ໜຶ່ງ; ການຕິດຕາມ, ກວດກາພັກ, ກວດກາລັດ ຢູ່ແຂວງໄຊສົມບູນ​, ສອງ; ວິທີ, ບາດກ້າວ, ຂັ້ນຕອນ ໃນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທົ່ວແຂວງໄຊສົມບູນ, ສາມ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແຂວງໄຊສົມບູ, ສີ່; ການສະເໜີສີນເຊື່ອ ເພື່ອກະຕຸ້ນເສດຖະກິດ ຂອງແຂວງໄຊສົມບູນ, ລວມຍອດຜະລິດຕະພັນພາຍໃນ ( GDP ) ຂະຫຍາຍຕົວ 7%, ຫ້າ; ຕ້ານແນວຄິດການປ່ຽນແປງດ້ວຍຕົນເອງ, ເຊື່ອມຄຸນປ່ຽນທາດເອງ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ຢູ່ແຂວງໄຊສົມບູນ

ໃນນັ້ນ, ລວມຈໍານວນວັນ-ເວລາທັງໝົດ ມີ 75 ວັນ ເທົ່າກັບ 455 ຊົ່ວໂມງ (ລວມທັງເວລາຂຽນບົດປະເມີນ ແລະ ປ້ອງກັນບົດປະເມີນຈົບຂັ້ນ). ໃນນີ້, ຮຽນຕົວຈິງ 60 ວັນ, ເທົ່າກັບ 420 ຊົ່ວໂມງ ເປັນຕົ້ນແມ່ນ ການບັນ​ລະຍາຍ, ສຳ​ມະ​ນາ​, ແກ້ຂໍ້ຂ້ອງໃຈ, ຂຽນບົດເກັບກ່ຽວ, ເສັງຂຽນ, ລາຍງານເພີ່ມ, ແນະນໍາຫົວຂໍ້ຂຽນບົດ, ເກັບກໍາຂໍ້ມູນ ແລະ ຂຽນບົດຈົບຂັ້ນ. ນອກນັ້ນ, ຍັງມີຊົ່ວໂມງສ້າງກິດຈະກໍາ, ຮ່ວມຊີວິດພັກ, ທັດສະນະສືກສາ, ປ້ອງກັນບົດປະເມີນຈົບຂັ້ນ, ພັກຊົດເຊີຍວັນສໍາຄັນຕ່າງໆ ລວມມີ 15 ວັນ, ເທົ່າກັບ 105 ຊົ່ວໂມງ. ນອກຈາກຮຽນພາກທິດສະດີແລ້ວ ຍັງໄດ້ນໍາພານັກສືກສາໄປທັດສະນະສືກສາແລກປ່ຽນບົດຮຽນດ້ານພຶດຕິກໍາ ຢູ່ເມືອງລ້ອງຊານ, ແຂວງໄຊສົມບູນ ເຊິ່ງໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງລ້ອງຊານ ຈາກຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຈາກນັ້ນໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຮັບຟັງການລາຍງານສະພາບການລ້ຽງໄກ່ ຈາກເຈົ້າຂອງຟາມໄກ່ ຢູ່ບ້ານນາໄຊ ແລະ ບ້ານນໍ້າຄຸຍ ເມືອງລ້ອງຊານ.

ຜ່ານການຈັດຕັ້ງການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ໃນຊຸດນີ້ ສາມາດຕີລາຄາຄູ-ອາຈານ ທີ່ສອນດີ-ສອນເກັ່ງ ແລະ ນັກສືກສາທີ່ຮຽນດີ, ຮຽນເກັ່ງ, ມີວິໄນ ໄດ້ຄືດັ່ງນີ້:

+ ມີຄູ-ອາຈານ ທີ່ຂື້ນຫ້ອງສິດສອນຕົວຈິງ ທັງໝົດ 25 ສະຫາຍ, ຍິງ 3 ສະຫາຍ (ລວມທັງອາຈານພາຍໃນ ແລະ ອາຈານຮັບເຊີນ). ໃນນັ້ນ, ຜ່ານການສັງລວມຜົນການປະເມີນຄູ-ອາຈານ ທີ່ສອນດີ-ສອນເກັ່ງ ມີທັງໝົດ 25 ສະຫາຍ, ຍິງ 3 ສະຫາຍ;

+  ມີນັກສືກສາທັງໝົດ 60 ສະຫາຍ, ຍິງ 9 ສະຫາຍ. ໃນນັ້ນ, ນັກສືກສາທີ່ຮຽນດີ-ຮຽນເກັ່ງ, ມີວິໄນ ມີທັງໝົດ 37 ສະຫາຍ, ຍິງ 9 ສະຫາຍ ເທົ່າກັບ 61,66%. ໃນນັ້ນ, ໄດ້ແບ່ງເປັນ 2 ປະເພດ ຄື:

+ ຮຽນໄດ້ປະເພດດີເລີດ ມີ 30 ສະຫາຍ, ຍິງ 9 ສະຫາຍ ເທົ່າກັບ 50%;

+ ຮຽນໄດ້ໃນລະດັບດີຫຼາຍ ມີ 7 ສະຫາຍ, ຍິງ 0 ສະຫາຍ ເທົ່າກັບ 11, 66%;

+ ຈໍານວນ 23 ສະຫາຍ, ຍິງ 0 ສະຫາຍ ເທົ່າກັບ 38,33% ແມ່ນຈັດຢູ່ໃນລະດັບພໍໃຊ້ໄດ້ ແລະ ທຸກສະຫາຍ ລ້ວນແຕ່ມີເງື່ອນໄຂໄດ້ຮັບໃບຢັ້ງຢືນຈົບທິດສະດີການເມືອງຂັ້ນຕົ້ນ ຈາກໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ 100%.

ການກໍ່ສ້າງພະນັກງານນໍາພາຄຸ້ມຄອງ, ພະນັກງານຫຼັກແຫຼ່ງ ຂອງແຂວງໄຊສົມບູນ ເພື່ອຮັບປະກັນດ້ານຄຸນນະພາບ ກ່ອນອຶ່ນໝົດ ຕ້ອງຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຢ່າງເປັນປົກກະຕິ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຜູ້ທີ່ມີມາດຖານ, ເງື່ອນໄຂ ໄດ້ເຂົ້າຝຶກອົບຮົມ ແລະ ໄດ້ຮັບການປະກອບຄວາມຮັບຮູ້ລັດທິມາກ-ເລນິນ ທີ່ເປັນທິດສະດີພື້ນຖານ ກ່ຽວກັບການປະຕິບັດການເຄື່ອນໄຫວວຽກງານ ໂດຍສະເພາະ ແນວຄິດໄກສອນ ພົມວິຫານ ເປັນເຂັມຊີ້ທິດ​ເຍືອງ​ທາງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງພັກ, ເສີມຂະຫຍາຍລັດທິຮັກຊາດອັນແທ້ຈິງ ສົມທົບກັບລັດທິສາກົນອັນໂປ່ງໃສຂອງຊົນຊັ້ນກຳມະກອນ, ຮັບເອົາສິ່ງຍອດຍິ່ງທາງດ້ານສະຕິປັນຍາທີ່ກ້າວໜ້າຂອງມວນມະນຸດ ເພື່ອກໍານົດແນວທາງນະໂຍບາຍ, ກໍານົດທິດທາງຂະຫຍາຍຕົວຂອງສັງຄົມ ຕາມຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າ ຮັບປະກັນຄວາມສາມັກຄີປອງ​ດອງ ເປັນເອກະພາບທົ່ວປວງຊົນລາວທັງຊາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa