ເລັ່ງການສ້ອມແປງເສັ້ນທາງ ແຕ່ຂົວນໍ້າຍອນ ເມືອງອະນຸວົງ ຫາ ເມືອງລ້ອງແຈ້ງ ແຂວງໄຊສົມ

ປັດຈຸບັນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ພວມເລັ່ງ ປັບປຸງ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ 5A ແຕ່ຂົວນໍ້າຍອນ ເມືອງອະນຸວົງ ຫາບ້ານລ້ອງແຈ້ງ ເມືອງລ້ອງ ແຈ້ງ ແຂວງໄຊສົມບູນ ຄວາມຍາວ 40 ກິໂລແມັດ ຄາດວ່າຈະໃຫ້ສໍາເລັດໃນໄວໆນີ້.

ທ່ານ  ໄຊສົມພັນ ລີເຕັງເບຼຍຈື ກໍາມະການພັກແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາເມື່ອວັນທີ 5 ສິງຫາ 2024 ຜ່ານມານີ້ ວ່າ: ໃນໄລຍະຜ່ານມາ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ກໍ່ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ການບູລະນະສ້ອມແປງເສັ້ນທາງພາຍໃນແຂວງໄຊສົມບູນ ແລະ ໄດ້ມີແຜນຮອງຮັບປົກກະຕິ ເພື່ອແກ້ໄຂສ້ອມແປງເສັ້ນທາງຕ່າງໆທີຖືກຜົນກະທົບຈາກໄພທໍາມະຊາດ ໃຫ້ສາມາດສັນຈອນໄປມາໄດ້ຕາມປົກກະຕິ, ເນື່ອງຈາກວ່າໃນໄລຍະຜ່ານມາເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນເຮັດໃຫ້ພື້ນດີນມີຄວາມຊຸມ ບວກກັບ ລົດຂົນສົ່ງແຮ່ມີນໍ້າໜັກຫຼາຍ ຈິງເຮັດໃຫ້ເສັ້ນທາງຮັບນໍ້າໜັກບໍລ່ອນຈິງເປ່ເພ ແລະ ອີກຢ່າງໜຶ່ງແຂວງໄຊສົມບູນພວກເຮົາກໍ່ຍັງຂາດງົບປະມານໃນການບູລະນະຮັກສາ ແລະ ສ້ອມແປງແດ່ ຈຶ່ງເຮັດໃຫ້ເສັ້ນທາງແຕ່ຂົວນໍ້າຍອນ ເມືອງອະນຸວົງ  ຫາບ້ານຜາແຂະ ເມືອງລ້ອງແຈ້ງ ໄລຍະ 13 ກິໂລແມັດ ໄດ້ຮັບຜົນກະທົບ ເປ່ເພ ຫຼາຍສົມຄວນ ເຮັດໃຫ້ການສັນຈອນ ໂດຍສານລະຫວ່າງເມືອງລ້ອງແຈ້ງ ຫາເທດສະບານແຂວງ ແລະ ບັນດາແຂວງອ້ອມຂ້າງ, ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ໃຊ້ເສັ້ນທາງນີ້ ເພື່ອທຽວໄປທໍາການຜະລິດ ພົບກັບຄວາມຫຍຸ້ງຍາກຫຼາຍພໍສົມຄວນ, ຕໍ່ກັບສະພາບການດັ່ງກ່າວ ໂດຍໄດ້ຮັບການຊີ້ນໍາຈາກອົງການປົກຄອງແຂວງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ຈຶ່ງໄດ້ມອບໃຫ້ບໍລິສັດ ປັນຍາທິລາດ ກໍ່ສ້າງເຄຫາ, ຂົວທາງ ແລະ ຊົນລະປະທານ ຈຳກັດ ເປັນຜູ້ຮັບຜິດຊອບ ວຽກງານສ້ອມແປງສຸກເສີນ ປັດຈຸບັນກຳລັງຂຸ້ນຂ້ຽວຢ່າງເຕັມທີ່ ຄາດວ່າຈະແກ້ໄຂ ແລະ ສ້ອມແປງ ໃຫ້ສາມາດໄປມາໄດ້ຢ່າງສະດວກ ໃນມໍ່ໆນີ້ ດັ່ງນັ້ນ ໃນໄລຍະນີ້ການສັນຈອນໄປ-ມາຜ່ານເສັ້ນທາງດັ່ງກ່າວອາດພົບຄວາມຫຍຸ້ງຍາກ ສະນັ້ນ ທຸກພາກສ່ວນທີມີການເດີນທາງຜ່ານເສັ້ນທາງດັ່ງກ່າວ ກໍ່ຕ້ອງມີສະຕິ ລະມັດລະວັງ, ຄ່ອຍໄປ ຄ່ອຍມາ ເພື່ອປ້ອງກັນອຸບັດຕິເຫດທີ່ອາດຈະເກີດຂຶ້ນໄດ້.

ໃນຕໍໜ້ານີ້ ທາງແຂວງໄຊສົມບູນ ຍັງຈະໄດ້ສ້າງກອງທຶນຄຸ້ມຄອງ, ບູລະນະຮັກສາ ແລະ ສ້ອມແປງເສັ້ນທາງພາຍໃນແຂວງຕື່ມອີກ ໂດຍໃຫ້ບັນດາບໍລິສັດຂຸດຄົ້ນ, ສະມາຄົມການຂົນສົ່ງສິນຄ້າ, ຫົວໜ່ວຍທຸລະກິດກ່ຽວກັບການຂົນສົ່ງແຮ່ ມອບພັນທະເຂົ້າກອງທຶນດັ່ງກ່າວ ເພື່ອນໍາເອົາງົບປະມານຈາກກອງທຶນ ມາບູລະນະຮັກສາເສັ້ນທາງທີ່ໄດ້ຮັບຜົນກະທົບ ເປເພ ໃນຕໍ່ໜ້າ ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ເສັ້ນທາງ ໄດ້ມີຄວາມສະດວກໃນການໄປ-ມາໄດ້ຕະຫຼອດປີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa