ຄະນະໂຄສະນາອົບຮົມແຂວງສົມທົບກັບຄະນະໂຄສະນາອົບຮົມເມືອງອະນຸວົງ ໄດ້ຈັດພິທີ ຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ

ໃນຕອນເຊົ້າວັນທີ 20 ສິງຫາ 2024 ນີ້, ຄະນະໂຄສະນາອົບຮົມແຂວງ ສົມທົບກັບ ຄະນະໂຄສະນາອົບຮົມເມືອງອະນຸວົງ ໄດ້ຈັດພິທີ ຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ຢູ່ທີ່ສະໂມສອນໃຫ່ຍເມືອງອະນຸວົງ ໂດຍການເປັນປະທານ ຂອງສະຫາຍນາງ ເພັດນິຍົມ ພົມມະລິນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກພະນັກງານ ແລະ ສະຫາຍນາງ ຄໍາສີ ສິດທິວໍລະດາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊສົມບູນ, ມີບັນດາສະຫາຍຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງອ້ອມຂ້າງຂອງເມືອງ ແລະ ນາຍບ້ານ 2 ບ້ານເທດສະບານເມືອງເຂົ້າຮ່ວມ.

ໃນພິທີ ສະຫາຍນາງ ເພັດນິຍົມ ພົມມະລິນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກພະນັກງານ ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີຝຶກອົບຮົມດັ່ງກ່າວຂື້ນຢ່າງເປັນທາງການ. ຈາກນັ້ນສະຫາຍນາງ ຄໍາສີ ສິດທິວໍລະດາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊສົມບູນ, ໄດ້ຂື້ນບັນລະຍາຍເນື້ອໃນເອກະສານກ່ຽວກັບວຽກງານໂຄສະນາ-ປາຖະກະຖາ ຈໍານວນ 4 ບົດຄື: 1 ບັນຫາພື້ນຖານຂອງວຽກງານໂຄສະນາ, 2 ຄຸນລັກສະນະະ ແລະ ສິລະປະໃນການປາກເວົ້າ, 3 ໂຄສະນາຜ່ານສື, 4 ບັນດານິຕິກໍາ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ ໃຫ້ແກ່ພະນັກງານຫຼັກແຫ່ຼງຂອງເມືອງ ເພື່ອແນ່ໃສ່ຍົກລະດັບຄວາມຮູ້ຄວາມສາມາດ ວຽກງານໂຄສະນາໃຫ້ມີຄຸນນະພາບເທື່ອລະກ້າວ. ຈາກນັ້ນ ກໍ່ໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອໃຫ້ວຽກງານດັ່ງກ່າວຖືກນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດຕິພາບດີຂື້ນ.

ທ້າຍພິທີ ສະຫາຍນາງ ເພັດນິຍົມ ພົມມະລິນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກພະນັກງານ ໄດ້ມີຄໍາເຫັນຊີ້ນໍາຕໍ່ພິທີກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນຄັ້ງນີ້ ແລະ ສະຫາຍຍັງໄດ້ຮຽກຮ້ອງມາຍັງບັນດານັກສໍາມະນາກອນທຸກພາກສ່ວນຈົ່ງນໍາເອົາເນື້ອໃນເອກະສານທີ່ສໍາຄັນ ແລະ ບົດຮຽນທີ່ໄດ້ຝຶກອົບຮົມ ຄັ້ງນີ້ນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ສະມາຊິກພັກ-ພະນັກງານຢູ່ພາຍໃນຫ້ອງການ, ກົມກອງຂອງຕົນໃຫ້ມີຄວາມຮັບຮູ້ເຂົ້າໃຈ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa